ນາງເກຣຕາ ທຸນເບີກ ສາວນ້ອຍອາຍຸ 16 ປີ ຈາກປະເທດສະວີເດັນ ນັກເຄື່ອນໄຫວດ້ານສິ່ງແວດລ້ອມທີ່ອອກມາປະຊາສຳພັນ ແລະ ປຸກລະດົມ ໃຫ້ຜູ້ນຳທົ່ວໂລກຊ່ວຍກັນແກ້ໄຂບັນຫາໂລກຮ້ອນ ໄດ້ຮັບການສະເໜີຊື່ເປັນບຸກຄົນແຫ່ງປີ ຂອງວາລະສານປະຈຳປີ 2019.
ສຳນັກຂ່າວຣອຍເຕີລາຍງານ ເມື່ອວັນພຸດ ທີ 11 ທັນວາ ວ່າ ເກຣຕາ ທຸນເບີກ (Greta Thunberg) ສາວນ້ອຍອາຍຸ 16 ປີ ຈາກປະເທດສະວີເດັນໄດ້ຮັບກຽດຍ້ອງຍໍຈາກວາລະສານໄທມ໌ (Time Magazine) ໃຫ້ເປັນບຸກຄົນແຫ່ງປີ 2019 ພ້ອມຕີພິມຮູບພາບຂອງສາວນ້ອຍລົງໜ້າປົກວາລະສານ ໂດຍຂຽນຫົວຂໍ້ກ້ອງຮູບ ວ່າ “ພະລັງແຫ່ງເຍົາວະຊົນ” ຈາກຜົນງານການເລີ່ມຕົ້ນປະຊາສຳພັນເພື່ອປຸກລະດົມເລື່ອງສິ່ງແວດລ້ອມ ມາຕັ້ງແຕ່ເດືອນສິງຫາປີ 2018 ຈົນກາຍເປັນທີ່ສົນໃຈຈາກທົ່ວໂລກ. ໂດຍຈຸດເລີ່ມຕົ້ນຂອງການອອກໂຮງຮຽນ ແລະ ໄດ້ເຄື່ອນໄຫວປະທ້ວງຢູ່ຕໍ່ໜ້າອາຄານສະພາແຫ່ງສະວີເດັນ ເພື່ອໃຫ້ເກີດຜົນໃນທາງປະຕິບັດ. ຫຼັງຈາກນັ້ນ, ສາວນ້ອຍເກຣຕາ ໄດ້ມີໂອກາດໄປກ່າວ ສຸນທອນພົດໃນກອງປະຊຸມຂອງຜູ້ນຳໂລກໃນອົງການສະຫະປະຊາຊາດ, ໄດ້ເຂົ້າພົບສົມເດັດພະສັນທະປາປາ ຟຣັງຊິສ, ໄດ້ສະແດງຄວາມຄິດເຫັນທີ່ຂັດແຍ່ງກັບປະທານາທິບໍດີສະຫະລັດ ແລະ ຍັງກະຕຸ້ນໃຫ້ປະຊາຊົນ 4 ລ້ານຄົນ ໃນທົ່ວໂລກພາກັນອອກມາເດີນຂະບວນປະທ້ວງເລື່ອງພາວະໂລກຮ້ອນ ເມື່ອວັນທີ 20 ກັນຍາ ຜ່ານມາ ເຊິ່ງເປັນການເຕົ້າໂຮມດ້ານສິ່ງແວດລ້ອມຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດ.


ວາລະສານໄທມ໌ ລະບຸວ່າ ມາກາເຣັດ ແອັດວູດ ນັກຂຽນຊາວການາດາ ໄດ້ປຽບທຽບລະຫວ່າງ ຕົນເອງ ກັບ ໂຈນ ອັອບ ອາຣ໌ກ. ນອກຈາກນັ້ນແລ້ວ ຜູ້ຂຽນພົດຈະນານຸກົມຂອງຄອລລິນ ດິກເຊິນນາຣີ ຍັງໄດ້ບັນຍັດຄຳເວົ້າທີ່ເປັນຫຼັກແນວຄິດນຳພາຂອງ ເກຣຕາ ໃນການປະຊາສຳພັນດ້ານສິ່ງແວດລ້ອມ ການປະທ້ວງຕໍ່ສູ້ກັບພາວະໂລກຮ້ອນນັ້ນ ເປັນຄຳເວົ້າແຫ່ງປີ.


ສາວນ້ອຍເກຣຕາ ທຸນເບີກ ໃກ້ຈະອາຍຸຄົບ 17 ປີ ໃນເດືອນມັງກອນ ປີໜ້າ ຍັງໄດ້ມາກ່າວສຸນທອນພົດ ໃນການປະຊຸມໂລກຮ້ອນທີ່ນະຄອນຫຼວງມາດຣິດ ປະເທດສະເປນ ເມື່ອອາທິດ ທີ່ຜ່ານມາ ວ່າ ສຽງຂອງຂະບວນຕໍ່ຕ້ານດ້ານສິ່ງແວດລ້ອມທີ່ໄດ້ຍິນ ແຕ່ນັກການເມືອງກໍ່ຍັງບໍ່ລົງມືປະຕິບັດເທື່ອ.
.@GretaThunberg is TIME's 2019 Person of the Year #TIMEPOY https://t.co/YZ7U6Up76v pic.twitter.com/SWALBfeGl6
— TIME (@TIME) December 11, 2019