ລັດຖະບານຈີນ ສົ່ງຍານສຳຫຼວດ ທຽນເຫວິນ-1 ອອກເດີນທາງສູ່ດາວອັງຄານ ໂດຍພາລະກິດດັ່ງກ່າວເກີດຂຶ້ນ 1 ອາທິດ ກ່ອນທີ່ອາເມຣິກາກຽມສົ່ງຍານສຳຫຼວດດາວອັງຄານ ລຳທີ 3 ໃນຮອບ 10 ປີ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພະຫັດ ທີ 23 ກໍລະກົດ ວ່າ ຈະຫຼວດລອງ ມາກ-5 (Long March 5) ຂອງອົງການອາວະກາດແຫ່ງຊາດຈີນ (CNSA: China National Space Administration) ໄດ້ບິນອອກຈາກຖານປ່ອຍຈະຫຼວດພາຍໃນສູນອາວະກາດທີ່ເມືອງເຫວິນສາງ ເທິງເກາະໄຫຫຼຳ ນອກຊາຍຝັ່ງພາກໃຕ້ຂອງຈີນ ເມື່ອເວລາ 12:41 ໂມງ ຕາມເວລາທ້ອງຖິ່ນຂອງວັນພະຫັດ (11.41 ໂມງປະເທດລາວ) ເພື່ອສົ່ງຍານສຳຫຼວດທຽນເຫວິນ-1 ເດີນທາງໄປສຳຫຼວດດາວອັງຄານ.
ຍານທຽນເຫວິນ-1 ເຊິ່ງມີຄວາມໝາຍວ່າ “ພາສາສະຫວັນ” ມີກຳນົດລົງຈອດຢູ່ເທິງພື້ນຜິວດາວອັງຄານ ລະຫວ່າງວັນທີ 11-24 ກຸມພາ ປີໜ້າ ປະຕິບັດການດັ່ງກ່າວຂອງຈີນເກີດຂຶ້ນພຽງບໍ່ດົນ ຫຼັງຈາກຍານສຳຫຼວດອັລ ອາມາລ ”Al Amal ” ເຊິ່ງເປັນພາສາອາຣັບແປວ່າ “ຄວາມຫວັງ” ຂອງລັດຖະບານສະຫະລັດ ອາຣັບ ເອມິເຣດ (UAE) ອອກເດີນທາງໂດຍອາໄສຈະຫຼວດນຳສົ່ງຂອງຍີ່ປຸ່ນ ເມື່ອວັນຈັນ ຜ່ານມາ ມີ ກຳນົດການເຂົ້າສູ່ວົງໂຄຈອນຂອງດາວອັງຄານ ປະມານ 7 ເດືອນຂ້າງໜ້າ ຫຼື ເດືອນກຸມພາ ປີ 2021.
ທັງນີ້, ຍານທຽນເຫວິນ-1 “Tianwen-1” ຖືເປັນຄວາມພະຍາຍາມຄັ້ງທຳອິດຢ່າງເປັນທາງການໃນນາມປະເທດຈີນທີ່ມີຄວາມຕັ້ງໃຈເດີນທາງໄປດາວອັງຄານ ເນື່ອງຈາກຢ້ອນກັບໄປ ເມື່ອປີ 2011 ລັດຖະບານປັກກິ່ງໄດ້ຮ່ວມມືກັບຣັສເຊຍກ່ຽວກັບເລື່ອງນີ້ ແຕ່ປະສົບກັບຄວາມລົ້ມເຫຼວ ຕັ້ງແຕ່ເລິ່ມອອກເດີນທາງ.
ຂະນະທີ່ ສະຫະລັດ ອາເມຣິກາ ຜູ້ຊຳນານການສຳຫຼວດດາວອັງຄານ ມີກຳນົດຈະສົ່ງຍານສຳຫຼວດເພີເຊີເວີແຣນ “Perseverance” ໃນໂຄງການ “Mars 2020” ຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ (NASA: National Aeronautics and Space Administration) ເດີນທາງຈາກສູນອາວະກາດເຄນເນດີ ລັດຟຼໍຣິດາ ໃນວັນທີ 30 ກໍລະກົດນີ້ ໂດຍຈະເປັນຍານຫຸ່ນຍົນສຳຫຼວດດາວອັງຄານ ລຳທີ 3 ໃນຮອບທົດສະວັດ ຕໍ່ຈາກຍານຄິວຣິອອສຊິຕີ້ “Curiosity” ເມື່ອປີ 2011 ແລະ ຍານອິນໄຊ ” InSight” ເມື່ອປີ 2018 ນອກເໜືອຈາກຍານມາເວນ MAVEN ທີ່ໂຄຈອນອ້ອມຮອບດາວອັງຄານ ເມື່ອປີ 2014.
China sends its first mission to Mars. Tianwen-1 was launched from Wenchang towards the red planet on a voyage that will last until next year. #Mars pic.twitter.com/9PmlzHCoEe
— China Xinhua News (@XHNews) July 23, 2020
Watch: Animation shows China’s first Mars probe #Tianwen1‘s journey to the red planet. Tianwen-1 spacecraft is scheduled for launch in late July or early August. pic.twitter.com/Nfld8GW7MB
— Global Times (@globaltimesnews) July 21, 2020
I just passed a pre-flight check, and it’s looking good for my launch to Mars next week. See what it took to get here. https://t.co/evFGtZMdEX #CountdownToMars pic.twitter.com/zIjoQkr62k
— NASA’s Perseverance Mars Rover (@NASAPersevere) July 22, 2020