ລັດຖະບານອິນໂດເນເຊຍ ກ່າວວ່າໄຟປ່າບາງສ່ວນເທິງເກາະບໍນຽວ ໄດ້ເກີດລຸກໄໝ້ຂື້ນໃນເຂດແດນຂອງປະເທດມາເລເຊຍເຊັ່ນກັນ ສົ່ງຜົນໃຫ້ເກີດມີຂໍ້ຂັດແຍ່ງກັນເລື່ອງໝອກຄັວນພິດຈາກໄຟປ່າ ລະຫວ່າງສອງປະເທດຍິ່ງມີຄວາມເຄັ່ງຕຶງຍິ່ງຂຶ້ນ ຂະນະທີ່ ສະໜາມບິນແຫ່ງໜຶ່ງ ເທິງເກາະສຸມາຕຣາ ຕ້ອງຢຸດການໃຫ້ບໍລິການເນື້ອງຈາກໝອກຄັວກປົກຄຸມໜາແໜ້ນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນເສົາ ທີ 14 ກັນຍາ ວ່າ ທ່ານນາງສິຕີ ນູບາຍາ ບາກາຣ໌ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງອິນໂດເນເຊຍ ກ່າວເມື່ອວັນສຸກ ວ່າ ລັດຖະບານຈາກາຕ້າ ກຳລັງພະຍາຍາມຢ່າງສຸດຄວາມສາມາດ ໃນການຄວບຄຸມໄຟ ປ່າໃນພື້ນທີ່ສ່ວນໃຫຍ່ຂອງເກາະສຸມາຕຣາ ແລະ ເກາະບໍນຽວ. ຢ່າງໃດກໍ່ຕາມ ທ່ານໄດ້ກ່າວວ່າ ບໍລິສັດຂອງປະເທດມາເຊຍ ຢ່າງໜ້ອຍ 4 ແຫ່ງ ເຊິ່ງຊື້ທີ່ດິນເທິງເກາະແລ້ວຈູດຖາງປ່າສຳລັບເນື້ອທີ່ປູກພືດ ໂດຍໜ່ວຍງານຂອງອິນໂດເນເຊຍ ໄດ້ເຕືອນໄປເຖິງບໍລິສັດເຈົ້າຂອງທີ່ດິນທັງ 4 ແຫ່ງ ໃຫ້ປິດກັ້ນພື້ນທີ່ເພື່ອຄວບຄຸມໄຟແລ້ວ. ນອກຈາກນີ້ ລັດຖະບານຈາກາຕ້າ ຍັງກວດພົບໄຟປ່າໃນລັດຊາຣາວັກ ຂອງປະເທດມາເລເຊຍ ທີ່ຕັ້ງຢູ່ເທິງເກາະບໍນຽວ ເຊັ່ນກັນ.


ທັງນີ້ ກະຊວງສິ່ງແວດລ້ອມອິນໂດເນເຊຍ ເປີດເຜີຍຊື່ 4 ບໍລິສັດຂອງປະເທດມາເລເຊຍ ເຊິ່ງສ່ວນໃຫຍ່ມີສຳນັກງານໃຫຍ່ ຢູ່ໃນນະຄອນຫຼວງກົວລາລຳເປີ ໜຶ່ງໃນນັ້ນແມ່ນບໍລິສັດໄອໂອໄອ ຄໍປໍເຣຊັ່ນ ທີ່ໄດ້ອອກຖະແຫຼງການໃນເວລາຕໍ່ມາ ວ່າ ບໍລິສັດສາຂາໃນປະເທດອິນໂດເນເຊຍ ຄື ບໍລິສັດເອັສເຄເອັສ ບໍ່ເຄີຍໄດ້ຮັບແຈ້ງການຈາກລັດຖະບານຈາກາຕ້າກ່ຽວກັບການປິດພື້ນທີ່ເພື່ອສະກັດກັ້ນໄຟ ແຕ່ຍອມຮັບວ່າ ຫຼາຍຄັ້ງໄຟປ່າຂະໜາດນ້ອຍໄດ້ເກີດຂື້ນໃນເນື້ອທີ່ດິນຂອງບໍລິສັດ ແລະ “ສາມາດມອດໄດ້ໝົດແລ້ວ”.


ຂະນະທີ່ ທາງການແຂວງຣີເຍົາ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງເກາະສຸມາຕຣາ ຂອງອິນໂດເນເຊຍ ປະກາດປິດສະໜາມບິນຫຼັກ ໃນເມືອງເປີກັນບາຣູ ເຊິ່ງເປັນເມືອງໃຫຍ່ແລ້ວ. ເນື່ອງຈາກໝອກຄັວນປົກຄຸມໜ້າຟ້າຈຶ່ງເບິ່ງເຫັນວິໄສທັດ ແລະ ຍັງກະທົບຕໍ່ສະໜາມບິນດູໄມ ເຊິ່ງເປັນສະໜາມບິນແຫ່ງໜຶ່ງໃນເມືອງເຊັ່ນກັນ.
The number of fires in Indonesia's rainforests has jumped sharply, spreading smog across Southeast Asia and fears of global warminghttps://t.co/MlDQG1u6kl pic.twitter.com/2Mnp8SQ7ix
— AFP news agency (@AFP) September 12, 2019
VIDEO: Indonesians pray for rain as forest fires rage on Sumatra island with the number of blazes in the country's rainforests jumping sharply and spreading smog across Southeast Asia as well as adding to concerns about the impact of wildfires on global warming pic.twitter.com/DhQbpNuJVd
— AFP news agency (@AFP) September 13, 2019