ລັດຖະບານຈີນລາຍງານມີຜູ້ເສຍຊີວິດເພິ່ມອີກ 2 ຄົນ ຈາກໂຄວິດ-19 ຂະນະທີ່ ຈຳນວນຜູ້ປ່ວຍໃໝ່ເຊິ່ງເປັນກຸ່ມທີ່ເດີນທາງມາຈາກຕ່າງປະເທດ ເພິ່ມອີກ 61 ຄົນ ເປັນສະຖິຕິປະຈຳວັນສູງທີ່ສຸດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພະຫັດ ທີ 9 ເມສາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນໄດ້ລາຍງານສະຖິຕິປະຈຳວັນຂອງເຊື້ອໄວຣັສໂຄວິດ-19 ໃນປະເທດ ວ່າ ມີຜູ້ເສຍຊີວິດເພິ່ມອີກ 2 ຄົນ ເປັນຄົນມົນທົນຫູເປີ່ຍທັງສອງ ເພິ່ມສະຖິຕິຜູ້ເສຍຊີວິດສະສົມຢ່າງໜ້ອຍ 3.335 ຄົນ ໂດຍ 75% ຂອງຜູ້ເສຍຊີວິດທັງໝົດແມ່ນຢູ່ເມືອງອູ໋ຮັນ ເມືອງເອກຂອງມົນທົນຫູເປີ່ຍ ເຊິ່ງໄດ້ຍົກເລີກມາດຕະການປິດເມືອງຢ່າງເປັນທາງການ ເມື່ອວັນພຸດ ຜ່ານມາ ຫຼັງຈາກປິດຕັ້ງແຕ່ວັນທີ 23 ມັງກອນ ຜ່ານມາ.
ຂະນະທີ່ຈຳນວນຜູ້ປ່ວຍສະສົມຢ່າງໜ້ອຍ 81.865 ຄົນ ເພິ່ມຂຶ້ນ 63 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ ຈຳນວນດັ່ງກ່າວ 61 ຄົນ ແມ່ນເດີນທາງມາຈາກຕ່າງປະເທດ ຖືວ່າເປັນສະຖິຕິຜູ້ຕິດເຊື້ອປະຈຳວັນສູງທີ່ສຸດ ຕັ້ງແຕ່ວັນທີ 25 ມີນາ ຜ່ານມາ ແລະ ເພິ່ມຈຳນວນຜູ້ປ່ວຍສະສົມສະເພາະກຸ່ມນີ້ຢ່າງໜ້ອຍ 1.103 ຄົນ ສ່ວນໃຫຍ່ເປັນນັກສຶກສາຈີນຈາກຕ່າງປະເທດ ຂະນະທີ່ ການກວດພົບຜູ້ຕິດເຊື້ອບໍ່ສະແດງອາການເພິ່ມອີກ 56 ຄົນ ເພິ່ມສະຖິຕິຜູ້ປ່ວຍກຸ່ມນີ້ ຢ່າງໜ້ອຍ 1.104 ຄົນ.
ສ່ວນຜູ້ປ່ວຍຄົງເຫຼືອຢູ່ໃນລະບົບ ຢ່າງໜ້ອຍ 1.160 ຄົນ ໃນຈຳນວນນີ້ 176 ຄົນ ມີອາການຮ້າຍແຮງ ສ່ວນຜູ້ທີ່ໄດ້ຮັບການປິ່ນປົວເຊົາແລ້ວ ເພິ່ມຂຶ້ນຢ່າງໜ້ອຍ 77.370 ຄົນ. ທັງນີ້, ລັດຖະບານຈີນເນັ້ນໜັກເຕືອນໃຫ້ປະຊາຊົນມີສະຕິລະວັງຕົວໃນລະດັບສູງສຸດ ໂດຍສະເພາະເວລາຢູ່ນອກເຮືອນ ເພື່ອຫຼຸດຄວາມສ່ຽງຂອງການແຜ່ລະບາດຮອບສອງ ແລະ ຮັກສາມາດຕະຖານຄວາມເຂັ້ມງວດໃນການກວດກາ ຜູ້ທີ່ເດີນທາງມາຈາກຕ່າງປະເທດ.
A total of 63 #COVID19 cases were reported on Chinese mainland Wednesday (61 imported and two domestic cases). Two more deaths, all in Hubei Province, and 56 new asymptomatic cases were logged.
1,104 asymptomatic patients are under medical observation. pic.twitter.com/VTPWdQfisn
— CGTN (@CGTNOfficial) April 8, 2020
Here’s a timeline of Wuhan, from lockdown to reopening, in under 4 minutes.
The city at the epicenter of the coronavirus outbreak just spent the last 76 under lockdown and is now reopened. Here’s how it went. pic.twitter.com/wWdsqB2DjT— CGTN America (@cgtnamerica) April 8, 2020