ທ່ານແຈັກ ມ່າ ຂຶ້ນສະແດງຄອນເສີດຕໍ່ໜ້າບັນດາພະນັກງານຂອງກຸ່ມບໍລິສັດອາລິບາບາ ຢູ່ສຳນັກງານໃຫຍ່ໃນປະເທດຈີນ ເພື່ອອຳລາຕໍາແໜ່ງປະທານບໍລິຫານ ພ້ອມທັງສົ່ງມອບໃຫ້ “ຜູ້ສືບທອດທຸລະກິດ” ເພື່ອພັດທະນາ ອາລິບາບາ ຕໍ່ໄປ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫາງໂຈ ປະເທດຈີນ ເມື່ອວັນພຸດ ທີ 11 ກັນຍາ ວ່າ ທ່ານແຈັກ ມ່າ ນັກທຸລະກິດທີ່ມີຊື່ສຽງຂອງຈີນ ເຊິ່ງເປັນຜູ້ຮ່ວມກໍ່ຕັ້ງ ແລະ ພັດທະນາບໍລິສັດອາລິບາບາ ໃຫ້ກາຍເປັນບໍລິສັດຜູ້ໃຫ້ບໍລິການດ້ານທຸລະກິດອີ-ຄອມເມີດລາຍໃຫຍ່ທີ່ສຸດຂອງໂລກ ໄດ້ຈັດການສະແດງຄອນເສີດໃຫຍ່ ເມື່ອວັນອັງຄານ ເຊິ່ງກົງກັບວັນເກີດຄົບຮອບ ອາຍຸ 55 ປີ ແລະ ຍັງກົງກັບວາລະຄົບຮອບ 20 ປີ ຂອງການສ້າງຕັ້ງບໍລິສັດດ້ວຍ ທີ່ສຳນັກງານໃຫຍ່ຂອງອາລິບາບາ ເມືອງຫາງໂຈ ໃນມົນທົນເຈີ້ຈຽງ ທາງພາກຕາເວັນອອກຂອງປະເທດຈີນ ເພື່ອອຳລາຕຳແໜ່ງ ປະທານບໍລິຫານ ໂດຍ ທ່ານມາ ຂຶ້ນເວທີຮ່ວມສະແດງທີ່ອ້ອມຮອບໄປດ້ວຍສຽງເຊຍດັງໄປທົ່ວຂອງບັນດາພະນັກງານບໍລິສັດ.


ເຖິງວ່າໃນທາງທິດສະດີການລົງຈາກຕຳແໜ່ງປະທານຝ່າຍທາງບໍລິຫານອາລິບາບາຂອງທ່ານແຈັກ ມ່າ ເປັນພຽງ “ການປ່ຽນແປງທາງສັນຍາລັກ” ເພາະວ່າ ທ່ານມ່າ ນັ້ນ ຈະຍັງມີຖານະເປັນ “ທີ່ປຶກສາອາວຸໂສ” ຂອງອາລິບາບາ ໃນຖານະໜຶ່ງໃນສະມາຊິກຂອງຄະນະທີ່ປຶກສາພາຍໃຕ້ຊື່ “ຄູ່ຮ່ວມທຸລະກິດອາລິບາບາ” ຢ່າງໃດກໍ່ຕາມ, ພາຍຫຼັງສຳ ເລັດການສະແດງ ທ່ານມ່າ ໄດ້ກ່າວພ້ອມທັງນໍ້າຕາອຳລາ “ຄອບຄົວອາລິບາບາ” ວ່າ ຫຼັງກ້າວຈາກລົງຈາກເວທີແຫ່ງນີ້ ຕົນຈະເລີ່ມຕົ້ນ “ຊີວິດໃໝ່” ເຊິ່ງຈະເປັນການສະແຫວງຫາໂອກາດ ແລະ ປະສົບການໃໝ່ໆ ຂະນະທີ່ ໂລກນີ້ ຍັງເຕັມໄປດ້ວຍ “ຄວາມຕື່ນເຕັ້ນ” ຈຶ່ງເປັນເຫດຜົນສຳຄັນທີ່ເຮັດໃຫ້ຕົນຕັດສິນໃຈ “ກະສຽນຕົນເອງກ່ອນກຳນົດ”.
Highlights from the Alibaba Group 20th anniversary party, part 3: pic.twitter.com/CLYOTpZT8t
— Alibaba Group (@AlibabaGroup) September 10, 2019
ທັງນີ້ ຖະແຫຼງການຂອງອາລິບາບາ ບໍ່ໄດ້ລະບຸຢ່າງຊັດເຈນ ກ່ຽວກັບແຜນການຂອງທ່ານມາ ຫຼັງຈາກການໂອນ ຖ່າຍອຳນາດສູງສຸດໃນບໍລິສັດ ແຕ່ເປີດເຜີຍພຽງວ່າ ທ່ານມ່າ “ຢາກກັບໄປເຮັດວຽກດ້ານການສຶກສາ” ເນື່ອງຈາກວ່າກ່ອນຈະກ້າວເຂົ້າມາສູ່ເສັ້ນທາງທຸລະກິດ ທ່ານມ່າ ເຄີຍເປັນຄູສອນພາສາອັງກິດມາກ່ອນ ສຳລັບຜູ້ທີ່ເຂົ້າຮັບຕຳແໜ່ງຕໍ່ຈາກຈາກທ່ານມ່າ ແມ່ນ ທ່ານດານ້ຽວ ຈາງ ເຊິ່ງຍັງຕ້ອງດຳລົງຕຳແໜ່ງຄວບປະທານຄະນະເຈົ້າໜ້າທີ່ຝ່າຍບໍລິຫານ (CEO) ຂອງອາລິບາບາອີກດ້ວຍ.
In his final appearance as executive chairman, Jack Ma addressed Alibaba staff at the company's 20th anniversary party in Hangzhou. pic.twitter.com/mTn3DdWX0X
— Alibaba Group (@AlibabaGroup) September 10, 2019
ອີກປະການໜຶ່ງ ການກ້າວລົງຈາກຕຳແໜ່ງສູງສຸດຂອງອາລີບາບາ ທີ່ທ່ານມ່າ ແລະ ເພື່ອນສະນິດຄືທ່ານນາງລູຊີ ເຜິງ ທີ່ໄດ້ຮ່ວມກັນກໍ່ຕັ້ງຂຶ້ນ ເມື່ອປີ 1999 ນັ້ນ ມີຂື້ນເປັນ “ຈັງຫວະເວລາທີ່ດີ” ຂອງບໍລິສັດລາຍໃຫຍ່ດ້ານອີ-ຄອມເມີດແຫ່ງນີ້ ເຊິ່ງປະຈຸບັນຄອບຄອງຕຳແໜ່ງບໍລິສັດທີ່ມີມູນຄ່າຕະຫຼາດສູງສຸດໃນອາຊີ 460.000 ລ້ານໂດລາ (ປະມານ 4.045.700 ຕື້ກີບ) ແລະ ມີແຮງງານຫຼາຍກ່ວາ 100.000 ຄົນ ເຊິ່ງສ່ວນຫຼາຍແມ່ນຢູ່ໃນປະເທດຈີນ.
WATCH: Alibaba Group CEO Daniel Zhang, who is taking over as the executive chairman, encourages and thanks company staff at the Alibaba 20th anniversary party. pic.twitter.com/IujzUaQPQI
— Alibaba Group (@AlibabaGroup) September 10, 2019
Alibaba History: 20 Years in 3 Minutes. From e-commerce to New Retail, a look back at two decades of major milestones for the company. pic.twitter.com/TlijjTBNPP
— Alibaba Group (@AlibabaGroup) September 10, 2019