ທ່ານຊິນໂຊ ອາເບະ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີປະເທດຍີ່ປຸ່ນ ຍ້ອນບັນຫາສຸຂະພາບຊຳເຮື້ອ ແຕ່ຈະສືບຕໍ່ປະຕິບັດໜ້າທີ່ຮັກສາການຈົນກວ່າຈະມີຜູ້ນຳຄົນໃໝ່.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 28 ສິງຫາ ວ່າ ນາຍົກລັດຖະມົນຕີຊິນໂຊະ ອາເບະ ໄດ້ຖະແຫຼງການຜ່ານສະຖານີໂທລະພາບແຫ່ງຊາດ ເມື່ອແລງວັນສຸກຕາມເວລາທ້ອງຖິ່ນ ວ່າ ທ່ານໄດ້ລາອອກຈາກຕຳແໜ່ງຜູ້ນຳຂອງລັດຖະບານຍີ່ປຸ່ນ ແລະ ຫົວໜ້າພັກເສລີປະຊາທິປະໄຕ (LDP) “ຍ້ອນບັນຫາສຸຂະພາບເຊິ່ງເປັນອຸປະສັກຕໍ່ການຕັດສິນໃຈເລື່ອງສຳຄັນ” ໂດຍທ່ານ ກ່າວວ່າ ພະຍາດລຳໄສ້ອັກເສບຄືສາເຫດທີ່ເຄີຍເຮັດໃຫ້ທ່ານຕ້ອງລາອອກຈາກຕຳແໜ່ງ ນາຍົກລັດຖະມົນຕີ ເມື່ອປີ 2007 ຫຼັງຈາກດຳລົງຕຳແໜງພຽງ 1 ປີ.
ປັດຈຸບັນ ທ່ານອາເບະ ອາຍຸ 65 ປີ ດຳລົງຕຳແໜ່ງຕັ້ງແຕ່ເດືອນທັນວາ ປີ 2012 ເປັນໄລຍະຍາວນານທີ່ສຸດໃນປະຫວັດສາດການເມືອງຂອງຍີ່ປຸ່ນ ແລະ ບໍ່ແຕ່ງຕັ້ງຜູ້ດຳລົງຕຳແໜ່ງຮັກສາການ ໂດຍກ່າວພຽງວ່າຈະຢູ່ຕຳແໜ່ງຮັກສາການເອງຈົນກວ່າທຸກພາກສ່ວນທີ່ກ່ຽວຂ້ອງສາມາດຊອກຫາຜູ້ນຳຄົນໃໝ່ທີ່ເໝາະສົມ ໝາຍຄວາມວ່າຕ້ອງມີການລົງຄະແນນສຽງພາຍໃນພັກເສລີປະຊາທິປະໄຕ ເພື່ອເລືອກຕັ້ງຫົວໜ້າພັກຄົນໃໝ່ ເຊິ່ງແຫຼ່ງພາຍໃນພັກໄດ້ເຜີຍວ່າ ຈະມີການລົງຄະແນນ ໃນວັນທີ 1 ກັນຍາ ນີ້.
ນອກຈາກນັ້ນ, ການທີ່ທ່ານອາເບະ ໄດ້ເດີນທາງເຂົ້າໂຮງໝໍ 2 ຄັ້ງ ໃນໄລຍະອາທິດດຽວ ຄື ເມື່ອວັນທີ 17 ແລະ 24 ສິງຫາ ຜ່ານມາ ເພິ່ມຄວາມກັງວົນໃຫ້ທຸກຝ່າຍທັນທີ ວ່າ ບັນຫາສຸຂະພາບຈະກັບມາສ້າງບັນຫາໃຫ້ທ່ານອາເບະ ອີກຄັ້ງ ຫຼື ບໍ່.
安倍総理大臣は、記者会見で、持病の潰瘍性大腸炎が再発し、国民の負託に、自信を持って応えられる状態でなくなったとして、総理大臣を辞任する意向を正式に表明しました。https://t.co/K4jHiCfcly#nhk_news #nhk_video pic.twitter.com/CofY4qBdEP
— NHKニュース (@nhk_news) August 28, 2020