ທາງການລັດຄາລິຟໍເນຍ ກັບມາໃຊ້ມາດຕະການປິດເມືອງອີກຄັ້ງ ຫຼັງຈາກອັດຕາຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ພາຍໃນລັດທີ່ມີປະຊາກອນອາໄສຫຼາຍທີ່ສຸດໃນອາເມລິກາກັບມາເພິ່ມຂຶ້ນຢ່າງວ່ອງໄວ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສແອນເຈລິສ ສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 13 ກໍລະກົດ ວ່າ ທ່ານກາວິນ ນິວຊອມ ເຈົ້າຄອງລັດຄາລິຟໍເນຍ ເຊິ່ງມີປະຊາກອນອາໄສຫຼາຍທີ່ສຸດໃນສະຫະລັດ ຖະແຫຼງການເມື່ອວັນຈັນ ກ່ຽວກັບສະຖານະການຂອງໄວຣັສໂຄວິດ-19 ໃນພື້ນທີ່ ວ່າ ໄດ້ຢືນຢັນຜູ້ຕິດເຊື້ອໃນຮອບ 24 ຊົ່ວໂມງ ຜ່ານມາ ເພີ່ມຂຶ້ນ 8.358 ຄົນ ເພິ່ມຈຳນວນຜູ້ປ່ວຍສະສົມຢ່າງໜ້ອຍ 329.162 ຄົນ ແລະ ເສຍຊີວິດເພິ່ມອີກ 23 ຄົນ ລວມແລ້ວ 7.040 ຄົນ. ສະຖິຕິດັ່ງກ່າວ ຊີ້ໃຫ້ເຫັນວ່າ ເຊື້ອໄວຣັສຍັງວົນວຽນຢູ່ໃກ້ໂຕເຊິ່ງຈະຜ່ອນຄາຍຄວາມກັງວົນໄດ້ກໍ່ຕໍ່ເມື່ອມີວັກຊີນປ້ອງກັນ ຫຼື ວິທີປິ່ນປົວຢ່າງມີປະສິດທິພາບ.
ດ້ວຍເຫດນີ້, ເພື່ອຄວບຄຸມຄວາມສ່ຽງຂອງການຕິດເຊື້ອໃຫ້ໄດ້ຫຼາຍທີ່ສຸດເຊັ່ນ ກິດຈະກຳໃນຮົ່ມທຸກປະເພດໃນຮ້ານອາຫານ, ບາ, ສວນສັດ, ຫໍພິພິທະພັນ ແລະ ການຈັດກິດຈະກຳໃຫ້ໜ້ອຍທີ່ສຸດ ທັງໝົດ 58 ເຂດ ໃຫ້ໂຈະບໍລິການທັນທີ ແຕ່ໃນ 30 ເຂດ ທີ່ມີອັດຕາການພົບຜູ້ຕິດເຊື້ອຫຼາຍທີ່ສຸດໃຫ້ເພິ່ມທະວີການປິດສະຖານທີ່ທາງສາສະໜາ, ສູນອອກກຳລັງກາຍ ແລະ ຮ້ານຕັດຜົມດ້ວຍ.
ຂະນະດຽວກັນ, ທ່ານນິວຊອມ ສົ່ງເສີມໃຫ້ປະຊາຊົນໃຫ້ຄວາມຮ່ວມມືປະຕິບັດຂອງພາກລັດໃຫ້ຫຼາຍກວ່ານີ້ ທັງການຮັກສາໄລຍະຫ່າງ ແລະ ການສວມໃສ່ໜ້າກາກ ຫຼື ຜ້າອັດປາກ-ດັງ ເມື່ອຢູ່ສະຖານທີ່ສາທາລະນະ. ທັງນີ້ ລັດຄາລິຟໍເນຍເປັນລັດທຳອິດຂອງສະຫະລັດທີ່ປະກາດມາດຕະການປິດເມືອງ ເມື່ອກາງເດືອນມີນາ ຜ່ານມາ ແລະ ໄດ້ຜ່ອນຄາຍມາດຕະການ 2 ຄັ້ງ ໃນເດືອນພຶດສະພາ ແລະ ມິຖຸນາ.
ຢ່າງໃດກໍ່ຕາມ, ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ເຈົ້າຂອງສະຖານທີ່ປະກອບການໃນລັດຄາລີຟໍເນຍຈະປະຕິບັດຕາມຄຳສັ່ງຂອງເຈົ້າຄອງລັດ ຫຼື ບໍ່ ເຊິ່ງບໍ່ຕ່າງຫຍັງກັບ “ການປິດເມືອງຄັ້ງທີ 2” ເນື່ອງຈາກກຸ່ມຕໍ່ຕ້ານການສວມໃສ່ຜ້າປິດປາກ-ດັງ ແລະ ການປິດເມືອງເດີນໜ້າປະທ້ວງ.
ໃນເວລາດຽວກັນ ຫ້ອງການສຶກສາທິການເມືອງລອສແອນເຈລິສ ແລະ ເມືອງຊານ ດິເອໂກ ເຊິ່ງເປັນ 2 ເຂດໃຫຍ່ທີ່ສຸດຂອງລັດຄາລິຟໍເນຍ ມີນັກຮຽນລວມກັນປະມານ 706.000 ຄົນ ແລະ ພະນັກງານ 88.000 ຄົນ ໄດ້ອອກຖະແຫຼງການຮ່ວມກັນ ກ່ຽວກັບການຈັດຮູບແບບການຮຽນ – ການສອນແບບອອນໄລນ໌ ໃນພາກຮຽນທີ່ຈະມາເຖິງນີ້.
NEW: As the pandemic intensifies in California, Gov. Gavin Newsom says he is closing all bars and all indoor restaurants statewide. https://t.co/dV2zrg6a7J pic.twitter.com/rhg1vcP5ak
— ABC News (@ABC) July 13, 2020
Effective immediately, CA is closing some indoor business operations statewide and additional indoor business operations in counties on @CAPublicHealth Monitoring List for 3 consecutive days.
📍Find the updated list of counties here: https://t.co/snYe5v55Rw pic.twitter.com/W3wBJp2ap5
— Office of the Governor of California (@CAgovernor) July 13, 2020