ສະໜາມນານາຊາດຂອງຟິລິບປິນປະກາດໂຈະການໃຫ້ບໍລິການ “ແບບບໍ່ມີກຳນົດ” ຈາກສະຖານະການ ພູໄຟຕາອັລ ທີ່ຕັ້ງຢູ່ໃກ້ນະຄອນຫຼວງມະນິລາ ລະເບີດຂຶ້ນຢ່າງຮຸນແຮງ ເຊິ່ງພົ່ນທັງຄວັນ ແລະ ລາວາອອກມາທົ່ວເມືອງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນຈັນ ທີ 13 ມັງກອນ ວ່າ ສະຖາບັນວິທະຍາພູໄຟ ແລະ ວິທະຍາແຜ່ນດິນໄຫວຂອງຟີລິບປິນ (ຟີໂວລສ໌ PHIVOLS: Philippine Institute of Volcanology and Seismology) ຖະແຫຼງການວ່າ ເກີດແຜ່ນດິນໄຫວຂະໜາດ 4 ແມັກນິຈູດມາດຕາຣິກເຕີ ເມື່ອເຊົ້າວັນຈັນ ຕາມເວລາທ້ອງຖິ່ນ ໃກ້ກັບເກາະພູໄຟຕາອັລ ເຊິ່ງຕັ້ງຢູ່ໃນແຂວງບາຕັງກັສ ຫ່າງຈາກນະຄອນຫຼວງມະນິລາລົງມາທາງທິດໃຕ້ ປະມານ 50 ກິໂລແມັດ ເປັນສັນຍານວ່າ ແມັກມາທີ່ມີປະລິມານມະຫາສານຍັງຄົງມີການເຄື່ອນໄຫວ ແລະ ສ້າງປະຕິກິລິຍາຢູ່ພາຍໃນພູໄຟ ແລະ ເມື່ອໃດທີ່ມີການສຽດສີລັກສະນະນີ້ຢູ່ໃນພູໄຟ ເຫດການແຜ່ນດິນໄຫວກໍ່ຈະເກີດຂຶ້ນເລື້ອຍໆ ແລະ ມີລາວາໄຫຼອອກມາຈາກປາກປ່ອງພູໄຟເປັນໄລຍະ.


ທັງນີ້ ນັບຕັ້ງແຕ່ການລະເບີດຂອງພູເຂົາໄຟຕາອັລ ແລະ ມີການປະກາດເຝົ້າລະວັງຕັ້ງແຕ່ວັນອາທິດ ຜ່ານມາ ເຈົ້າໜ້າທີ່ໄດ້ກວດພົບແຮງສັ່ນສະເທືອນເຖິງ 75 ຄັ້ງ ໃນຈຳນວນນີ້ 32 ຄັ້ງ ແຮງສັ່ນສະເທືອນຮຸນແຮງເຖິງ 5,0 ແມັກນິຈູດມາດຕາຣິກເຕີ. ຂະນະດຽວກັນໜ່ວຍງານຟີໂວລສ໌ ໄດ້ແຈ້ງເຕືອນກ່ຽວກັບມີຄວາມເປັນໄປໄດ້ທີ່ຈະເກີດຄື້ນສຶນາມິໃນທະເລໃກ້ກັບພູໄຟ ປະຊາຊົນຜູ້ທີ່ອາໄສຢູ່ໃນລັດສະໝີ 14 ກິໂລແມັດຈາກປາກປ່ອງພູເຂົາໄຟ ຄວນອົບພະຍົບອອກຈາກພື້ນທີ່ ເຖິງວ່າຜູ້ຊ່ຽວຊານກຳນົດລະດັບການເຕືອນໄພຢູ່ໃນລະດັບ “4” ເຊິ່ງເປັນລະດັບຮອງຈາກລະດັບເຕອນໄພຂັ້ນສູງສຸດ.


ສະໜາມບິນນານາຊາດນິນອຍ ອາກີໂນ ຕັ້ງຢູ່ຊານເມືອງນະຄອນຫຼວງມະນິລາ ປະກາດໂຈະການໃຫ້ບໍລິການທັງຖ້ຽວບິນຂາເຂົ້າ ແລະ ຂາອອກ “ແບບບໍ່ມີກຳນົດ” ເນື່ອງຈາກວິໄສທັດທາງອາກາດບໍ່ອຳນວຍຕໍ່ການໃຫ້ບໍລິການ ຫຼັງຈາກພູໄຟຕາອັລ ພົ່ນໝອກຄວັນປົົກຄຸມ ສູງ 15.000 ແມັດ. ຂະນະທີ່ຫ້ອງການເທສະບານນະຄອນຫຼວງມະນິລາ ແຈ້ງເຕືອນໃຫ້ປະຊາຊົນລະມັດລະວັງອັນຕະລາຍ ເມື່ອຢູ່ນອກທີ່ຢູ່ອາໄສ. ເພາະວ່າອະນຸພາກທີ່ປິວອອກຈາກພູໄຟອາດຈະມີຂະໜາດໃຫຍ່ກວ່າລູກກັອຟຕົກລົງມາ ແລະ ການຫາຍໃຈເອົາກຸ່ມຄວັນກໍ່ເປັນ “ອັນຕະລາຍ” ເຊິ່ງສ້າງຄວາມວິຕົກກັງວົນຢ່າງຫຼວງຫຼາຍໃຫ້ກັບປະຊາຊົນ ເຮັດໃຫ້ໜ້າກາກປິດດັງປິດປາກຂາດຕະຫຼາດ.


Phivolcs:
— CNN Philippines (@cnnphilippines) January 12, 2020
• Lava has reached the surface of the volcano
• Volcanic quakes will persist around less than magnitude 4
• We reiterate the evacuation of the Taal Volcano Island and high-risk areas within the 14km radius of the crater https://t.co/xqS0jgHM9i pic.twitter.com/mfbYWQuG41
Batangas Vice Governor Mark Leviste says 95 percent of Talisay residents have already evacuated and most of them have transferred to nearby cities. https://t.co/sDo55hwVGt pic.twitter.com/OBhVDpGs2O
— CNN Philippines (@cnnphilippines) January 13, 2020
LOOK: Taal Volcano spewing a giant ash column after the phreatic explosion recorded at 1:00 p.m. Video courtesy: Danny Ocampo pic.twitter.com/lhzE12jghY
— ABS-CBN News (@ABSCBNNews) January 12, 2020