ສາທາລະນະສຸກຂອງນະຄອນຫຼວງໂຕກຽວກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຫຼາຍກວ່າ 200 ຄົນ ເປັນມື້ທີ 2 ຕິດຕໍ່ກັນ ໂດຍພື້ນທີ່ລະບາດຫຼາຍທີ່ສຸດແມ່ນຢູ່ສະຖານບັນເທີງຍາມກາງຄືນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 10 ກໍລະກົດ ວ່າ ຫ້ອງການສາທາລະນະສຸກນະຄອນຫຼວງໂຕກຽວ ລາຍງານເມື່ອວັນສຸກ ກ່ຽວກັບສະຖິຕິຜູ້ຕິດເຊື້ອໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ວ່າ ມີຜູ້ປ່ວຍໃໝ່ເພິ່ມອີກ 243 ຄົນ ເປັນສະຖິຕິປະຈຳວັນສູງທີ່ສຸດຄັ້ງໃໝ່ ແຊງໜ້າສະຖິຕິ 224 ຄົນ ທີ່ກວດພົບເມື່ອວັນພະຫັດ ຜ່ານມາ ແລະ ເປັນມື້ທີ 2 ຕິດຕໍ່ກັນແລ້ວ ທີ່ນະຄອນຫຼວງຂອງປະເທດຍີປຸ່ນຢືນຢັນຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າວັນລະ 200 ຄົນ.
ຂະນະທີ່ ທ່ານນາງຢູຣິໂກະ ໂຄອິເຄະ ເຈົ້າຄອງນະຄອນຫຼວງໂຕກຽວ ກ່າວວ່າ ການກວດພົບຜູ້ຕິດເຊື້ອຫຼາຍຂຶ້ນເປັນຜົນມາຈາກເຈົ້າ ໜ້າທີ່ສາທາລະນະສຸກໄດ້ຍົກສູງມາດຕະການກວດພະຍາດໃຫ້ຂະຫຍາຍຂອບເຂດຫຼາຍຂື້ນ ແລະ ຢືນຢັນວ່າ ຈະເພີ່ມທະວີການກວດກາຄຽງຄູ່ກັບການໃຫ້ຄຳແນະນຳແກ່ເຈົ້າຂອງສະຖານທີ່ປະກອບການ ແລະ ຜູ້ທີ່ເຮັດວຽກຢູ່ສະຖານທີ່ບັນເທິງຍາມກາງຄືນ ເຊິ່ງເປັນພື້ນທີ່ກວດພົບການຕິດເຊື້ອເປັນກຸ່ມກ້ອນຫຼາຍທີ່ສຸດ
ປັດຈຸບັນ, ນະຄອນຫຼວງໂຕກຽວ ມີຜູ້ປ່ວຍໂຄວິດ-19 ຫຼາຍກວ່າ 7.000 ຄົນ ກວມເອົາ 1 ໃນ 3 ຂອງຜູ້ປ່ວຍສະສົມທົ່ວປະເທດ ສ່ວນຜູ້ເສຍຊີວິດທົ່ວປະເທດ ປະມານ 980 ຄົນ ແລະ ສະເພາະໃນນະຄອນຫຼວງໂຕກຽວ ປະມານ 300 ຄົນ.
Tokyo adds record 243 coronavirus cases https://t.co/qBE6Agq6rm
— NHK WORLD News (@NHKWORLD_News) July 10, 2020
【速報】東京都 新たに243人感染確認 1日として過去最多
東京都内できょう新たに243人が新型コロナウイルスに感染していたことが分かりました。
きのうの224人を上回り、過去最多を更新しました。
東京都での新規感染者…推移は?▼https://t.co/h0HiZfWwga#243人#東京243人 pic.twitter.com/EhrKA4y1dc
— 日テレNEWS / 日本テレビのニュース・速報 (@news24ntv) July 10, 2020