ຍົນໂດຍສານໂບອິ້ງ 737 ຂອງ “ສາຍການບິນຢູເຄຣນ ອິນເຕີເນຊັນແນລ” ໄດ້ຕົກຫຼັງບິນອອກຈາກສະໜາມບິນນານາຊາດ ໃນນະຄອນຫຼວງເຕຫະຣານໄດ້ບໍ່ດົນ ລາຍງານເບື້ອງຕົ້ນ “ເກີດຈາກບັນຫາທາງເທັກນິກ” ແຕ່ຍັງບໍ່ມີການຢືນຢັນກ່ຽວກັບຜູ້ໂດຍສານທີ່ຢູ່ເທິງຍົນ ປະມານ 180 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຫະຣານ ປະເທດອິຣານ ເມື່ອວັນພຸດ ທີ 8 ມັງກອນ ໂດຍອ້າງອີງຈາກສຳນັກຂ່າວແຫ່ງຊາດອີຣານ (IRNA) ທີ່ລາຍງານວ່າ ຖ້ຽວບິນ PS 752 ຂອງສາຍການບິນຢູແຄຣນ ອິນເຕີເນຊັນແນລ ແອຣ໌ໄລນ໌ (UIA) ໃຊ້ຍົນໂດຍສານໂບອິງ 737-800 ໂດຍມີຜູ້ໂດຍສານ ແລະ ລູກເຮືອປະມານ 180 ຄົນ ໄດ້ຕົກໃນເວລາບໍ່ດົນ ຫຼັງບິນຈາກອອກຈາກສະໜາມ ບິນນານາຊາດອິໝ່າມ ໂຄໄມນີ ເຂດຊານເມືອງນະຄອນຫຼວງເຕາຫະຣານ ເມື່ອເຊົ້າມືດຂອງວັນພຸດຕາມເວລາທ້ອງຖິ່ນ ຍົນລຳດັ່ງກ່າວມີຈຸດໝາຍແມ່ນໄປລົງຈອດໃນສະໜາມບິນນະຄອນຫຼວງຄຽບ ປະເທດຢູເຄຣນ.


ທັງນີ້ ຍົນມີໄຟລຸກໄໝ້ເປັນກ້ອນໄຟຂະໜາດໃຫຍ່ຈົນສາມາດເບິ່ງເຫັນຈາກໄລຍະໄກ ກ່ອນທີ່ຈະຕົກລົງກະທົບພື້ນດິນ ສົ່ງຜົນໃຫ້ເກີດໄພໄໝ້ລາມຢ່າງໜັກ ເບື້ອງຕົ້ນໜ່ວຍກູ້ໄພໄປຮອດບ່ອນເກີດເຫດເພື່ອຄວບຄຸມສະຖານະການ ແລະ ມີລາຍງານສາເຫດທີ່ເຮັດໃຫ້ຍົນຕົກແມ່ນເກີດຈາກ “ການຂັດຂ້ອງດ້ານເທັກນິກ”.


We are following reports that a Ukrainian 737-800 has crashed shortly after takeoff from Tehran. #PS752 departed Tehran at 02:42UTC. Last ADS-B data received at 02:44UTC. https://t.co/qXWHUPGDTu pic.twitter.com/vuAi6TOqTp
— Flightradar24 (@flightradar24) January 8, 2020