ລັດຖະບານມຽນມາ ຂໍການສະໜັບສະໜູນຈາກສາກົນ ໃນດ້ານອຸປະກອນການແພດ ແລະ ອຸປະກອນທີ່ ຈຳເປັນ ເພື່ອຕໍ່ສູ້ກັບການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ໃນທົ່ວປະເທດມີຜູ້ປ່ວຍສະສົມຢ່າງນ້ອຍ 21 ຄົນ ແລະ ເສຍຊີວິດແລ້ວ 1 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ເມື່ອວັນອາທິດ ທີ 5 ເມສາ ວ່າ ກະຊວງການຕ່າງປະເທດມຽນມາໄດ້ອອກຖະແຫຼງການ ເມື່ອວັນສຸກ ທີ 3 ເມສາ ຜ່ານມາ ວ່າ ລັດຖະບານມີຄວາມຮູ້ບຸນຄຸນ ແລະ ຍິນດີຢ່າງຍິ່ງ ຖ້າສະຖານທູດຂອງຫຼາຍປະເທດ ແລະ ໜ່ວຍງານຜູ້ຕາງໜ້າຈາກອົງການສະຫະປະຊາຊາດ (UN) ຕະຫຼອດຈົນອົງການລະຫວ່າງປະເທດໃນມຽນມາ ຈະຕອບສະໜອງອຸປະກອນການແພດ ແລະ ອຸປະກອນທີ່ຈຳເປັນ ເພື່ອສະໜັບສະໜູນພາລະກິດຂອງມຽນມາ ໃນການຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19.
ພ້ອມກັນນັ້ນ, ເນື້ອໃນຂອງຖະແຫຼງການໄດ້ຢືນຢັນຄວາມພະຍາຍາມຢ່າງສຸດຄວາມາມາດຂອງທຸກພາກສ່ວນໃນມຽນມາ ເພື່ອຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໃນທົ່ວປະເທດ ເຊິ່ງລວມທັງການໂຈະກິດຈະກຳປະເພນີບຸນສົງການປະຈຳປີ ແລະ ການຂໍຄວາມຮ່ວມມືຈາກປະຊາຊົນ ບໍ່ໃຫ້ເຕົ້າໂຮມກັນເປັນກຸ່ມໃຫຍ່ໃນໄລຍະວິກິດດັ່ງກ່າວ ໂດຍວັນຂຶ້ນປີໃໝ່ຕາມປະຕິທິນສົງການຂອງມຽນມາໃນປີນີ້ ກົງກັບວັນທີ 17 ເມສາ.
ຢ່າງໃດກໍ່ຕາມ, ອົງການອະນາໄມໂລກ (WHO) ຢືນຢັນວ່າ ມຽນມາມີຊຸດອຸປະກອນກວດຫາໄວຣັສໂຄວິດ-19 ທີ່ພຽງພໍແລ້ວ ທາງດ້ານລັດຖະບານທ້ອງຖິ່ນເຂດຢາງກຸ້ງ ແລະ ເທສະບານເມືອງມັນທາເລ ເຊິ່ງເປັນເມືອງໃຫຍ່ອັນດັບ 1 ແລະ 2 ຂອງມຽນມາ ຕ່າງກໍ່ອອກແຈ້ງການຄວບຄຸມການເຄື່ອນໄຫວຢູ່ນອກເຮືອນ “ໂດຍທີ່ບໍ່ຈຳເປັນ” ໃນໄລຍະບຸນປີໃໝ່ມຽນມາ ໂດຍທາງການຂອງເມືອງຢາງກຸ້ງ ໄດ້ກຳນົດ ໄລຍະລະຫວ່າງ ວັນທີ 10 ຫາ 19 ເມສາ ແມ່ນຍົກເວັ້ນຄຳສັ່ງບໍ່ໃຫ້ອອກຈາກບ້ານເຮືອນ ເພື່ອໃຫ້ປະຊາຊົນໄດ້ອອກໄປຊື້ອາຫານ ແລະ ຢາ ຫຼື ໄປເຮັດວຽກທີ່ບໍ່ສາມາດເຮັດຢູ່ເຮືອນໄດ້.
ສ່ວນຄຳສັ່ງຂອງເທສະບານເມືອງມັນທາເລ ປະກາດມາດຕະການ ລະຫວ່າງ ວັນທີ 7 ຫາ 21 ເມສາ ໂດຍບໍ່ອະນຸຍາດໃຫ້ເດີນທາງເຂົ້າ ຫຼື ອອກຈາກເມືອງໄດ້. ນອກຈາກນີ້, ໂຮງແຮມ ແລະ ສະຖານທີ່ພັກເຊົ່າທຸກແຫ່ງໃນເມືອງຕ້ອງຢຸດບໍລິການໃນໄລຍະປິດເມືອງດ້ວຍ.
ປັດຈຸບັນ, ມຽນມາ ຢືນຢັນຜູ້ປ່ວຍສະສົມຈາກໂຄວິດ-19 ຢ່າງໜ້ອຍ 21 ຄົນ ທຸກຄົນລ້ວນແລ້ວເປັນການຕິດເຊື້ອມາຈາກຕ່າງປະເທດ ແລະ ເສຍຊີວິດ 1 ຄົນ ສ່ວນທີ່ເຫຼືອຍັງປິ່ນປົວຢູ່ໂຮງໝໍ ໂດຍໜຶ່ງໃນນັ້ນເປັນເຈົ້າໜ້າທີ່ຍິງຊາວສະວິດເຊີແລນຂອງສຳນັກງານສະຫະປະຊາຊາດປະຈຳນະຄອນຫຼວງເນປີດໍ.
“The UN fully supports the efforts of the government of Myanmar to prevent, contain and respond to the threat of this pandemic.” https://t.co/b9dtlWSovK
— The Myanmar Times (@TheMyanmarTimes) April 3, 2020
The Yangon govt urges people to stay at home during Thingyan, except those who are involved in COVID-19 prevention, control and treatment activities. https://t.co/uoGmxOh2Dy
— The Myanmar Times (@TheMyanmarTimes) April 4, 2020
All shops in Mandalay would also be shut down from April 7-21, except those that sell basic commodities and medicine. https://t.co/rU4Z8p3wz9
— The Myanmar Times (@TheMyanmarTimes) April 4, 2020