ສາຍການບິນບຣິຕິຊ ແອຣ໌ເວ ຂອງສະຫະຣາຊອານາຈັກ ປະກາດປົດປະຈຳການຍົນໂດຍສານໂບອິ້ງ 747-400 ຢ່າງເປັນທາງການ ທ່າມກາງວິກິດການລະບາດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ກົດດັນອຸດສາຫະກຳການບິນທົ່ວໂລກຢ່າງໜັກ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ສະຫະຣາຊອານາຈັກ ເມື່ອວັນສຸກ ທີ 17 ກໍລະກົດ ວ່າ ບຣິຕິຊ ແອຣ໌ເວ ເຊິ່ງເປັນສາຍການບິນແຫ່ງຊາດຂອງສະຫະຣາຊອານາຈັກ ຖະແຫຼງການ ເມື່ອວັນພະຫັດ ວ່າ ໄດ້ປົດປະຈຳການຍົນໂດຍສານຈຳໂບ້ ໂບອິ້ງ 747-400 ທັງໝົດທີ່ມີຢູ່ໃນຝູງບິນ “ທັນທີ” ໂດຍໃຫ້ເຫດຜົນກ່ຽວກັບວິກິດການແຜ່ລະບາດຂອງໂຄວິດ-19 ທີ່ສ້າງຜົນກະທົບຢ່າງໜັກຕໍ່ອຸດສະຫະກຳການບິນທົ່ວໂລກ.
ທັງນີ້, ຖະແຫຼງການຂອງບຣິຕິຊ ແອຣ໌ເວ ບໍ່ໄດ້ລະບຸວ່າ ຍົນໂດຍສານລຸ່ນດັ່ງກ່າວ ມີຜູ້ໃນຝູງບິນຈຳນວນຈັກລຳ ແຕ່ເປັນທີ່ຮູ້ກັນດີກຸ່ມອຸດສະຫະກຳການບິນ ວ່າ ບຣິຕິຊ ແອຣ໌ເວ ເປັນສາຍການບິນທີ່ມີຍົນໂດຍສານຕະກູນ 747 ຫຼາຍທີ່ສຸດ. ຂະນະທີ່ ສະຖິຕິຈາກຖານຂໍ້ມູນຂອງສາຍການບິນບຣິຕິຊ ແອຣ໌ເວ ເມື່ອຕົ້ນປີນີ້ ລະບຸວ່າ ສາຍການບິນມີຍົນໂດຍສາຍ 747-400 ຈຳນວນ 60 ລຳ.
ອີກປະການໜຶ່ງ ການເຄື່ອນໄຫວຂອງບຣິຕິຊ ແອຣ໌ເວ ມີຂຶ້ນໄດ້ບໍ່ດົນ ຫຼັງຈາກບໍລິສັດໂບອິ້ງລາຍງານເມື່ອວັນອັງຄານ ຜ່ານມາ ວ່າ ລູກຄ້າໄດ້ຍົກເລີກການສັ່ງຊື້ຍົນໂດຍສານ 737 Max ລວມກັນທັງໝົດ 60 ລຳ ເມື່ອເດືອນມິຖຸນາ ຜ່ານມາ ເພິ່ມສະຖິຕິສະສົມຂອງການຍົກເລີກລາຍການສັ່ງຊື້ຍົນລຸ້ນນີ້ຢ່າງໜ້ອຍ 355 ລຳແລ້ວ ຕັ້ງແຕ່ຕົ້ນປີນີ້ ແລະ ເມື່ອເດືອນຜ່ານມາ ບໍລິສັດໂບອິ້ງໄດ້ສົ່ງມອບຍົນໃຫ້ລູກຄ້າພຽງ 10 ລຳ ເຊິ່ງສ່ວນຫຼາຍແມ່ນຍົນຂົນສົ່ງສິນຄ້າ ແລະ ຍົນທະຫານ.
British Airways, the world’s largest operator of Boeing 747, retires entire fleet of jumbo jets with immediate effect due to the downturn in travel industry caused by the coronavirus pandemic https://t.co/hP6Ij46fQd $BA pic.twitter.com/fKBDpo6H8v
— Reuters Business (@ReutersBiz) July 17, 2020