ປະຊາຊົນປະມານ 240.000 ຄົນ ໃນລັດວິຕໍເຣຍປະເທດອົສຕຣາລີ ໄດ້ຮັບຄຳສັ່ງຈາກລັດຖະບານໃຫ້ອົບພະຍົບອອກຈາກພື້ນທີ່ ເນື່ອງຈາກມີຄວາມສ່ຽງສູງທີ່ໄຟປ່າຈະເພີ່ມທະວີຄວາມຮ້າຍແຮງຮອບໃໝ່ ເຊິ່ງພາກຊີວິປະຊາຊົນທົ່ວປະເທດເກືອບ 30 ຄົນ ຕັ້ງແຕ່ເດືອນກັນຍາ ປີຜ່ານມາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຊິດນີ ປະເທດອົສຕຣາລີ ເມື່ອວັນສຸກ ທີ 10 ມັງກອນ ວ່າ ສຳນັກງານບໍລິຫານຈັດການເຫດສຸກເສີນຂອງລັດວິຕໍເຣຍ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ໄດ້ອອກຖະແຫຼງການ ເມື່ອວັນສຸກ ວ່າ ລັດໄດ້ສົ່ງແຈ້ງການຜ່ານທາງໂທລະສັບມືຖືໄປເຖິງປະຊາຊົນ ປະມານ 240.000 ຄົນ ເພື່ອຂໍໃຫ້ອົບພະຍົບອອກຈາກພື້ນທີ່ “ດ້ວຍຄວາມຈຳເປັນ” ຫຼື ບໍ່ຄວນອາໄສຢູ່ເຂດຫ່າງໄກສອກຫຼີກ ຫຼື ເຂດໃກ້ກັບປ່າ ເນື່ອງຈາກອາດຈະເກີດເຫດທີ່ຄາດບໍ່ເຖິງ ເມື່ອຕ້ອງການຄວາມຊ່ວຍເຫຼືອທີ່ຕ້ອງໃຊ້ເວລາດົນ ຫຼື ໃນກໍລະນີຮ້າຍແຮງທີ່ສຸດ ທີ່ໜ່ວຍກູ້ໄພບໍ່ສາມາດໄປຮອດເຂດນັ້ນດ້ວຍເວລາຈຳກັດໄດ້.


ການປະກາດມາດຕະການດັ່ງກ່າວ ມີຂຶ້ນຫຼັງທາງການລັດວິກຕໍເຣຍ ໄດ້ຂະຫຍາຍໄລຍະຄຳສັ່ງສະຖານະການສຸກເສີນ ເມື່ອຕົ້ນເດືອນນີ້ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດຂອງລັດ ທີ່ໄດ້ປະກາດສະຖານະການສຸກເສີນຈາກໄຟປ່າ ຂະນະທີ່ ສຳນັກງານອຸຕຸນິຍົມແຫ່ງຊາດອົດສຕຣາລີ ຄາດການສະພາບອາກາດ ວ່າ ອຸນຫະພູມຢູ່ໃນພື້ນທີ່ສ່ວນຫຼາຍຂອງປະເທດ ສູງກວ່າ 40 ອົງສາ ຕັ້ງແຕ່ວັນສຸກທີ 10 ມັງກອນ ແລະ ຈະຄົງທີ່ຈົນຮອດທ້າຍອາທິດນີ້ ເຊິ່ງເຮັດໃຫ້ຫຼາຍຝ່າຍມີຄວາມກັງວົນອີກຄັ້ງ ຫຼັງຈາກມີຄວາມຫວັງໄດ້ບໍ່ດົນ ເມື່ອມີຝົນຕົກລົງມາໃນຕົ້ນອາທິດດຽວກັນນີ້.


ໂດຍອິດທິພົນຂອງໄຟທີ່ຮ້າຍແຮງຂ້າມປີ ຕັ້ງແຕ່ເດືອນກັນຍາ 2019 ເປັນຕົ້ນມາ ພາກຊີວິດປະຊາຊົນໄປແລ້ວ 27 ຄົນ, ເນື້ອທີ່ຫຼາຍກ່ວາ 10,3 ລ້ານເຮັກຕາ ທຽບເທົ່າກັບເນື້ອທີ່ປະເທດເກົາຫຼີໃຕ້ ທາງດ້ານເຈົ້າໜ້າທີ່ນັກດັບເພີງສາມາດຄວບຄຸມສະຖານະການໄດ້ພຽງເຄິ່ງໜຶ່ງ ຈາກໄຟປ່າທີ່ເກີດຂຶ້ນຫຼາຍກວ່າ 150 ຈຸດທົ່ວປະເທດ.


ຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີສະກັອດ ມໍຣິສັນ ທີ່ກຳລັງຜະເຊີນກັບສຽງກົດດັນຢ່າງໜັກຈາກທຸກຝ່າຍໃນອົສຕຣາລີ ທີ່ຢືນຢັນວ່າ ເຫດການໄຟປ່າຄັ້ງນີ້ ບໍ່ໄດ້ກ່ຽວຂ້ອງໂດຍກົງກັບພາວະໂລກຮ້ອນ ຫຼັງຈາກຕຳຫຼວດສາມາດຈັບກຸມຜູ້ຕ້ອງສົງໄສລັກລອບຈູດປ່າຫຼາຍສິບຄົນ. ສະນັ້ນ, ອົງການອຸຕຸນິຍົມໂລກ (WMO) ລາຍງານວ່າ ໝອກຄວັນພິດ ເຊິ່ງເປັນຜົນມາຈາກການມອດໄຟປ່າໃນປະເທດອົສຕຣາລີ ປົກຄຸມທົ່ວທ້ອງຟ້າເປັນວົງກວ້າງເໜືອມະຫາສະໝຸດ ປາຊີຟິກ ສົ່ງຜົນກະທົບໃຫ້ກັບທະວີບອາເມຣິກາໃຕ້ ແລະ ມີແນວໂນ້ມທີ່ຄວັນຈະລອຍໄປເຖິງທະວີບແອນຕາກຕິກ.
Emergency warnings remain in place for large parts of Kangaroo Island as Country Fire Service crews continue to battle out-of-control blazes. https://t.co/ODhlTdVUyv @laurenrosevj #KIfires #7NEWS pic.twitter.com/21V2TiezEr
— 7NEWS Adelaide (@7NewsAdelaide) January 10, 2020
Dangerous fire conditions have returned to New South Wales on Friday, with temperatures set to soar across the state. https://t.co/IomUaWPl3P @amberlaidler7 #NSWfires #7NEWS pic.twitter.com/Cm4p7S6DLj
— 7NEWS Australia (@7NewsAustralia) January 10, 2020