ສຳນັກງານຄະນະກຳມະການອາຫານ ແລະ ຢາຂອງສະຫະລັດ ອາເມຣິກາ ໄດ້ເພີ່ມເພດານອາຍຸຂັ້ນຕໍ່າຂອງຜູ້ມິດສິດຊື້ຜະລິດຕະພັນຢາສູບທຸກປະເພດ ຈາກ 18 ປີ ເປັນ 21 ປີ ອີງຕາມກົດໝາຍທີ່ປະທານາທິບໍດີ ໂດນັລ ທຣຳ ເຊັ່ນລົງນາມ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ວ່າ ອົງການອາຫານ ແລະ ຢາຂອງສະຫະລັດ ອາເມຣິກາ (FDA: Food and Drug Administration) ໄດ້ອອກຖະແຫຼງການເມື່ອວັນສຸກ ກ່ຽວກັບການເພີ່ມເພດານອາຍຸຂັ້ນຕ່ຳຂອງຜູ້ມີສິດຊື້ຜະລິດຕະພັນຢາສູບໃນປະເທດ ເຊິ່ງກວມເອົາຜະລິດຕະພັນຢາສູບໄຟຟ້າ ຈາກກຳນົດ 18 ປີ ເປັນ 21 ປີ ດ້ວຍຄຳສັ່ງດັ່ງກ່າວມີຜົນບັງຄັບໃຊ້ “ທັນທີ” ເພື່ອໃຫ້ປະຕິບັດຕາມກົດໝາຍງົບປະມານປີ 2020 ມູນຄ່າ 1.400 ຕື້ໂດລາ (ກວ່າ 12 ລ້ານຕື້ກີບ) ທີ່ປະທານາທິບໍດີໂດນັລ ທຣຳ ໄດ້ເຊັນລົງນາມຮັບຮອງ ເມື່ອວັນທີ 20 ທັນວາ ຜ່ານມາ ແລະ ມີບົດບັນຍັດສາມາດແກ້ໄຂກົດໝາຍດັ່ງກ່າວລວມຢູ່ນຳ.


ຂະນະທີ່ສື່ມວນຊົນທ້ອງຖິ່ນຫຼາຍແຫ່ງລາຍງານວ່າ ລັດຖະບານຢ່າງໜ້ອຍ 19 ລັດ ແລະ ເທສະບານນະຄອນຫຼວງວໍຊິງຕັນໄດ້ເພີ່ມເກນອາຍຸຂັ້ນຕໍ່າ ສຳລັບປະຊາຊົນທີ່ສາມາດຊື້ຜະລິດຕະພັນຢາສູບຢູ່ທ້ອງຖິ່ນຂອງຕົນເອງແລ້ວ ກ່ອນການປະກາດຂອງເອັຟດີເອ ໝາຍຄວາມວ່າປັດຈຸບັນ ອາຍຸຂັ້ນຕໍ່າຂອງປະຊາຊົນໃນອາເມຣິກາທີ່ສາມາດຊື້ຢາສູບ ແລະ ເຄື່ອງດື່ມແອລກໍຮອລໄດ້ເອງ ໃນອາຍຸ 21 ປີເທົ່າກັນ ດ້ານບົດລາຍງານການຄົ້ນຄວ້າຈາກສະຖາບັນການແພດອາເມລິກາ ລະບຸວ່າ ການຂະຫຍາຍອາຍຸຂັ້ນຕໍ່າຂອງຜູ້ມີສິດຊື້ຜະລິດຕະພັນຢາສູບໃນປະເທດ ຈະຊ່ວຍປ້ອງກັນການເສຍຊີວິດກ່ອນໄວຂອງພົນລະເມືອງອາເມຣິກັນ ລະຫວ່າງປີ 2000 ແລະ 2019 ມີຜູ້ເສຍຊີວິດແລ້ວ ປະມານ 223.000 ຄົນ.
LEGAL AGE FROM 18 TO 21: Congress has raised the legal age to buy tobacco from 18 to 21, a new measure that applies to the purchase of cigarettes and e-cigarette products and comes amid increasing concerns about youth vaping. @davidmuir reports. https://t.co/vzMv1ms5lX pic.twitter.com/zvgCXaGEEq
— World News Tonight (@ABCWorldNews) December 20, 2019