ຊົມພາບຂະບວນລົດໄຟປ້ອງກັນລະເບີດ ເຊິ່ງຢູ່ເທິງສາຍການປະກອບຂອງໂຮງງານບໍລິສັດຊີອາອາຊີ ສາງຊຸນ ເຣລເວ ວີຮິເຄິລ ຈໍາກັດ ໃນນະຄອນສາງຊຸນ ເມືອງເອກຂອງມົນທົນຈີ໋ຫຼິນ ທາງພາກຕາເວັນອອກສຽງເໜືອ ປະເທດຈີນ.


ລົດໄຟລາງເບົາ ປ້ອງກັນລະເບີດ ຈະຖືກນໍາໄປໃຊ້ບໍລິການເທິງທາງລົດໄຟສາຍສີແດງຂອງລະບົບລາງເບົາ ໃນນະຄອນຫຼວງເທລອາວີຟ ປະເທດອິສຣາເອລ ໂດຍທາງລົດໄຟດັ່ງກ່າວ ມີຄວາມຍາວ 23 ກິໂລແມັດ ແລະ ມີກໍານົດເປີດໃຊ້ບໍລິການ ພາຍໃນປີ 2021.


ໂຄງສ້າງຖານຂອງລົດໄຟເຮັດມາຈາກວັດສະດຸທີ່ບໍ່ແມ່ນສານແມ່ເຫຼັກ ( non-ferromagnetic ) ເຊິ່ງສາມາດປ້ອງກັນການດຶງດູດລະເບີດແມ່ເຫຼັກ ສ່ວນປ່ອງຢ້ຽມຖືກຕິດຕັ້ງແກ້ວກັນລະເບີດ ທີ່ສາມາດທົນທານແຮງກະທົບຈາກຫິນ ແລະ ລະເບີດຂວດແກ້ວປະດິດໄດ້.


Picture: China Xinhua News