ເຈົ້າໜ້າທີ່ດັບເພີງຂອງປະເທດອົສຕຣາລີໃຊ້ກົນລະຍຸດ “ຈູດໄຟເຜົາກັບ” ໂດຍການຈູດທົ່ງຫຍ້າໃຫ້ເກີດໄຟໄໝ້ສວານກັບເສັ້ນທາງໄຟປ່າທີ່ກຳລັງລຸກໄໝ້ຢູ່ ແຕ່ຍອມຮັບເປັນ ທາງອອກສຸດທ້າຍ ທີ່ອາດຈະຊ່ວຍສະກັດໄຟປ່າ ທາງພາກຕາເວັນອອກຂອງປະເທດ ເຊິ່ງແຜ່ລາມມາ 2 ເດືອນແລ້ວ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຊິດນີ ປະເທດອົສະຕຣາລີ ເມື່ອວັນອັງຄານ ທີ 10 ທັນວາ ວ່າ ສຳນັກງານດັບເພີງ ນິວ ເຊົາ ເວລສ໌ ພາກຕາເວັນອອກສຽງໃຕ້ ຂອງອົສຕຣາລີ ລາຍງານວ່າ ວິກິດໄຟໄໝ້ປ່າໃນພື້ນທີ່ ແລະ ໃນລັດໃກ້ຄຽງ ຍັງມີຄວາມຮຸນແຮງຕໍ່ເນື່ອງ ຫຼັງຜ່ານມາ 2 ເດືອນ ໂດຍໄຟປ່າຍັງລຸກໄໝ້ລວມກັນ ຫຼາຍກວ່າ 100 ຈຸດ ໃນລັດນິວ ເຊົາ ເວລສ໌ ແລະ ລັດວິກຕໍເຣຍ ທີ່ຢູ່ຕິດກັນ (New South Wales & Victoria). ໃນສ່ວນຂອງລັດນິວ ເຊົາ ເວລສ໌ ນັ້ນ ເຈົ້າໜ້າທີ່ໄດ້ຕັດສິນໃຈໃຊ້ວິທີການທີ່ຖືກພິຈາລະນາເປັນ “ທາງເລືອກສຸດທ້າຍ ແລະ ມີຄວາມສ່ຽງຫຼາຍທີ່ສຸດ” ໃນການຈຳ ກັດການຂະຫຍາຍລັດສະໝີການໄໝ້ທຳລາຍພື້ນທີ່ປ່າ ເຊິ່ງເປັນການເຮັດແລວກັນໄຟດ້ວຍການໃຊ້ໄຟຈູດທົ່ງຫຍ້າເພື່ອໃຫ້ເກີດໄຟໄໝ້ສວານທາງກັບໄຟປ່າທີ່ກຳລັງໄໝ້ຢູ່ແລ້ວ ເນື່ອງຈາກຄວາມຮຸນແຮງຂອງໄຟປ່າກຳລັງລາມເຂົ້າໃກ້ຊຸມຊົນຫຼາຍແລ້ວ.


ທັງນີ້ ວິທີການດັ່ງກ່າວ ເອີ້ນວ່າ “ການຈູດໄຟສວານກັບ” ເຊິ່ງເມື່ອແລວໄຟຈາກທົ່ງຫຍ້າໄປບັນຈົບກັບໄຟທີ່ກຳລັງແຜ່ລາມຢູ່ ຈະເກີດເປັນປະຕິກິລິຍາ ແລະ ໄຟຈະດັບໄປເອງ. ຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຍອມຮັບວ່າ ວິທີການນີ້ຕ້ອງໃຊ້ຄວາມຊໍານານຫຼາຍ ເນື່ອງຈາກຖ້າເກີດຄວາມຜິດພາດພຽງໜ້ອຍດຽວແລວໄຟທີ່ຈູດສວານກັບຈະກາຍເປັນແລ້ວໄຟໄໝ່ທີ່ລຸກລາມເພິ່ມຂຶ້ນອີກ ເພີ່ມອຸປະສັກໃຫ້ແກ່ພະນັກງານດັບເພີງໃນການຄວບຄຸມສະຖານະການ.


ອີກປະການໜຶ່ງ ໄຟປ່າໃນພາກຕາເວັນອອກຂອງອົສຕຣາລີ ທີ່ເລີ່ມລຸກໄໝ້ຂື້ນ ເມື່ອເດືອນພະຈິກ ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ, ສິ່ງປຸກສ້າງ ແລະ ອາຄານ ເກືອບ 700 ແຫ່ງ ແລະ ເນື້ອທີ່ຫຼາຍກ່ວາ 1 ລ້ານເຮັກຕາ ໄຟໄໝ້ທຳລາຍ ລວມທັງທີ່ຢູ່ອາໄສຂອງໝີໂຄອາລາ ທີ່ຕາຍແລ້ວຈຳນວນຫຼາຍ. ນອກຈາກນີ້, ການດັບໄຟປ່າຍັງກໍ່ໃຫ້ເກີດຜົນທີ່ຫຼີກລ່ຽງບໍ່ໄດ້ ນັ້ນຄືໝອກຄັວນພິດທີ່ປົກຄຸມໄປທົ່ວ ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການດຳເນີນຊີວິດ.
Australian firefighters burn grasslands to minimize looming bushfire risk https://t.co/zPz23vB3CC pic.twitter.com/aWao6qFzut
— Reuters (@Reuters) December 9, 2019
This is the moment firefighters are sent running for their lives as a bushfire rips through treetops in New South Wales, Australia. pic.twitter.com/u3OcTVSVKF
— Al Jazeera English (@AJEnglish) December 8, 2019
A wave of hazardous bushfire smoke is choking Sydney, triggering a major health warning from authorities. #9News
— Nine News Australia (@9NewsAUS) December 10, 2019
Information here: https://t.co/vOUJiuFrF6 pic.twitter.com/vIpYzEhd6M