ສະຖານະການນ້ໍາຖ້ວມໜັກເປັນພື້ນທີ່ກວ້າງໃນພາກພື້ນອາຊີໃຕ້ ຍັງຢູ່ໃນຂັ້ນວິກິດ ໂດຍຈໍານວນຜູ້ເສຍຊີວິດເພິ່ມຂຶ້ນ “ຫຼາຍກວ່າ 200 ຄົນ” ແລະ ອິນເດຍໄດ້ຮັບຜົນກະທົບຫຼາຍທີ່ສຸດ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພະຫັດ ທີ 18 ກໍລະກົດ ກ່ຽວກັບສະຖານະການອຸທົກກະໄພໃນຫຼາຍປະເທດເຂດອາຊີໃຕ້ ເຊິ່ງເປັນຜົນມາຈາກອິດທິພົນຂອງພາຍຸມໍລະສຸມກໍາລັງແຮງທີ່ພາດຜ່ານໃນເດືອນນີ້ ວ່າ ປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຄື: ອິນເດຍ, ເນປາລ ແລະ ບັງກລາເທດ ຕະຫຼອດຈົນພື້ນທີ່ບາງສ່ວນຂອງປາກິສຖານ ໂດຍຈໍານວນຜູ້ເສຍຊີວິດ ພົບຫຼາຍທີ່ສຸດໃນລັດອັສສໍາ ທີ່ຢູ່ທາງພາກຕາເວັນອອກສຽງເໜືອຂອງອິນເດຍ ເຊິ່ງຂໍ້ມູນຈາກໜ່ວຍກູ້ໄພລະບຸວ່າ ຫຼາຍກວ່າ 120 ຄົນ ແລະ ປະຊາຊົນເກືອບ 6 ລ້ານຄົນ ໄຮ້ທີ່ຢູ່ອາໄສ ຂະນະທີ່ ລະດັບນໍ້າ (River Brahmaputra) ທີ່ໄລຜ່ານລັດອັສສໍາ ຍື່ງສູງຂຶ້ນ ແລະ ລົ້ນຖ້ວມຕະຫຼອດແລວແຄມຝັ່ງ.


ດ້ານສະຖານະການໃນລັດພິຫານ ທີ່ຢູ່ທາງພາກຕາເວັນອອກຂອງອິນເດຍ ແລະ ມີຊາຍແດນທາງທິດເໜືອຕິດກັບປະເທດເນປາລ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 33 ຄົນ ແລະ ປະຊາຊົນຫຼາຍກວ່າ 25 ລ້ານຄົນ ໄດ້ຮັບຜົນກະທົບ. ຂະນະທີ່ ຈໍານວນຜູ້ເສຍຊີວິດໃນເນປາລ ມີຢ່າງໜ່ອຍ 78 ຄົນ ແລະ ປະຊາຊົນຫຼາຍວ່າ 16.000 ຄົວເຮືອນ ຕ້ອງອົບພະຍົບ ແຕ່ຍັງມີຜູ້ສູນຫາຍອີກບໍ່ຕ່ໍາກວ່າ 30 ຄົນ ສ່ວນສະຖານະການໃນບັງກລາເທດໜ້າເປັນຫ່ວງ ໂດຍສະເພາະທີ່ຄ້າຍຜູ້ລີ້ໄພຊາວໂຣຮີນຈາ ໃນເມືອງຄັອກຊ໌ ບາຊາ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເນື່ອງຈາກມີຜູ້ລີ້ໄພອາໄສຢູ່ກັນຢ່າງໜາແໜ້ນ ກວ່າ 700.000 ຄົນ ແລະ ຝົນທີ່ຕົກລົງມາຢ່າງໜັກ ສົ່ງຜົນໃຫ້ເກີດນ້ໍາຖ້ວມຂັງໃນຫຼາຍຈຸດຂອງສູນພັກພິງ ເຊິ່ງອາດເປັນບໍ່ເກີດຂອງໂຣກລະບາດໄດ້.
Flood fury continues in several parts of Bihar and Assam#ITVideo
— India Today (@IndiaToday) July 16, 2019
More videos : https://t.co/NounxnP7mg
(@manogyaloiwal) pic.twitter.com/TkKGlRcehF
About 80% of the Kaziranga National Park and 95 camps under water as floods continue to wreak havoc in #Assam. Watch this report by @manogyaloiwal.#ITVideos
— India Today (@IndiaToday) July 17, 2019
More videos: https://t.co/NounxnP7mg pic.twitter.com/7J0GY7yd2l