ລັດຖະບານເກົາຫຼີໃຕ້ໄດ້ຢືນຢັນວ່າ ລັດຖະບານຍີ່ປຸ່ນ ໄດ້ອະນຸມັດການສົ່ງອອກວັດຖຸດິບສຳຄັນ ສຳລັບການຜະລິດສິນຄ້າເທັກໂນໂລຢີໄປເກົາຫຼີໃຕ້ ເປັນຄັ້ງທຳອິດ ນັບຕັ້ງແຕ່ມີຂໍ້ພິພາດກັນ ເມື່ອຕົ້ນເດືອນຜ່ານມາ ຈາກບັນຫາຂອງແຮງງານຂ້າທາດໃນສະໄໝສົງຄາມໂລກ ທີ່ຝ່າຍເກົາຫຼີໃຕ້ຮື້ຟື້ນຂຶ້ນມາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີ ເມື່ອວັນພະຫັດ ທີ 8 ສິງຫາ ວ່າ ທ່ານລີ ນັກ-ຢອນ ນາຍົກລັດຖະມົນຕີເກົາຫຼີໃຕ້ ກ່າວເມື່ອວັນພຸດ ວ່າ ກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ໄດ້ອະນຸມັດໃບອະນຸຍາດສົ່ງອອກວັດຖຸດິບ ສຳລັບການຜະລິດສິນຄ້າດ້ານເທັກໂນໂລຢີ ໃຫ້ແກ່ຜູ້ປະກອບການທ້ອງຖິ່ນລາຍໜຶ່ງ ໃຫ້ແກ່ເກົາຫຼີໃຕ້ ໂດຍເປັນສານເຄມີໄວແສງຊະນິດໜຶ່ງທີ່ຈຳເປັນຫຼາຍໃນສາຍວຽກການຜະລິດເຊມິຄອນດັນເຕີ (semiconductor) ຂອງບໍລິສັດຊໍາຊຸງ ອິເລັກໂທຣນິກ ຂະນະດຽວກັນ, ນາຍົກລັດຖະມົນຕີເກົາຫຼີໃຕ້ ກ່າວວ່າ ລັດຖະບານໂຊ ຍັງສືບຕໍ່ຄວາມພະຍາຍາມຕາມຫຼັກການທູດ ເພື່ອຫາທາງແກ້ໄຂກັບ ລັດຖະບານໂຕກຽວຈາກຂໍ້ຂັດແຍ່ງນີ້.


ອີກປະການໜຶ່ງ ລັດຖະບານຍີ່ປຸ່ນ ໄດ້ປະກາດ ເມື່ອວັນທີ 4 ກໍລະກົດ ຜ່ານມາ ວ່າ ໄດ້ຍົກສູງລະດັບມາດຕະການທີ່ເຄັ່ງຄັດ ໃນການສົ່ງອອກສານເຄມີຫຼາຍຊະນິດ ແລະ ວັດຖຸດິບທັນສະໄໝ ທີ່ໃຊ້ໃນອຸດສາຫະກຳການຜະລິດເຊມິຄອນດັກເຕີທີ່ລວມທັງໄມໂຄຣຊິບ ແລະ ໜ້າຈໍສະມາດໂຟນໄປເກົາຫຼີໃຕ້ ແລະ ຢືນຢັນວ່າ ມາດຕະການດັ່ງກ່າວ ບໍ່ໄດ້ລະເມີດກົດລະບຽບຂອງອົງການການຄ້າໂລກ (WTO) ເນື່ອງຈາກວ່າ ບໍ່ໄດ້ແມ່ນການສັ່ງໂຈະການຄ້າແບບເດັັດຂາດ ແຕ່ເປັນການເພິ່ມຂັ້ນຕອນ ສຳລັບຜູ້ປະກອບການຍີ່ປຸ່ນທີ່ຕ້ອງການສົ່ງອອກ “ສິນຄ້າຄວບຄຸມ” ໄປເກົາຫຼີໃຕ້ ແມ່ນຕ້ອງໄດ້ຂໍໃບອະນຸຍາດຈາກອົງການຂອງລັດຖະບານກ່ອນເທົ່ານັ້ນ ເຖິງວ່າຈະຕ້ອງໃຊ້ເວລາດົນເຖິງ 90 ວັນ ກໍ່ຕາມ.
While the US-China dispute deepens, another trade war is brewing in Asia between Japan and South Korea. The FT’s Seoul Correspondent Edward White examines why: https://t.co/xgwOyzYo5R pic.twitter.com/maamTxMPeg
— Financial Times (@FinancialTimes) August 7, 2019
ທັງນີ້ ສາເຫດທີ່ເຮັດໃຫ້ເກີດຄວາມຂັດແຍ່ງດ້ານການຄ້າ ລະຫວ່າງສອງປະເທດໃນຄັ້ງນີ້ ແມ່ນມາຈາກການທີ່ສານສູງສຸດໃນນະຄອນຫຼວງໂຊ ໄດ້ມີຄໍາພິພາກສາຕັດສິນຄະດີ ເມື່ອທ້າຍເດືອນຕຸລາ ປີຜ່ານມາ ໂດຍໃຫ້ບໍລິສັດນິບປອນ ສະຕີລ ແລະ ບໍລິສັດມິດຊູບີຊິ ຂອງຍີ່ປຸ່ນ ຈ່າຍຄ່າຊົດເຊີຍໃຫ້ແກ່ແຮງງານທາດສະໄໝສົງຄາມໂລກ ຄັ້ງທີ 2 ເຊິ່ງລັດຖະບານໂຕກຽວໄດ້ປະທ້ວງຢ່າງໜັກ ໂດຍຢໍ້າວ່າ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ລົງນາມຮ່ວມກັນໃນການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວແລ້ວ ຕັ້ງແຕ່ປີ 1965 ເຊິ່ງເປັນປີດຽວກັນກັບທີ່ທັງສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງເພື່ອຟື້ນຟູຄວາມສໍາພັນທາງການທູດລະຫວ່າງກັນ ເຖິງວ່າ ເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດພະຍາຍາມເຈລະຈາກັນອີກຄັ້ງ ໂດຍມີສະຫະລັດ ອາເມຣິກາ ເປັນຄົນກາງ ລະຫວ່າງກອງປະຊຸມສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ບາງກອກ ປະເທດໄທ ເມື່ອທ້າຍເດືອນ ຜ່ານມາ ແຕ່ທ່ານທາໂຣ ໂຄໂນະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ກ່າວກັບ ທ່ານນາງຄັງ ຄະຢອງ-ຮວາ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີໃຕ້ ວ່າ ລັດຖະບານໂຊຕ້ອງເປັນຝ່າຍ “ແກ້ໄຂຂໍ້ພິພາດທີ່ຮື້ຟື້ນຂຶ້ນມາເອງ”.
Japan is set to greenlight some exports of semiconductor manufacturing materials to South Korea for the first time since tightening export controls on the products in July.https://t.co/YNLdZoacBl
— Nikkei Asian Review (@NAR) August 7, 2019