ທາງການຂອງມຽນມາ ຍັງພະຍາຍາມຈົນສຸດຄວາມສາມາດ ໃນການຄົ້ນຫາຜູ້ສູນຫາຍຈາກດິນເຈື່ອນ ໃນລັດມອນ ເມື່ອທ້າຍອາທິດ ຜ່ານມາ ເຊິ່ງຈຳນວນຜູ້ເສຍຊີວິດເພິ່ມຂຶ້ນກວ່າ 50 ຄົນ ຂະນະທີ່ບັນດາລັດທາງພາກໃຕ້ ຍັງປະສົບກັບໄພນໍ້າຖ້ວມຢ່າງ ໜັກ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ເມື່ອວັນຈັນ ທີ 12 ສິງຫາ ກ່ຽວກັບຄວາມຄືບໜ້າຂອງປະຕິບັດການຄົ້ນຫາຜູ້ສູນຫາຍຈາກເຫດດິນເຈື່ອນ ເຊິ່ງເປັນຜົນມາຈາກພາຍຸມໍລະສຸມຮຸນແຮງ ໃນເຂດພື້ນທີ່ຂອງລັດມອນ ເຊິ່ງຕັ້ງຢູ່ລຽບແຄມຝັ່ງທາງພາກໃຕ້ຂອງປະເທດ ເມື່ອທ້າຍອາທິດ ຜ່ານມາ ວ່າ ຈຳນວນຜູ້ເສຍຊີວິດເພີ່ມຂື້ນຢ່າງໜ້ອຍ 52 ຄົນ ໂດຍທາງການມຽນມາ ໄດ້ລະດົມກໍງລັງທັງໜ່ວຍກູ້ໄພພົນລະເຮືອນ ແລະ ທະຫານຮ່ວມປະຕິບັດການຄົ້ນຫາ ພ້ອມທັງຂົນຍ້າຍເຄື່ອງຈັກຂະ ໜາດໃຫຍ່ເຂົ້າໄປໃນພື້ນທີ່ ເພື່ອຂຸດດິນຄົ້ນຫາຜູ້ສູນຫາຍ ເຊິ່ງເຈົ້າໜ້າທີ່ຄາດການວ່າອາດມີຫຼາຍເຖິງ 80 ຄົນ.


ທັງນີ້ ນອກເໜືອຈາກລັດມອນແລ້ວ ລັດກະຫຼ່ຽງ ແລະ ລັດກະສິ່ນ ທີ່ຢູ່ໃກ້ຄຽງກໍ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ເຊັ່ນກັນ ໂດຍລາຍງານຂອງ Global New Light of Myanmar ເຊິ່ງເປັນກະບອກສຽງຂອງລັດຖະບານ ລະບຸວ່າ ສະເພາະໃນລັດມອນ ມີບ້ານເຮືອນປະຊາຊົນຫຼາຍກວ່າ 4.000 ຫຼັງ ຈົມຢູ່ໃນນໍ້າທີ່ຖ້ວມສູງ ແລະ ຫຼາຍກວ່າ 25.000 ຄົນ ໄຮ້ທີ່ຢູ່ອາໄສ ທາງດ້ານສໍານັກງານເພື່ອການປະສານງານດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ (OCHA: United Nations Office for the Coordination of Humanitarian Affairs) ໃນພາກພື້ນອາຊີ-ປາຊີຟິກ ລະດົມກໍາລັງຊ່ວຍເຫຼືອ.
52 Dead in Mon State Landslide; Southern Myanmar Still Floodinghttps://t.co/5Q6mYkkv2b
— The Irrawaddy (Eng) (@IrrawaddyNews) August 11, 2019
9.8.2019- Mon State fire services members are doing search&rescue continuously to the trapped victims under the collapsed buildings due to landslide because of heavy rain at Mon State.28 civilians were saved alive and there were 19dead. pic.twitter.com/UAFFd8feV4
— Myanmar Fire Services Department (@fsd_gov_mm) August 9, 2019