ທະວີບອາຟຣິກາ ກຳລັງຜະເຊີນກັບ ໄພຄຸກຄາມ 3 ດ້ານຈາກທຳມະຊາດ ທັງວິກິການແຜ່ລະບາດຂອງໂຄວິດ-19, ໄພນ້ຳຖ້ວມໃນບາງປະເທດ ແລະ ຝູງຕັກກະແຕນທະເລຊາຍ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກິນຊາຊາ ສາທາລະນະລັດ ປະຊາທິປະໄຕຄອງໂກ ເມື່ອວັນເສົາ ທີ 23 ພຶດສະພາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ (CDC: Africa Centres for Disease Control and Prevention) ອອກຖະແຫຼງ ເມື່ອວັນສຸກ ວ່າ ຜູ້ປ່ວຍສະສົມຈາກໂຄວິດ-19 ໃນ 54 ປະເທດ ແລະ ເຂດແດນໃນທະວີບອາຟຣິກາ ເພິ່ມຂຶ້ນຫຼາຍກ່ວາ 100.000 ຄົນ ນັບຕັ້ງແຕ່ໄດ້ຮັບການຢືນຢັນພົບຜູ້ຕິດເຊື້ອຄົນທຳອິດໃນປະເທດອີຢີບ ເມື່ອວັນທີ 14 ກຸມພາ ຜ່ານມາ ແຕ່ປິ່ນປົວເຊົາແລ້ວເກືອບ 40.000 ຄົນ ແລະ ເສຍຊີວິດປະມານ 3.000 ຄົນ.
ທ່ານດຣ.ໄມເຄິລ ໄຣອັນ ປະທານໂຄງການສຸກເສີນດ້ານສາທາລະນະສຸກຂອງອົງການອະນາໄມໂລກ (WHO: World Health Organization) ກ່າວວ່າ ຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ໃນທະວີບອາຟຣິກກາຍັງລະດັບຕໍ່າເມື່ອທຽບກັບຫຼາຍປະເທດໃນຫຼາຍທະວີບ “ຖືວ່າຍັງເປັນເລື່ອງດີ” ແຕ່ການທີ່ເຊື້ອພະຍາດມີຕົວຢ່າງຢູ່ລະດັບເບົາບາງໃນທະວີບອາຟຣິກາ ກໍ່ບໍ່ໄດ້ໝາຍຄວາມວ່າ ຈະໄວ້ວາງໃຈສະຖານະການໄລຍະຍາວໄດ້ ເນື່ອງຈາກສະຖິຕິຊີ້ໃຫ້ເຫັນວ່າ ໃນຮອບອາທິດ ຜ່ານມາ ມີ 4 ປະເທດ ພົບຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຫຼາຍກວ່າ 100% ແລະ 9 ປະເທດ ມີຜູ້ປ່ວຍໃໝ່ເພີ່ມຂຶ້ນຢ່າງໜ້ອຍ 50%.
ຂະນະດຽວກັນ ອັດຕາການກວດຫາເຊື້ອໂຄວິດ-19 ໃນອາຟຣິກກາ ຍັງຖືວ່າຄວບຄຸມໄດ້ຕໍ່າຫຼາຍ ໂດຍປະຊາກອນໃນທະວີບທີ່ຜ່ານການກວດຫາເຊື້ອພຽງ 1,5 ລ້ານຄົນເທົ່ານັ້ນ ເຊິ່ງ ສູນອາຟຣິກາ ຊີດີຊີ ໄດ້ວິເຄາະວ່າ ສະຖິຕິທີ່ເໝາະສົມບໍ່ຄວນຕໍ່າກວ່າ 1,0% ຂອງປະຊາກອນຢ່າງໜ້ອຍ 13 ລ້ານຄົນ.
ໃນອີກດ້ານໜຶ່ງ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO: Food and Agriculture Organization) ລາຍງານວ່ານອກຈາກວິກິດການແຜ່ລະບາດຂອງໂຄວິດ-19 ແລ້ວ ອາຟຣິກາຍັງຜະເຊີນກັບໄພພິບັດທາງທຳມະຊາດອື່ນໆອີກ ສິ່ງເກີດຂຶ້ນໃນປັດຈຸບັນນີ້ແມ່ນນໍ້າຖ້ວມ ແລະ ໄພຄຸກຄາມຂອງຝູງຕັກກະແຕນທະເລຊາຍ. ດ້ານທະນາຄານໂລກ (WORLD BANK) ປະກາດມອບເງິນຊ່ວຍເຫຼືອ 500 ລ້ານໂດລາ (ປະມານ 4.500 ຕື້ກີບ) ທັງການຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບ້ຍຕໍ່າ ໃຫ້ແກ່ທະວີບອາຟຣິກາ ແລະ ບາງປະເທດໃນຕາເວັນອອກກາງ ສຳລັບການນີ້.
#COVID19 update in Africa (As of 22 May 2020, 6 pm East Africa Time)
54 @_AfricanUnion Member States reporting 100,664 cases, 3,105 deaths, and 39,543 recoveries.
More information at https://t.co/vEZ4eupedf#COVID19 #FactsNotFear #AfricaResponds pic.twitter.com/KhKf8pY0yq— Africa CDC (@AfricaCDC) May 22, 2020
The @WorldBank is working with @FAO & partners to help countries battle the #desertlocust crisis. Learn more: https://t.co/GY8krmGvP2 pic.twitter.com/u3UnAvnQty
— World Bank (@WorldBank) May 21, 2020