ເຕັກນິກການຕໍ່ກິ່ງໝາກຫຸ່ງໃຫ້ຕົ້ນເຕ້ຍ ແລະ ໄດ້ໝາກຫຼາຍ

188

ການຕອນກິ່ງໝາກຫຸ່ງຖືໄດ້ວ່າ ເປັນການຂະຫຍາຍພັນໂດຍທີ່ບໍ່ຕ້ອງໃສ່ແກ່ນ, ເນື່ອງຈາກການປູກໝາກຫຸ່ງໃນແກ່ນຈະມີການກາຍພັນເຖີງ 80%, ເຊິ່ງຖືວ່າເປັນການສ່ຽງຫຼາຍໃນການປູກພືດໃຫ້ໄດ້ຕົ້ນພັນທີ່ຄືກັບຕົ້ນແມ່ ທຸກຢ່າງ ແລະ ການປູກດ້ວຍການຕອນກິ່ງຂອງໝາກຫຸ່ງຈະເຕ້ຍເຮັດໃຫ້ເວລາລົມພັດກໍ່ບໍ່ຄ່ອຍລົ້ມ ແລະ ຈະໃຫ້ໝາກໄວ, ອອກໝາກເປັນຊໍ່, ມີໝາກຫຼາຍກວ່າການປູກໝາກຫຸ່ງດ້ວຍແກ່ນ.

ດັ່ງນັ້ນ, ໝາກຫຸ່ງຕອນກິ່ງຈະໃຫ້ຄຸນສົມບັດຄືຕົ້ນແມ່ຄົບທຸກປະການ, ຖ້າປູກດ້ວຍແກ່ນໝາກຫຸ່ງຈະເຮັດໃຫ້ປ່ຽນລົດຊາດ, ປຽນສີ, ປ່ຽນຂະໜາດ ແລະ ປ່ຽນເນື້ອບາງໜາຈົນເຖິງປ່ຽນບໍ່ເຫຼືອເຄົ້າສາຍພັນເດີມກໍ່ມີ, ສະນັ້ນເມື່ອຊື້ແນວພັນຈາກບໍລິສັດມາປູກຈະໄດ້ຄຸນນະພາບສະເພາະລຸ່ນທຳອິດເທົ່ານັ້ນ, ສ່ວນລຸ່ນຕໍ່ໄປແມ່ນຈະປ່ຽນໄປໃນຮູບແບບໃໝ່, ເພາະເປັນການຂະຫຍາຍສາຍພັນໂດຍການອາໄສເພດ, ໝາກຫຸ່ງຕອນຕົ້ນນີ້ບໍ່ຈຳປັນຕ້ອງຕ່ອຍໃຫ້ໝາກຕົກຈົນຊຳ, ເກັບງ່າຍໝາກບໍ່ຊຳ, ເປັນໝາກທີ່ຕະຫຼາດຕ້ອງການ ແລະ ສາມາດປູກລົງກະຖັງ ເໝາະສຳລັບສັງຄົມໃນເມືອງ ຜູ້ທີ່ບໍ່ມີທີ່ດິນສຳລັບປູກ, ເຄື່ອນຍ້າຍສະດວກ, ພ້ອມນັ້ນຍັງໃຊ້ປະດັບໄດ້ ແລະ ກິນໄດ້ອີກດ້ວຍ.

ສຳລັບການຕອນໝາກຫຸ່ງສາມາດເຮັດໄດ້ 2 ວິທີຄື: ຕອນຈາກກິ່ງແໜງຂອງຕົ້ນແມ່ ທີ່ໃຫ້ຜົນຜະລິດດີ, ໝາກຫຸ່ງນັ້ນມີ 3 ປະເພດເຊັ່ນ: ຕົ້ນຜູ້, ຕົ້ນແມ່ ແລະ ຕົ້ນກະເທີຍ, ເຊິ່ງໝາກຫຸ່ງທີ່ໃຫ້ຜົນຜະລິດດີແມ່ນໝາກຫຸ່ງກະເທີຍ ໂດຍເຮົາຈະຕັດຕົ້ນແມ່ທີ່ມີອາຍຸສູງຈາກພື້ນປະມານ 1,5 ແມັດ, ໝາກຫຸ່ງມີລຳຕົ້ນກ້ວາງໃຫ້ໃຊ້ພລາສຕິກມັດປິດໄວ້ດ້ານເທີງ ຖ້າໃຫ້ແຕກແໜງ ຫຼື ໝາກຫຸ່ງແກ່ໄວບາງຕົ້ນອາດມີແໜງກໍ່ສາມາດຕອນໄດ້ເລີຍ, ເຊິ່ງການຕອນຈາກຕົ້ນພັນທີ່ດີເກີດຈາກແນວພັນຮຸ່ນທຳອິດ ຂະໜາດຕັ້ງແຕ່ຕົ້ນຜ່າສູນກາງ 2,5 ຊັງຕີ ຈົນເຖີງຂະໜາດໃຫຍ່ ໂດຍໄລຍະທີ່ຕອນຈາກຍອດລົງມາ 1-2 ຄືບ.

ສະເພາະອຸປະກອນທີ່ຈະໃຊ້ຕອນປະກອບມີ: ຖົງບັນຈຸໄຍໝາກພ້າວຂະໜາດໃຫຍ່ກວ່າທົ່ວໄປ( ປະມານຖົງໃສ່ແກງ) ມີດຄົມໆ ຫຼື ຄັດເຕີໃຫຍ່, ເຊືອກຟາງສຳລັບມັດ ແລະ ໄມ້ສຽບລູກຊີ້ ຫຼື ໄມ້ຈີ້ມແຂ້ວ ສຳລັບກັນຮອຍຕັດເພື່ອບໍ່ໃຫ້ຕົ້ນໝາກຫຸ່ງກັບມາຕິດກັນອີກ, ຈາກນັ້ນໃຫ້ປາດດ້ວຍມີດຄົມເລິກ 2 ໃນ 3 ຂອງກິ່ງ ເຊິ່ງຂັ້ນຕອນນີ້ຕ້ອງລະມັດລະຫວັງບໍ່ໃຫ້ແໜງຂາດຈົນເກີນໄປ ຈາກນັ້ນກໍ່ນຳໄມ້ອັດເຂົ້າໄປບໍລິເວນຮອຍແຜແຍກໃຫ້ເນື້ອແໜງໝາກຫຸ່ງອອກຈາກກັນ, ສ່ວນການປາດໝາກຫຸ່ງຕົ້ນອອ່ອນທີ່ມີລູກກາງຕົ້ນຈະເຮັດໃຫ້ຫັກ ງ່າຍເມື່ອເກີດລົມແຮງ, ອາດໃຊ້ໄມ້ດາມຕົ້ນໄວ້ໄລຍະໜຶ່ງ. ຈາກນັ້ນຜ່າຖົງໝາກພ້າວທີ່ໝາດນ້ຳປິດຂົ່ມສ່ວນທີ່ປາດໃຫ້ມິດຈະຂົ່ມກິ່ງ ຫຼື ຕົ້ນທັງໝົດ ຫຼື ບໍ່ກໍ່ໄດ້, ແຕ່ຕ້ອງປິດຮອຍປາດ, ການຜ່າຖົງໄຍໝາກພ້າວຈະຜ່າແນວຕັ້ງ ຫຼື ແນວຍາວກໍ່ໃຫ້ເບີ່ງຕາມສະພາບແຕ່ລະກິ່ງຕໍ່ຂອງຕົ້ນເປັນຫຼັກຕາມຄວາມເໝາະສົມ.

ຈາກນັ້ນໃຊ້ເຊືອກຟາງມັດຕິດກັບຖົງໄບໝາກພ້າວໃຫ້ແໜ້ນບໍ່ໃຫ້ເໜັງຕີງໄດ້, ເຊິ່ງການຕອນໝາກຫຸ່ງຈະໃຊ້ໄລຍະປະມານ 40 ວັນ ຈຶ່ງຈະເກີດຮາກໃໝ່ແຂງແຮງ ສາມາດຕັດໄດ້, ສ່ວນກິ່ງແມ່ຫຼັງຈາກຕັດກິ່ງແໜງອອກໄປ ແລ້ວອາດໂທມ ແລະ ໃຫ້ໃຊ້ປຸຍຍູເລບ ( 50-0-0) ບໍາລຸງໃຫ້ເກີດກິ່ງແໜງຕໍ່ໄປເລື້ອຍໆ, ສະພາບກິ່ງແໜງ ຫຼື ຕົ້ນທີ່ຕັດອອກມາຈະເກີດອາການໃບຫຼົ່ນໃນບໍ່ດົນ, ເນື່ອງຈາກວ່າໝາກຫຸ່ງໃບໃຫຍ່, ຄາຍນ້ຳໄວ ເມື່ອຂາດນ້ຳລ້ຽງຈາກຕົ້ນແມ່ ຈຶ່ງຄວນເລືອກເວລາຕັດໃນຕອນແລງ ຫຼື ໃນວັນແດດໜ້ອຍ, ຖ້າມີຝົນຍິ່ງເປັນການດີ ເພື່ອປ້ອງກັນການເສຍນ້ຳຂອງກິ່ງຕອນ, ຄວນຕັດກ້ານໃບຫ່າງຈາກກິ່ງປະມານ 2,5 ຊັງຕີແມັດ ໃຫ້ເຫຼືອໃບໜ້ອຍທີ່ສຸດປະມານ 2-3 ໃບ ແລະ ເຫຼືອຍອດໄວ້ເທົ່ານັ້ນ ກໍ່ສາມາດນຳລົງປູກໃນກະຖັງ ຫຼື ປູກລົງດິນກໍ່ໄດ້, ແຕ່ລະຫວັງຍ່າຄົມດິນແໜ້ນເກີນໄປ ເພາະຈະເຮັດໃຫ້ຮາກໝາກຫຸ່ງຂາດໄດ້, ພາຍຫຼັງທີ່ປູກແລ້ວອາດມີກິ່ງທີ່ໂຄ້ງງໍ ໃຫ້ວາງກະຖັງຫັນຍອດທີ່ໂຄ້ງງໍ ນັ້ນຫາຮົ່ມເຊິ່ງມັນຈະດັດໂຕເອງໃຫ້ຊື່ໃນເວລາອັນສັ້ນ, ພ້ອມກັບການແຕກໃບໃໝ່ໃນເວລາ 12 ວັນ, ຈາກນັ້ນກໍ່ໃຫ້ເລີ່ມໃສ່ປຸຍ 46-0-0 ແລະ ສູດອື່ນໆຕາມທີ່ຕ້ອງການ.