ຍຳຜັກບົ້ງຊ່ວຍໃຫ້ຕາໃສແຈ້ງ
ຄົນເຮົາສ່ວນໃຫຍ່ມັກຈະນໍາຜັກບົ້ງມາຂົ້ວນໍ້າມັນຫອຍ ແຕ່ມື້ນີ້ເຮົາຈະປ່ຽນມາເປັນຍໍາຜັກບົ້ງ. ຜັກບົ້ງນອກຈາກເປັນຜັກທີ່ລາຄາຖືກ ແລະ ປູກງ່າຍ ສາມາດຫາໄດ້ຕາມທົ່ງນາ ຫຼື ບ່ອນນໍ້າຊຸ່ມ ຜັກບົ້ງຍັງມີສ່ວນຊ່ວຍໃນການບໍາລຸງສາຍຕາໄດ້ເປັນຢ່າງດີ ພ້ອມທັງເປັນຜັກທີ່ມີປະໂຫຍດອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສໍາຄັນຫຼາຍຢ່າງ.
ສ່ວນປະສົມ:
- ຜັກບົ້ງ 500 ກຣາມ.
- ກຸ້ງສົດ 200 ກຣາມ.
- ໝູບົດ 100 ກຣາມ.
- ຫົວຜັກບົ່ວໃຫຍ່ 1/2...
ລາວໂທລະຄົມ ເປີດທົດລອງນໍາໃຊ້ລະບົບ 5 ຈີ
ພິທີເປີດທົດລອງນໍາໃຊ້ລະບົບ 5 ຈີ ຈັດຂຶ້ນວັນທີ 8 ຕຸລາ 2019 ຜ່ານມາ ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີບັນດາແຂກຖືກເຊີນ ແລະ ລູກຄ້າເຂົ້າຮ່ວມ.
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ເປີດທົດລອງການນໍາໃຊ້ລະບົບ 5 ຈີ ຄັ້ງທໍາອິດໃນລາວ ເພື່ອຕອບໂຈດລູກຄ້າທີ່ມີຄວາມຕ້ອງການໃຊ້ລະບົບສັນຍານອິນເຕີເນັດໃຫ້ມີຄວາມວ່ອງໄວ ດ້ວຍການຮັບ...
ໃກ້ອອກພັນສາແລ້ວ ເຂົ້າຫຼາມເປັນສິນຄ້າທີ່ນິຍົມເຮັດມາຂາຍ ຕົ້ນທຶນຕ່ຳສ້າງລາຍໄດ້ສູງ
ເຂົ້າຫຼາມແມ່ນອາຫານເອກະລັກທາງວັດທະນະທໍາລາວ ຫາກມີງານບຸນປະເພນີ ບໍ່ວ່າຈະຢູ່ທ້ອງຖິ່ນໃດຂອງປະເທດ ກໍຈະເຫັນເຂົ້າຫຼາມ ແລະ ປີ້ງໄກ່ ໃຫ້ແຂກທີ່ມາທ່ຽວງານໄດ້ຊີມ ແລະ ນຳໄປເປັນເຄື່ອງຝາກຂອງຕ້ອນຕິດໄມ້ຕິດມືກັບເຮືອນ ໂດຍສະເພາະແມ່ນງານບຸນຊ່ວງເຮືອ, ງານບຸນທາດຫຼວງ, ບຸນວັດພູຈຳປາສັກ ແລະ ງານຕ່າງໆທີ່ມີຄວາມໝາຍທາງວັດທະນະທຳລະດັບຊາດ ເຮົາຈະເຫັນໄດ້ງ່າຍເຮັດໃຫ້ອາຊີບຂາຍເຂົ້າຫຼາມ, ປີ້ງໄກ່ມັນໄດ້ກາຍເປັນອາຊີບທີ່ສາມາດສ້າງລາຍຮັບໄດ້ຢ່າງແທ້ຈິງ.
ການເຮັດເຂົ້າຫຼາມ ເປັນຜົນຜະລິດທີ່ໃຊ້ຕົ້ນທຶນຕ່ຳ, ວັດຖຸຕ່າງໆແມ່ນສາມາດຫາໄດ້ເອງເຮັດໃຫ້ສາມາດປະຢັດຕົ້ນທຶນໄດ້ອີກທາງ ສຳລັບສະຖານທີ່ຂາຍແມ່ນຂາຍຕາມງານບຸນປະເພນີຂອງບ້ານ ແລະ ງານຕ່າງໆທີ່ລູກຄ້າມາເຕົ້າໂຮມຈະມີຢູ່ທັງພາຍໃນ ແລະ ນອກສະຖານທີ່ ຍິ່ງປະເພນີບຸນອອກພັນສາກໍ່ໃກ້ເຂົ້າມາແລ້ວ...
ອາລີບາບາ ເປີດໂຕ ‘ຫານກວງ 800’ ຊິບອັດສະລິຍະ ປະມວນຜົນດ້ວຍຄວາມໄວສູງ
ອາລີບາບາ ເປີດໂຕຫານກວງ 800' ຊິບອັດສະລິຍະ ປະມວນຜົນດ້ວຍຄວາມໄວສູງກວ່າອຸປະກອນລຸ້ນເກົ່າເຖິງ 10 ເທົ່າ ຈັດການກັບຮູບພາບໄດ້ກວ່າ 70.000 ຮູບພາຍໃນ 1 ນາທີ.
ສຳນັກຂ່າວຊິນຫົວ ຂອງຈີນລາຍງານຈາກເມືອງຫາງໂຈ ມົນທົນເຈີ້ຈຽງ ປະເທດຈີນ ເມື່ອວັນພຸດ ທີ 25 ກັນຍາ ຜ່ານມາ ວ່າ ກຸ່ມບໍລິສັດອາລີບາບາ ໄດ້ເປີດໂຕ ຊິບອັດສະລິຍະ...
ຕົ້ມຍຳໄກ່ໃສ່ໝາກປີ
ເມື່ອເວົ້າເຖິງໝາກປີຂຶ້ນມາກໍອົດຄິດຮອດພໍ່ກັບແມ່ບໍ່ໄດ້
ເພາະແມ່ເຮັດໃຫ້ກິນຕະຫຼອດ ມັກກິນທັງຄອບຄົວ
ໝາກປີນັ້ນມີຄຸນຄ່າບໍ່ໜ້ອຍໄປກວ່າໝາກກ້ວຍສຸກເລີຍ ນິຍົມກັນນຳມາເຮັດເປັນອາຫານທັງແບບສຸກ
ແລະ ດິບ.
ອີກຢ່າງຍັງມີແຮ່ທາດເຫຼັກຢູ່ຫຼາຍ ແລະ
ຍັງມີຜົນວິໄຈພົບວ່າໝາກປີຊ່ວຍປິ່ນປົວພະຍາດກະເພາະອາຫານໄດ້ອີກດ້ວຍ
ເພາະສາມາດປ້ອງກັນການເກີດບາດແຜໃນກະເພາະຂອງເຮົາໄດ້ນັ້ນເອງ ບໍ່ຕ້ອງລໍຊ້າ
ເຮົາໄປເບິ່ງສ່ວນປະສົມ ແລະ ວິທີເຮັດພ້ອມກັນເລີຍ.
ສ່ວນປະສົມ:
• ໝາກປີ 1 ຫົວ
• ໄກ່ຕັດເປັນຕ່ອນພໍດີຄຳ 400 ກຣາມ
• ເລືອດໄກ່ 1/2 ກ້ອນ
• ຫົວກະທິ 2 ຖ້ວຍນ້ອຍ
• ຫາງກະທິ 4 ຖ້ວຍນ້ອຍ
• ຫົວສີໃຄຕັດເປັນຕ່ອນ...
ລະວັງພະຍາດທີ່ມາກັບອາກາດຮ້ອນ
ທຸກມື້ນີ້ສະພາບອາກາດຢູ່ບ້ານເຮົານັບມື້ຮ້ອນຂຶ້ນຢູ່ເລື້ອຍໆ
ແລະ ອາກາດທີ່ອົບເອົ້າແບບນີ້ ມັກຈະເປັນບໍ່ເກີດຂອງພະຍາດຫຼາຍຊະນິດ
ບໍ່ວ່າຈະເປັນພະຍາດທີ່ມາກັບອາກາດຮ້ອນໂດຍກົງ ຫຼື
ພະຍາດທີ່ເກີດຈາກອາຫານທີ່ມີເຊື້ອພະຍາດປົນເປື້ອນຢູ່ນຳ ເຊິ່ງຂໍ້ມູນກ່ຽວກັບພະຍາດຕ່າງໆທີ່ພົບເຫັນຕະຫຼອດໃນອາກາດຮ້ອນເພື່ອໃຫ້ລະວັງ
ແລະ ປ້ອງກັນ ມີດັ່ງນີ້:
• ພະຍາດອາຫານເປັນພິດ: ສາເຫດສ່ວນຫຼາຍແມ່ນເກີດມາຈາກເຊື້ອພະຍາດຈາກການກິນອາຫານທີ່ບໍ່ສະອາດ ເປັນຕົ້ນແມ່ນອາຫານທີ່ບໍ່ໄດ້ແຊ່ໄວ້ໃນຕູ້ເຢັນ ແລະ ອາຫານທີ່ເຮັດໄວ້ເປັນເວລາດົນ ເຊິ່ງເດັກນ້ອຍ ແລະ ຜູ້ເຖົ້າຈະມີໂອກາດສ່ຽງສູງ ໂດຍອາການຂອງພະຍາດນີ້ມັກຈະເກີດພາຍໃນ 2 - 6 ຊົ່ວໂມງ ຫຼັງຈາກກິນອາຫານທີ່ປົນເປື້ອນ ແລະ ຈະມີອາການໄຂ້, ເຈັບທ້ອງ,...
ເຕັກນິກການຕໍ່ກິ່ງໝາກຫຸ່ງໃຫ້ຕົ້ນເຕ້ຍ ແລະ ໄດ້ໝາກຫຼາຍ
ການຕອນກິ່ງໝາກຫຸ່ງຖືໄດ້ວ່າ ເປັນການຂະຫຍາຍພັນໂດຍທີ່ບໍ່ຕ້ອງໃສ່ແກ່ນ, ເນື່ອງຈາກການປູກໝາກຫຸ່ງໃນແກ່ນຈະມີການກາຍພັນເຖີງ 80%, ເຊິ່ງຖືວ່າເປັນການສ່ຽງຫຼາຍໃນການປູກພືດໃຫ້ໄດ້ຕົ້ນພັນທີ່ຄືກັບຕົ້ນແມ່ ທຸກຢ່າງ ແລະ ການປູກດ້ວຍການຕອນກິ່ງຂອງໝາກຫຸ່ງຈະເຕ້ຍເຮັດໃຫ້ເວລາລົມພັດກໍ່ບໍ່ຄ່ອຍລົ້ມ ແລະ ຈະໃຫ້ໝາກໄວ, ອອກໝາກເປັນຊໍ່, ມີໝາກຫຼາຍກວ່າການປູກໝາກຫຸ່ງດ້ວຍແກ່ນ.
ດັ່ງນັ້ນ, ໝາກຫຸ່ງຕອນກິ່ງຈະໃຫ້ຄຸນສົມບັດຄືຕົ້ນແມ່ຄົບທຸກປະການ, ຖ້າປູກດ້ວຍແກ່ນໝາກຫຸ່ງຈະເຮັດໃຫ້ປ່ຽນລົດຊາດ, ປຽນສີ, ປ່ຽນຂະໜາດ ແລະ ປ່ຽນເນື້ອບາງໜາຈົນເຖິງປ່ຽນບໍ່ເຫຼືອເຄົ້າສາຍພັນເດີມກໍ່ມີ, ສະນັ້ນເມື່ອຊື້ແນວພັນຈາກບໍລິສັດມາປູກຈະໄດ້ຄຸນນະພາບສະເພາະລຸ່ນທຳອິດເທົ່ານັ້ນ, ສ່ວນລຸ່ນຕໍ່ໄປແມ່ນຈະປ່ຽນໄປໃນຮູບແບບໃໝ່, ເພາະເປັນການຂະຫຍາຍສາຍພັນໂດຍການອາໄສເພດ, ໝາກຫຸ່ງຕອນຕົ້ນນີ້ບໍ່ຈຳປັນຕ້ອງຕ່ອຍໃຫ້ໝາກຕົກຈົນຊຳ, ເກັບງ່າຍໝາກບໍ່ຊຳ, ເປັນໝາກທີ່ຕະຫຼາດຕ້ອງການ...
ວິທີພັດທະນາສິນຄ້າໃຫ້ມີຄວາມແຕກຕ່າງຈາກຄູ່ແຂ່ງ
ໃນໂລກທຸລະກິດຍຸກໃໝ່ໃຜກໍເປັນເຈົ້າຂອງທຸລະກິດໄດ້ງ່າຍຂຶ້ນ
ກໍ່ໃຫ້ເກີດສິນຄ້າ ແລະ ບໍລິການຫຼາກຫຼາຍກາຍເປັນເວທີສິນຄ້າ ແລະ ບໍລິການທີ່ກວ້າງໃຫຍ່,
ຜູ້ປະກອບການຫຼາຍຂຶ້ນທັງໜ້າເກົ່າ ແລະ ໃໝ່
ເກີດການແຂ່ງຂັນຮຸນແຮງຂຶ້ນ, ຖ້າຈະຢູ່ໃນເວທີແຫ່ງນີ້ຕ້ອງສ້າງຄວາມແຕກຕ່າງໃຫ້ກັບສິນຄ້າ
ແລະ ບໍລິການຂອງຕົນເອງ, ການພັດທະນາໃຫ້ນຳໜ້າຄູ່ແຂ່ງໄດ້ຫ່າງໄກເທົ່າໃດ
ສ່ວນແບ່ງຄວາມໄດ້ປຽບທາງການຕະຫຼາດຍິ່ງມີສູງຫຼາຍຂຶ້ນ. ສະນັ້ນ, ຄໍລຳຕະຫຼາດ
ໃນວັນນີ້ຈະນຳສະເໜີວິທີເອົາຕົວລອດໃນຕະຫຼາດດ້ວຍການສ້າງຄວາມແຕກຕ່າງກັນໃຫ້ສິນຄ້າ ແລະ
ບໍລິການມີດັ່ງນີ້:
1. ແຕກຕ່າງທີ່ຂະບວນການຜະລິດ: ຂະບວນການຜະລິດທີ່ທັນສະໄໝ ຈະເປັນຂະບວນການຜະລິດທີ່ບູຮານຫາຄົນເຮັດໄດ້ຍາກ ແຕ່ໃນປັດຈຸບັນລ້ວນແຕ່ສ້າງຄວາມແຕກຕ່າງໃຫ້ສິນຄ້າຂອງເຮົາໃຫ້ໂດດເດັ່ນ ກວ່າຄູ່ແຂ່ງໄດ້.
2. ແຕກຕ່າງທີ່ການຫຸ້ມຫໍ່: ບັນຈຸພັນໃນສິນຄ້າທີ່ລາຄາໃກ້ຄຽງກັນ ຫຼື ອອກມາຈາກໂຮງງານຜະລິດດຽວກັນ ລູກຄ້າມັກໃຊ້ບັນຈຸພັນເປັນຕົວຕັດສິນໃນການເລືອກຊື້. ດັ່ງນັ້ນ,...
9 ໜ້າວຽກ ທີ່ຕະຫຼາດແຮງງານໃນສາຂາໄອທີຕ້ອງການ
ໃນສະພາວະສັງຄົມແຫ່ງການພັດທະນາ
ເຮົາກຳລັງປະເຊີນກັບການປ່ຽນແປງຢ່າງໄວວາໃນປັດຈຸບັນ
ຄວາມສ່ຽງດ້ານຕະຫຼາດແຮງງານຍິ່ງມີການແຂ່ງຂັນກັນຢ່າງຂຸ້ນຂ້ຽວ ໂດຍສະເພາະແມ່ນຂະແໜງໄອທີ
ຫາກບໍ່ມີການເສີມທັກສະ, ຫາຄວາມຮູ້ໃໝ່ໃຫ້ແກ່ຕົນເອງດ້ວຍການພັດທະນາຄວາມສາມາດຂອງຕົນໃຫ້ມີ
ຄວາມຊ່ຽວຊານສະເພາະດ້ານ ບາງເທື່ອອາດຈະບໍ່ມີວຽກເຮັດກໍເປັນໄດ້, ເນື່ອງຈາກລະບົບໄອທີໄດ້ເຂົ້າມາມີບົດບາດຫຼາຍໃນຊີວິດປະຈໍາວັນ.
ສໍາລັບມື້ນີ້ ພວກເຮົາມີຂໍ້ແນະນຳ 9 ທັກສະ ທີ່ກຳລັງຕ້ອງການຂອງຕະຫຼາດແຮງງານ ເພື່ອເປັນ
ຄວາມຮູ້ໃໝ່ສໍາລັບຜູ້ທີ່ມັກໃນຂະແໜງໄອທີ.
1. ວິທະຍາສາດຄອມພິວເຕີ ແລະ ວິທະຍາສາດຂໍ້ມູນ - ຂ່າວສານ ( Computer Science and Data Science ): ໃນທຸກມື້ນີ້ປາສະຈາກບໍ່ໄດ້ກ່ຽວກັບໄອທີ ໂດຍມີບົດບາດໃນການດຳລົງຊີວິດປະຈໍາວັນ...
4 ອາຊີບ ທີ່ມີຄວາມໜ້າສົນໃຈໃນອະນາຄົດ
ນັກຮຽນ
ຫຼື ຜູ້ປົກຄອງຫຼາຍຄົນກຳລັງຄິດວ່າຈະສົ່ງລູກຕົນເອງຮຽນຕໍ່ດ້ານໃດດີ
ທີ່ຮຽນແລ້ວຈົບອອກມາມີສະຖານທີ່ເຮັດວຽກຮອງຮັບ ລອງມາພິຈາລະນາ 4 ອາຊີບລຸ່ມນີ້ນຳກັນ ເພາະໃນອະນາຄົດອາຊີບເຫຼົ່ານີ້ຈະເປັນທີ່ຕ້ອງການຂອງຕະຫຼາດແຮງງານ ເຊັ່ນ:
1 ຜູ້ຊ່ຽວຊານດ້ານຄວາມປອດໄພທາງອິນເຕີເນັດ: ການໂຈມຕີທາງອິນເຕີເນັດເປັນສິ່ງທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ແຜ່ກະຈາຍໄປທົ່ວໂລກຢ່າງໄວວາ. ດັ່ງນັ້ນ, ຈຶ່ງເຮັດໃຫ້ອາຊີບທີ່ກ່ຽວຂ້ອງກັບຄວາມປອດໄພທາງອິນເຕີເນັດ ຫຼື Cyber Security Expert ເປັນທີ່ຕ້ອງການເພີ່ມຫຼາຍຂຶ້ນເລື້ອຍໆໃນຍຸກປັດຈຸບັນ.
ສຳລັບອາຊີບຜູ້ຊ່ຽວຊານດ້ານ ຄວາມປອດໄພທາງອິນເຕີເນັດສາມາດເຮັດວຽກໃຫ້ກັບອົງກອນທີ່ຫຼາກຫຼາຍ ຕັ້ງແຕ່ໜ່ວຍງານດ້ານເຕັກໂນໂລຊີສາລະສົນເທດ, ສື່, ບັນເທີງ, ໂທລະຄົມມະນາຄົມ, ການເງິນ,...