ທາງການຍີ່ປຸ່ນໄດ້ປະກາດອົບພະຍົບປະຊາຊົນ 1,6 ລ້ານຄົນ ທີ່ອາໄສຢູ່ຕາມບໍລິເວນພື້ນທີ່ ຄວາມສ່ຽງຂອງເສັ້ນທາງເຄື່ອນທີ່ພັດຜ່ານຂອງພາຍຸໄຕ້ຝຸ່ນຮາກິບິສ ທີ່ອາດຈະເປັນພາຍຸທີ່ຮຸນແຮງທີ່ສຸດໃນຮອບເຄິ່ງສະຕະວັດ ທີ່ພັດຜ່ານປະເທດຍີ່ປຸ່ນ ຂະນະທີ່ ມີລາຍງານວ່າມີຜູ້ເສຍຊີວິດແລ້ວ 1 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 12 ຕຸລາ ວ່າ ລັດຖະບານຍີ່ປຸ່ນ ໄດ້ປະກາດຄຳສັ່ງ ເມື່ອວັນເສົາ ຂໍຄວາມຮ່ວມມືໃຫ້ປະຊາຊົນ ປະມານ 1,64 ລ້ານຄົນ ທີ່ອາໄສຢູ່ເທິງເກາະຮົນຊູ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງເຊິ່ງເປັນເສັ້ນທາງເຄື່ອນທີ່ພັດຜ່ານ ຂອງພາຍຸໄຕ້ຝຸ່ນຮາກິບິສ ໃຫ້ອົບພະຍົບອອກຈາກບ່ອນພັກອາໄສໄປຢູ່ສູນພັກເຊົາຊົ່ວຄາວທີ່ເຈົ້າໜ້າທີ່ໄດ້ຈັດກຽມໄວ້ໃຫ້. ຢ່າງໃດກໍ່ຕາມ, ຄຳສັ່ງດັ່ງກ່າວແມ່ນມີຜົນ “ບັງຄັບ” ສຳລັບຜູ້ສູງອາຍຸ, ຄົນພິການ ແລະ ພໍ່ແມ່ທີ່ມີລູກນ້ອຍ ແລະ ເດັກນ້ອຍ.


ຂະນະທີ່ ສຳນັກງານດັບເພີງ ເມືອງອູຊິຮາຣະ ໃນແຂວງຊິບະ ທາງທິດຕາເວັນອອກຂອງນະຄອນຫຼວງໂຕກຽວ ແລະ ເປັນສະຖານທີ່ຕັ້ງຂອງສະໜາມບິນນານາຊາດນາຣິຕະດ້ວຍ ລາຍງານວ່າ ພົບຊາຍ ອາຍຸ 49 ປີ ຕິດຢູ່ພາຍໃນລົດທີ່ພິກຂວໍ້າຈາກກະແສລົມແຮງ ເຖິງວ່າເຈົ້າໜ້າທີ່ກູ້ໄພຈະສາມາດຊ່ວຍຊາຍຜູ້ເຄາະຮ້າຍອອກຈາກລົດມາໄດ້. ແຕ່ກໍ່ໄດ້ເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ ກາຍເປັນຜູ້ເສຍຊີວິດຄົນທຳອິດ ຍ້ອນອິດທິພົນຂອງພະຍຸໄຕ້ຝຸ່ນຮາກິບິສ.


ທັງນີ້ ອົງການອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ (JMA) ລາຍງານວ່າ ພາຍຸຮາກິບິສ ທີ່ເປັນພາສາຕາກາລັອກ ມີຄວາມໝາຍວ່າ “ຄວາມໄວ” ມີທິດທາງການເຄື່ອນທີ່ໄປນະຄອນຫຼວງໂຕກຽວໂດຍກົງ ເຊິ່ງຕັ້ງຢູ່ແຄມຝັ່ງຕອນກາງຂອງເກາະຮົນຊູ ຄາດວ່າ ຈະສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງຢູ່ທົ່ວ, ມີຄື້ນທະເລພັດເຂົ້າຝັ່ງສູງຫຼາຍແມັດ ພ້ອມທັງນໍ້າຖ້ວມກະທັນຫັນ ແລະ ເຫດດິນເຈື່ອນ. ໂດຍ JMA ຄາດການປະລິມານນໍ້າໃນ ສະສົມສະເພາະໃນນະຄອນຫຼວງໂຕກຽວ ແລະ ບໍລິເວນໃກ້ຄຽງ ຕະຫຼອດ 24 ຊົ່ວໂມງ ຈົນຮອດໄລຍະສວຍຂອງວັນອາທິດ ທີ 13 ຕຸລາ ໄວ້ບໍ່ຕ່ຳກວ່າ 50 ເຊັນຕີແມັດ ແລະ ມີແນວໂນ້ມຫຼາຍກວ່ານັ້ນ ໃນເຂດໂທໄກ ທີ່ມີເມືອງນາໂກຢະ ເປັນເມືອງເອກ.


ອີກປະການໜຶ່ງ JMA ໄດ້ຄາດການວ່າ ຕາພາຍຸດັ່ງກ່າວຈະເຄື່ອນທີ່ພັດຂຶ້ນຝັ່ງບໍລິເວນຕອນກາງ ຫຼື ພາກຕາເວັນອອກຂອງປະເທດ ໃນໄລຍະຄໍ່າຂອງວັນເສົາ ຕາມເວລາທ້ອງຖິ່ນ ດ້ວຍຄວາມໄວລົມສູງສຸດໃກ້ຈຸດສູນກາງ 216 ກິໂລແມັດຕໍ່ຊົ່ວໂມງ ທຽບເທົ່າເຮີຣິເຄນ ລະດັບ 4 ຕາມມາດຕາວັດແທກຊິຟເຟີ – ຊິມສັນ (Saffir-Simpson Hurricane) ຖືວ່າເປັນພາຍຸທີ່ມີຄວາມໄວລົມ “ລະດັບຮຸນແຮງຫຼາຍ ” ທີ່ພັດຜ່ານຂຶ້ນເກາະຮົນຊູ ຂອງຍີ່ປຸ່ນ ນັບຕັ້ງແຕ່ປີ 1991 ແລະ ອິດທິພົນຂອງ ພາຍຸຮາກິບິສ ອາດຈະເປັນພາຍຸທີ່ຮຸນແຮງທີ່ສຸດໃນຮອບເຄິ່ງສະຕະວັດ ຫຼື ຮອບ 61 ປີ ໃນບັນດາພາຍຸທີ່ພັດຜ່ານປະເທດຍີ່ປຸ່ນ ໂດຍຫາກຢ້ອນກັບໄປເມື່ອປີ 1958 ເກີດພາຍຸທີ່ມີກຳລັງລົມຮຸນແຮງພັດຜ່ານນະຄອນຫຼວງໂຕກຽວ ແລະ ສ້າງຄວາມເສຍຫາຍຢ່າງໜັກ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1.200 ຄົນ.
【がいこくじん の みなさん へ】
— NHKニュース (@nhk_news) October 12, 2019
たいふう19ごう が きます。
とうかいちほう や かんとうちほう では
とても たくさん の あめ が ふっています。
おおきな ひがい が でる まえ に
あんぜんな ところ に にげてください。https://t.co/47Pb7NhZu6https://t.co/kHlFxQUAnG pic.twitter.com/1dFxYqbYzd
台風19号 静岡や関東南部に上陸か 記録的な大雨や暴風のおそれ
— NHKニュース (@nhk_news) October 12, 2019
三重県伊勢市 午前10時半ごろの映像です。https://t.co/ILi79JuIEj#nhk_video pic.twitter.com/TJbDh4bYPP
きょう午前8時10分ごろ、千葉県市原市で撮影された映像です。
— NHKニュース (@nhk_news) October 12, 2019
灰色の雲のかたまりが移動していて、雷のような光も確認できます。https://t.co/WifgPu5Yqn#nhk_video pic.twitter.com/uXNydiyVz8
交番近くで男性刺される 刺した疑いの男 身柄確保 東京 西池袋https://t.co/W38rpjhYAJ#nhk_news #nhk_video pic.twitter.com/R3dXJALbfI
— NHKニュース (@nhk_news) October 11, 2019