ຮູບເງົາເລື່ອງ ມູ່ຫຼານ ຂອງຄ້າຍຮູບເງົາລາຍໃຫຍ່ຂອງໂລກດິສນີ່ ກຳລັງຜະເຊີນກັບກະແສບອຍຂອດຮູບເງົາ ຕັ້ງແຕ່ຍັງບໍ່ທັນໄດ້ເຂົ້າສາຍໃນໂຮງຮູບເງົາ ເນື່ອງຈາກຕົວສາວນັກສະແດງນຳຂອງຮູບເງົາ ຄື “ຫຼິວອີ້ເຟີຍ” ປະກາດຈຸດຢືນສະໜັບສະໜູນຕຳຫຼວດຮົ່ງກົງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນເສົາ ທີ 17 ສິງຫາ ວ່າ ນາງຫຼິວອີ້ເຟີຍ ນັກສະແດງສາວຈີນ-ອາເມຣິກາ ອາຍຸ 31 ປີ ໄດ້ໂພສຂໍ້ຄວາມລົງໃນບັນຊີສ່ວນຕົວໃນເຄືອຂ່າຍສັງຄົມອອນໄລນ໌ເຫວີຍປໍ ເປັນພາສາຈີນກາງ ເມື່ອວັນພະຫັດ ຜ່ານມາ ວ່າ “ຕົນສະໜັບສະໜູນການປະຕິບັດໜ້າທີ່ຂອງຕຳຫຼວດຮົ່ງກົງ ແລະ ໃຜຢາກຕີ ຫຼື ທໍາຮ້າຍຕົນກໍ່ມາໄດ້ເລຍ” ຫຼັງຈາກນັ້ນ ສາວຫຼິວ ໄດ້ໂພສຂໍ້ຄວາມເປັນພາສາອັງກິດວ່າ “ຮົ່ງກົງເປັນສິ່ງທີ່ໜ້າອັບອາຍ” ໂດຍຫຼິອີ້ເຟີຍ ໄດ້ຕິດແຮຊແທັກ ໃນໂພສຂອງຕົນເອງ ທັງໃນພາສາອັງກິດ ແລະ ພາສາຈີນ ໂດຍຢໍ້າຈຸດຢືນວ່າ “ສະໜັບສະໜູນການເຮັດໜ້າທີ່ຂອງຕໍາຫຼວດຮົ່ງກົງ”.


ທັງນີ້, ການສະແດງຄວາມຄິດເຫັນຂອງສາວຫຼິວອີ້ເຟີຍ ເທິງໂລກສັງຄົມອອນໄລນ໌ ໄດ້ຮັບການແຊຣ໌ ແລະ ສົ່ງຕໍ່ອອກໄປຢ່າງ ໄວວາ ຈົນເກີດແຮຊແທັກ ວ່າ #BoycottMulan ເຊິ່ງຜູ້ໃຊ້ສັງຄົມອອນໄລນ໌ບາງຄົນ ເຖິງຂັ້ນຮຽກຮ້ອງ ວອລທ໌ ດິສນີ່ ພິກເຈີ (Walt Disney Pictures) ຜູ້ຜະລິດຮູບເງົາເລື່ອງ ມູ່ຫຼານ ທີ່ສາວຫຼິວອີ້້ເຟີຍ ທີ່ໄດ້ຮັບບົດຕົວລະຄອນຫຼັກເປັນ ມູ່ຫຼານ ໃຫ້ປົດ ອອກຈາກຮອບສາຍໃນອາເມຣິກາທີ່ມີກໍານົດ ໃນວັນທີ 27 ມີນາ 2020 ດ້ວຍ. ນອກຈາກນີ້, ຍັງມີການວິພາກວິຈານວ່າ ຫຼິວອີ້້ເຟີຍ ບໍ່ເຂົ້າໃຈສະຖານະການໃນຮົ່ງກົງ ເພາະວ່າຜູ້ກ່ຽວ “ມີເສລີພາບ” ຈາກການຖືສັນຊາດສະຫະລັດ ຂະນະທີ່ ວອລທ໌ ດິສນີ່ ພິກເຈີ ຍັງບໍ່ສະແດງທ່າທີຕໍ່ເຫດການດັ່ງກ່າວ.
Protesters are calling for a boycott against the live-action Mulan after film’s lead actor Liu Yifei voiced her support for Hong Kong police. #BoycottMulan https://t.co/1aV4qftIt3
— Twitter Moments (@TwitterMoments) August 16, 2019
Chinese actress Liu Yifei, star of upcoming Disney blockbuster Mulan, shows support for Hong Kong police on Weibo, retweeting a People’s Daily post. Weibo shows that she is an iPhone user #hongkongprotests pic.twitter.com/gfXEb3zsom
— Vivienne Chow (@VivienneChow) August 15, 2019
It is my duty to fight. Disney’s #Mulan is in theaters March 27, 2020. pic.twitter.com/Xq6El2A4nN
— Mulan (@DisneysMulan) July 7, 2019