ຄະນະກຳມາທິການສະຫະພາບເອີຣົບ ຄາດການໄລຍະຜະເຊີນກັບພາວະ “ເສດຖະກິດຖົດຖອຍຄັ້ງປະຫວັດສາດ” ເຊິ່ງໄດ້ຮັບຜົນກະທົບມາຈາກວິກິດການແຜ່ລະບາດຂອງໂຄວິດ-19.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບຣັສເຊລ ປະເທດເບລຢຽມ ເມື່ອວັນພະຫັດ ທີ 7 ພຶດສະພາ ວ່າ ຄະນະກຳມາທິການສະຫະພາບເອີຣົບ ລາຍງານ ເມື່ອວັນພຸດ ຜ່ານມາ ຄາດການກິດຈະກຳທາງເສດຖະກິດຂອງສະມາຊິກສະຫະພາບເອີຣົບ (EU) ທັງໝົດ 27 ປະເທດ ຫຼຸດລົງ 7,5% ເນື່ອງຈາກວິກິດການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຖືເປັນສະຖານະການຮ້າຍແຮງທີ່ສຸດເປັນປະຫວັດການ.
ຢ່າງໃດກໍ່ຕາມ, ສະຖານະການຈະຮ້າຍແຮງກວ່ານັ້ນໃນກຸ່ມຢູໂຣໂຊນ ຫຼື 19 ປະເທດ ໃນທະວີບເອີຣົບທີ່ໃຊ້ເງິນເອີໂຣເປັນເງິນຕາຫຼັກ ເຊິ່ງຄະນະກຳມາທິການສະຫະພາບເອີຣົບຄາດການ ເສດຖະກິດມີທ່າອ່ຽງຫົດໂຕ 7,7% ໃນປີນີ້ ແຕ່ມີຄວາມເປັນໄປໄດ້ ທີ່ຈະຟື້ນໂຕຂຶ້ນມາ 6,3% ໃນປີ 2021 ແຕ່ສັນຍານການຟື້ນໂຕຂອງເສດຖະກິດໂດຍລວມ “ຍັງບໍ່ແນ່ນອນ”.
ທັງນີ້, ຖ້າວິເຄາະເປັນແຕ່ລະປະເທດໃນກຸ່ມຢູໂຣໂຊນ ພົບວ່າ ສະພາບການທາງເສດຖະກິດຂອງເຢຍລະມັນ ເສົາຫຼັກຂອງເສດຖະກິດເອີຣົບ ແລະ ເປັນໜຶ່ງໃນເສົາຫຼັກຂອງໂລກເຊັ່ນກັນ ມີທ່າອ່ຽວຫົດໂຕ 6,5% ໃນປີນີ້, ກ່ອນຈະຟື້ນຕົວເລັກນ້ອຍເປັນ 5,9% ໃນປີໜ້າ.
ຂະນະທີ່ ເສດຖະກິດຂອງອິຕາລີມີຄວາມເປັນໄປໄດ້ທີ່ຈະຫົດໂຕຫຼາຍເຖິງ 9,5% ໃນປີນີ້ ແລະ ຈະກັບມາຟື້ນໂຕ 6,5% ໃນປີໜ້າ ທ່າມກາງວິກິດໜີ້ສາທາລະນະເພິ່ມຂຶ້ນເຖິງ 158,9% ຂອງຜະລິດຕະພັນລວມພາຍໃນປະເທດ (GDP) ເພິ່ມຂຶ້ນຈາກສະຖິຕິຂອງປີຜ່ານມາ ຈາກ 134,8% ຕໍ່ GDP.
ແຕ່ສະຖານະການໃນປະເທດກຣີຊ ມີທ່າອ່ຽງໜັກກວ່າອິຕາລີ ໂດຍເສດຖະກິດມີທ່າອ່ຽງຫົດໂຕ 9,7% ໃນປີນີ້ ແລະ ໜີ້ສາທາລະນະຈະເພິ່ມຂຶ້ນເກືອບ 200% ຂອງຈີດີພີ ສ່ວນເສດຖະກິດຂອງສະເປນມີທ່າອ່ຽງຫົດໂຕ 9,4% ໃນປີນີ້.
#BREAKING The European Commission says the eurozone economy will contract by 7.7% in 2020, as the catastrophic consequences of the coronavirus outbreak sweep through the continent pic.twitter.com/FZEV3bJIIg
— AFP news agency (@AFP) May 6, 2020