ຟິລິບປິນ ເສຍບຸກຄະລາກອນແພດ 26 ຄົນ ລະຫວ່າງປະຕິບັດພາລະກິດຕໍ່ສູ້ກັບການແຜ່ລະບາດໂຄວິດ-19 ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 500 ຄົນແລ້ວ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນີລາ ປະເທດຟີລິບປິນ ເມື່ອວັນຈັນ ທີ 27 ເມສາ ວ່າ ກະຊວງສາທາລະນະສຸກຟີລິບປິນ ອອກຖະແຫຼງການ ເມື່ອວັນອາທິດ ຜ່ານມາ ກ່ຽວກັບສະຖານະການຂອງໂຄວິດ-19 ວ່າ ຢືນຢັນມີຜູ້ປ່ວຍໃໝ່ 285 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມ ຢ່າງໜ້ອຍ 7.579 ຄົນ, ປິ່ນປົວເຊົາແລ້ວເພິ່ມຂຶ້ນ 70 ຄົນ ລວມເປັນ 862 ຄົນ ນັບຕັ້ງແຕ່ກວດພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 30 ມັງກອນ ຜ່ານມາ ເປັນນັກທ່ອງທ່ຽວຈີນ ເພດຍິງ ອາຍຸ 30 ປີ.
ຂະນະດຽວກັນ, ໄດ້ຢືນຢັນຜູ້ເສຍຊີວິດເພິ່ມອີກ 7 ຄົນ ສະຖິຕິຜູ້ເສຍຊີວິດຈາກໂຄວິດ-19. ພາຍໃນປະເທດຟີລິບປິນລວມເປັນຢ່າງໜ້ອຍ 501 ຄົນ ນັບຕັ້ງຢືນຢັນຜູ້ເສຍຊີວິດຄົນທຳອິດ ເມື່ອວັນທີ 2 ກຸມພາ ຜ່ານມາ ເປັນນັກທ່ອງທ່ຽວຈີນ ອາຍຸ 44 ປີ ເຊິ່ງເປັນການເສຍຊີວິດຢູ່ນອກປະເທດຈີນຄົນທຳອິດຈາກໂຄວິດ-19
ຢ່າງໃດກໍ່ຕາມ, ກະຊວງສາທາລະນະສຸກຟີລິບປິນ ລາຍງານດ້ວຍວ່າ ມີບຸກຄະລາກອນແພດຕິດເຊື້ອໂຄວິດ-19 ເພິ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະຖິຕິຈົນເຖິງວັນທີ 26 ເມສາ ເພິ່ມຂຶ້ນເປັນຢ່າງໜ້ອຍ 1.101 ຄົນ ແບ່ງອອກເປັນແພດ 434 ຄົນ, ພະຍາບານ 400 ຄົນ, ຜູ້ຊ່ວຍພະຍາບານ 55 ຄົນ, ນັກວິຊາການໆແພດ 32 ຄົນ ແລະ ແພດລັງສີ 21 ຄົນ. ຈາກຈຳນວນຕິດເຊື້ອດັ່ງກ່າວ ເສຍຊີວິດແລ້ວ 26 ຄົນ ປະກອບມີແພດ 20 ຄົນ ແລະ ພະຍາບານ 6 ຄົນ.
ທັງນີ້, ນອກຈາກມາດຕະການປິດເມືອງຢ່າງເຂັ້ມງວດ ເຊິ່ງປະທານາທິບໍດີໂຣດຣິໂກ ດູເຕເຕ ມີຄຳສັ່ງຂະຫຍາຍໄລຍະບັງຄັບໃຊ້ມາດຕະການປິດເມືອງທີ່ຄວບຄຸມນະຄອນຫຼວງມະນີລາ ແລະ ເຂດສ່ຽງ ຈົນເຖິງວັນທີ 15 ພຶດສະພາ ໂດຍຜູ້ນຳຟີລິບປິນຍັງມີຄຳສັ່ງຫ້າມບຸກຄະກອນແພດເດີນທາງອອກນອກປະເທດຊົ່ວຄາວ ຊີ້ໃຫ້ເຫັນວິກິດການຂາດແຄນບຸກຄະລາກອນສາທາລະນະສຸກໃນຟີລິບປິນ ສົ່ງຜົນກະທົບຫຼວງຫຼາຍໃນການສະກັດກັ້ນການແຜ່ລະບາດໂຄວິດ-19.
ເຖິງວ່າມາດຕະການປິດເມືອງດັ່າງກ່າວ ມີຂໍ້ຍົກເວັ້ນສະເພາະກໍລະນີແພດ ແລະ ເຈົ້າໜ້າທີ່ໃນສາຍວຽກທີ່ກ່ຽວຂ້ອງ ທີ່ໄດ້ສັນຍາລົງນາມກັບໂຮງໝໍໃນຕ່າງປະເທດກ່ອນວັນທີ 8 ມີນາ ເທົ່ານັ້ນ ຈຶ່ງສາມາດເດີນທາງອອກນອກປະເທດຟີລິບປິນໄດ້ ແຕ່ທ່ານດູເຕເຕ ເຄີຍກ່າວເມື່ອຕົ້ນເດືອນນີ້ ມີຄວາມເຫັນບໍ່ພໍໃຈ ທີ່ອາເມຣິກາຈ້າງບຸກຄະລາກອນແພດຈາກຟີລິບປິນແບບສັນຍາໄລຍະສັ້ນ ໃຫ້ໄປຮ່ວມພາລະກິດຕໍ່ສູ້ກັບພະຍາດໂຄວິດ-19.
DOH COVID-19 CASE BULLETIN #043
As of 4PM today, April 26, 2020, the DOH reports 285 new cases (PH7295-PH7579) of COVID-19. The total number of cases in the country is now at 7,579.
DOH also announces 70 new recoveries. This brings the total number of recoveries to 862. pic.twitter.com/Svb6xAoeCG
— Department of Health (@DOHgovph) April 26, 2020
PH doctors, nurses, health workers with #COVID19 rise to 1,101https://t.co/R4x0veliDT
— ABS-CBN News Channel (@ANCALERTS) April 25, 2020
Will your area still be under enhanced community quarantine until May 15? https://t.co/Ua2z4rP2wY pic.twitter.com/DLTIBn3SKg
— CNN Philippines (@cnnphilippines) April 24, 2020