ລັດຖະບານເມັກຊິໂກ ຢືນຢັນສະຖິຕິການເສຍຊີວິດຈາກໂຄວິດ-19 ຢ່າງໜ້ອຍ 46.688 ຄົນ ແຊງໜ້າສະຫະຣາຊະອານາຈັກ ຂຶ້ນໄປຢູ່ອັນດັບທີ 3 ຂອງໂລກ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເມັກຊິໂກ ຊິຕີ້ ເມື່ອວັນສຸກ ທີ 31 ກໍລະກົດ ວ່າ ກະຊວງສາທາລະນະສຸກເມັກຊິໂກ ອອກຖະແຫຼງການ ເມື່ອວັນສຸກ ກ່ຽວກັບສະຖານະການຂອງ ໂຄວິດ-19 ວ່າ ໃນຮອບ 24 ຊົ່ວໂມງ ຜ່ານມາ ມີຜູ້ຕິດເຊື້ອໃໝ່ 8.458 ຄົນ ເພີ່ມສະຖິຕິສະສົມ ຢ່າງໜ້ອຍ 424.637 ຄົນ ແລະ ເສຍຊີວິດສະສົມ 46,688 ຄົນ ເພິ່ມຂຶ້ນ 688 ຄົນ.


ສະຖິຕິດັ່ງກ່າວ ເຮັດໃຫ້ເມັກຊິໂກແຊງໜ້າສະຫະຣາຊະອານາຈັກຂຶ້ນມາເປັນປະເທດທີ່ມີຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼາຍເປັນອັນດັບ 3 ຂອງໂລກ ໂດຍຜູ້ເສຍຊີວິດຂອງສະຫະຣາຊະອານາຈັກ ທີ່ໄດ້ຢືນຢັນແລ້ວຢ່າງໜ້ອຍ 46.119 ຄົນ ຈາກສະຖິຕິຜູ້ປ່ວຍສະສົມ ຢ່າງໜ້ອຍ 303.181 ຄົນ. ຂະນະທີ່ ສະຫະລັດ ແລະ ບຣາຊິລ ຍັງເປັນປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ.
ທ່ານນາງເຄລາເດຍ ໄຊນ໌ບາວ ນາຍົກເທສະມົນຕີນະຄອນຫຼວງເມັກຊິໂກ ຊິຕີ້ ກ່າວວ່າ ເມືອງຫຼວງຂອງເມັກຊິໂກຈະສືບຕໍ່ຢູ່ພາຍໃຕ້ມາດຕະການປິດເມືອງຢ່າງເຂັ້ມງວດຂັ້ນຮອງສູງສຸດ ເນື່ອງຈາກຍັງມີຄວາມສ່ຽງທີ່ຈະກວດພົບຜູ້ຕິດເຊື້ອໃໝ່ຈົນໝົດເດືອນຕຸລາ ນີ້.
Al 31 de julio de 2020 hay 424,637 casos confirmados y 90,022 sospechosos de #COVID19. Se han registrado 469,629 negativos, 46,688 defunciones confirmadas y 278,618 personas recuperadas. 1/2 pic.twitter.com/Rr20gJjLut
— Hugo López-Gatell Ramírez (@HLGatell) August 1, 2020
We spent a month filming in Mexico City's hospitals, ambulances, markets & barrios as the virus ripped through the capital.
— John Holman (@johnholman100) July 23, 2020
Our documentary, just out on @AJEnglish: https://t.co/NW6BbukRSf