ລັດຖະບານຈີນລາຍງານກວດພົບຜູ້ປ່ວຍໂຄວິດ-19 ກວ່າ 100 ຄົນ ເປັນຄັ້ງທຳອິດ ໃນຮອບເດືອນເຄິ່ງ ສ່ວນຫຼາຍແມ່ນເດີນທາງມາຈາກຕ່າງປະເທດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 13 ເມສາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ອອກຖະແຫຼງການ ເມື່ອວັນຈັນ ເປັນການລາຍງານກ່ຽວກັບສະຖານະການຂອງໂຄວິດ-19 ວ່າ ມີການຢືນຢັນຜູ້ເສຍຊີວິດເພິ່ມອີກ 2 ຄົນ ເຊິ່ງອາໄສຢູ່ໃນມົນທົນຫູເປີ່ຍ ເພີ່ມສະຖິຕິຜູ້ເສຍຊີວິດສະສົມຢ່າງໜ້ອຍ 3.341 ຄົນ ນັບຕັ້ງແຕ່ເດືອນທັນວາ ປີຜ່ານມາ.
ຢ່າງໃດກໍ່ຕາມ, ໃນຮອບ 24 ຊົ່ວໂມງ ຜ່ານມາ ມີການຢືນຢັນກວດພົບຜູ້ປ່ວຍເພິ່ມອີກ 108 ຄົນ ແບ່ງອອກເປັນຜູ້ຕິດເຊື້ອເດີນທາງມາຈາກຄ່າງປະເທດ 98 ຄົນ ແລະ ຜູ້ປ່ວຍພາຍໃນປະເທດ 10 ຄົນ ຖືເປັນສະຖິຕິຜູ້ປ່ວຍປະຈຳວັນສູງທີ່ສຸດ ນັບຕັ້ງແຕ່ສະຖິຕິ ເມື່ອວັນທີ 5 ມີນາ ຜ່ານມາ ເຊິ່ງໄດ້ມີການຢືນຢັນຜູ້ປ່ວຍປະຈຳວັນໃນວັນດັ່ງກ່າວ 143 ຄົນ ສ່ວນສະຖິຕິຜູ້ຕິດເຊື້ອບໍ່ສະແດງອາການສະສົມຢ່າງໜ້ອຍ 1.064 ຄົນ ໂດຍມີການຢືນຢັນເພິ່ມອີກ 61 ຄົນ.
ອີງຕາມ ຈຳນວນຜູ້ປ່ວຍປະຈຳວັນກຸ່ມຫຼ້າສຸດນັ້ນ ກວດພົບຫຼາຍທີ່ສຸດຢູ່ມົນທົນເຮຫຼົງຈຽງ ເຊິ່ງມີຊາຍແດນຕິດກັບປະເທດຣັສເຊຍ ຄື 56 ຄົນ ໃນນັ້ນ 49 ຄົນ ແມ່ນເດີນທາງຂ້າມຊາຍແດນມາຈາກຣັສເຊຍ. ຂະນະທີ່ ເທສະບານເມືອງຮາບິນ ເມືອງໃຫຍ່ຂອງມົນທົນເຮຫຼົງຈຽງ ປະກາດມາດຕະການກັກຕົວບຸກຄົນທີ່ເດີນທາງມາຈາກຕ່າງປະເທດ ເປັນໄລຍະ 28 ວັນ ລວມທັງການກວດແອນຕິບໍດີ ແລະ ນິວຄຣິອິກ (Antibodies nucleic acid ) ໂດຍບັງຄັບໃຊ້ທັງພົນລະເມືອງຈີນ ແລະ ຄົນຕ່າງປະເທດ.
Chinese mainland reported 108 #COVID19 cases Sunday (98 imported and 10 domestic cases). Two more deaths, all in Hubei, and 61 new asymptomatic cases were logged.
Half of the imported cases involved people returning from Russia to Heilongjiang, NE #China‘s border province. pic.twitter.com/ilHglAIAXw
— CGTN (@CGTNOfficial) April 13, 2020