ບໍ່ມີຜູ້ລອດຊີວິດຈາກເຫດຍົນໂດຍສານ “ສາຍການບິນຢູເຄຣນ ອິນເຕີເນຊັນແນລ ແອຣ໌ໄລນ໌” ຕົກ ພາຍຫຼັງບິນອອກຈາກສະໜາມບິນນານາຊາດເຕຫະຣານໄດ້ບໍ່ດົນ ຂະນະທີ່ມີການເປີດເຜີຍຂໍ້ມູນເບື້ອງຕົ້ນ ວ່າ ຜູ້ເສຍຊີວິດສ່ວນຫຼາຍຈາກ 176 ຄົນ ຂອງຖ້ຽວບິນນີ້ ເປັນປະຊາຊົນຊາວອິຣານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຫະຣານ ປະເທດອິຣານ ເມື່ອວັນພຸດ ທີ 8 ມັງກອນ ວ່າ ເນື່ອງມາຈາກຖ້ຽວບິນ PS 752 ຂອງສາຍການບິນຢູເຄຣນ ອິເຕີເນຊັນແນລ ແອຣ໌ໄລນ໌ (UIA: Ukraine International Airlines) ໃຊ້ຍົນໂດຍສານໂບອິ້ງ 737-800 ໄດ້ຕົກລົງພື້ນ ພາຍຫຼັງບິນອອກຈາກສະໜາມບິນອິໝ່າມ ໂຄໄມນີ ຊານເມືອງນະຄອນຫຼວງເຕຫະຣານ ເມື່ອເຊົ້າມືດຂອງວັນພຸດ ຕາມເວລາທ້ອງຖິ່ນ ໂດຍ ຍົນລຳດັ່ງກ່າວມີຈຸດໝາຍປາຍທາງໄປລົງຈອດທີ່ສະໜາມບິນຄຽບ ນະຄອນຫຼວງຂອງປະເທດຢູເຄຣນ.


ທາງສະໜາມບິນນານາຊາດອິໝ່າມ ໂຄໄມນີ ແລະ ສາຍການບິນຢູເຄຣນ ອິນເນຊັນແນລ ແອຣ໌ໄລນ໌ ໄດ້ອອກຖະແຫຼງການໃນໄລຍະໄລ່ເລ່ຍກັນ ວ່າ ຜູ້ໂດຍສານ 167 ຄົນ ແລະ ລູກເຮືອ 9 ຄົນ ເສຍຊີວິດທັງໝົດ. ໂດຍຍົນເກີດບັນຫາໄຟໄໝ້ກະທັນຫັນຂະນະບິນຢູ່ເທິງທ້ອງຟ້າກ່ອນທີ່ຈະຕົກລົງກະທົບພື້ນດິນ. ເບື້ອງຕົ້ນເຈົ້າໜ້າທີ່ເຊື່ອວ່າ “ເປັນຄວາມຂັດຂ້ອງທາງເທັກນິກ” ຂະນະທີ່ ກູ້ໄພສາມາດມອດໄຟທີ່ລຸກໄໝ້ຍົນໄດ້ແລ້ວ ແລະ ກຳລັງລຳລຽງຮ່າງຜູ້ເສຍຊີວິດອອກຈາກບ່ອນເກີດເຫດ ເພື້ອເຂົ້າສູ່ຂັ້ນຕອນການພິສູດລັກສະນະບຸກຄົນຕໍ່ໄປ ເຊິ່ງອົງການການບິນພົນລະເຮືອນອິຣານໃຫ້ຂໍ້ມູນວ່າ ຜູ້ທີ່ເສຍຊີວິດສ່ວນຫຼາຍເປັນຊາວອິຣານ.


No survivors found after Ukrainian #Boeing737 with at least 170 on board crashes after take-off near #Tehran airport – Iran State TV pic.twitter.com/NpA5K5JlDm
— Ruptly (@Ruptly) January 8, 2020
Video shows the moment #IRGC missiles fired at #AinAlAssad airbase in #Iraq. #IranvsUSA #DecisiveResponse #GhasemSoleimani#SoleimaniAssassination pic.twitter.com/WGjkf2DUgt
— Press TV (@PressTV) January 8, 2020