ອິດທິພົນຂອງພາຍຸເຮີຣິເຄນ ໂດຣຽນ ເຊິ່ງພັດຜ່ານເຂົ້າປະເທດບາຮາມາສ ດ້ວຍຄວາມແຮງສູງສຸດເກືອບ 300 ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ບ້ານເຮືອນເສຍຫາຍຢ່າງໜັກເປັນພື້ນທີ່ກວ້າງ, ກວ່າ 2,2 ລ້ານຄົນ ອົບພະຍົບ ແລະ ມີລາຍງານຜູ້ເສຍຊີວິດແລ້ວ 20 ຄົນ ແຕ່ອາດຈະເພີ່ມຂື້ນອີກ ແລະ ພາຍຸຫົວນີ້ ກຳລັງເຄື່ອນທີ່ໄປປະເທດອາເມຣິກາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງແນສຊໍ ປະເທດບາຮາມາສ ເມື່ອວັນພຸດ ທີ 4 ກັນຍາ ວ່າ ທ່ານນາຍົກລັດຖະມົນຕີຮິວເບີດ ມິນນິສ ຜູ້ນໍາບາຮາມາສ ກ່າວເມື່ອວັນທີ 1 ກັນຍາ ຜ່ານມາ ວ່າ ດ້ວຍອິດທິພົນຂອງພາຍຸເຮີຣິເຄນ ໂດຣຽນ ເປັນພາຍຸທີ່ກໍ່ຕົວຂື້ນໃນມະຫາສະໝຸດ ແອັດແລນຕິກ ເຊິ່ງພັດຜ່ານປະເທດບາຮາມາສ ເມື່ອວັນທີ 1 ກັນຍາ ຜ່ານມາ ດ້ວຍຄວາມໄວລົມ 298 ກິໂລແມັດຕໍ່ຊົ່ວໂມງ ໃກ້ກັບສູນກາງເປັນສະຖິຕິຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ. ຖືກຈັດຢູ່ໃນລະດັບ 5 ສູງທີ່ສຸດຂອງມາດຕາວັດແທກ Saffer-Simpson ສ້າງຄວາມເສຍຫາຍຕໍ່ບ້ານເຮືອນປະຊາຊົນເປັນພື້ນທີ່ກວ້າງ, ປະຊາຊົນກວ່າ 70.000 ຄົນ ຕ້ອງການຄວາມຊ່ວຍເຫຼືອ ທັງໃນດ້ານອາຫານ, ຢາປິ່ນປົວພະຍາດພື້ນຖານ ແລະ ທີ່ພັກພິງຊົ່ວຄາວ ຫຼ້າສຸດມີລາຍງານຜູ້ເສຍຊີວິດ 20 ຄົນ ແຕ່ອາດມີແນວໂນ້ມຈະເພີ່ມຂຶ້ນຕື່ມອີກ.


ຂະນະທີ່ກອງທັບເຮືອ ແລະ ໜ່ວຍຍາມຝັ່ງຂອງອາເມຣິກາ ແລະ ກອງທັບເຮືອສະຫະຣາຊະອານາຈັກ ຮ່ວມກັນສົ່ງມອບສິ່ງຂອງຊ່ວຍເຫຼືອໃຫ້ແກ່ຊາວບາຮາມາສຢ່າງຕໍ່ເນື່ອງ ໂດຍເປັນການຢ່ອນສະບຽງລົງຈາກຍົນ ເນື່ອງຈາກວ່າເຂດທີ່ຖືກໄພພິບັດບໍ່ສາມາດເຂົ້າເຖິິງຜ່ານທາງບົກໄດ້ ເຖິງວ່າຫຼັງຈາກນັ້ນ ພາຍຸໄດ້ອ່ອນກໍາລັງລົງ ຈົນເຫຼືອລະດັບ 2-3 ຈາກການພັດຜ່ານປະເທດບາຮາມາສ ແຕ່ມີແນວໂນ້ມສະສົມພະລັງງານ ແລະ ກັບມາທະວີຄວາມຮຸນແຮງຂຶ້ນອີກຄັ້ງ ຈົນເຖິງລະດັບ 4 ອີງຕາມການວິເຄາະຂອງສູນພະຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ (NHC: National Hurricane Center) ແລະ ມີແນວໂນ້ມສູງທີ່ຈະເຄື່ອນທີ່ຂຶ້ນແຜ່ນດິນໃຫຍ່ປະເທດສະຫະລັດ ໃນລັດເຊົາ ແຄໂຣໄລນາ ດ້ານລັດໃກ້ຄຽງລວມເຖິງລັດນັອດ ແຄໂຣໄລນາ, ລັດຟລໍຣິດາ, ລັດຈໍເຈຍ, ແລະ ລັດເວີຈິເນຍ ຂໍໃຫ້ຕິດຕາມສະຖານະການຢ່າງໃກ້ຊິດ ໂດຍເບື້ອງຕົ້ນ ມີລາຍງານການກຽມອົບພະຍົບປະຊາຊົນຫຼາຍກວ່າ 2,2 ລ້ານຄົນ.


ດ້ານທ່ານປະທານາທິບໍດີໂດນັລ ທຣໍາ ກ່າວວ່າ ສະຫະລັດຍິນດີໃຫ້ຄວາມຊ່ວຍເຫຼືອໃຫ້ແກ່ປະເທດບາຮາມາສ ແລະ ໃນເວລາດຽວກັນ ກໍ່ພ້ອມຮັບມືກັບພາຍຸຫົວນີ້ ເຊິ່ງກຳລັງເຄື່ອນທີ່ໄປທາງຝັ່ງຕາເວັນອອກສຽງໃຕ້ຂອງປະເທດອາເມຣິກາ.
"It looks like 90% of the homes are gone."
— Bloomberg TicToc (@tictoc) September 4, 2019
Lia Head-Rigby of the @BahamianProject talks about the devastated communities left behind by Hurricane #Dorian pic.twitter.com/8SYDeW5FCv
President @realDonaldTrump gives an update on Hurricane #Dorian: pic.twitter.com/CmxAXHY5AO
— The White House (@WhiteHouse) September 4, 2019