ລັດຖະບານຈີນເຜີຍອັດຕາການຂະຫຍາຍຕົວທາງເສດຖະກິດຂອງປະເທດໃນໄຕມາດ ທີ 2 ຂອງປີນີ້ ເຕີບໂຕພຽງ 6,2% ຕໍ່າທີ່ສຸດ ນັບຕັ້ງແຕ່ປີ 1992.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 15 ກໍລະກົດ ວ່າ ສໍານັກງານສະຖິຕິແຫ່ງຊາດຂອງຈີນ ລາຍງານທາງເສດຖະກິດຂອງປະເທດປະຈໍາໄຕມາດ ທີ 2 ຂອງປີນີ້ ວ່າ ຂະຫຍາຍຕົວ 6,2% ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນມີນາ 1992 ແລະ ຫຼຸດລົງຈາກໄຕມາດທໍາອິດ ເຊິ່ງມີອັດຕາການເຕີບໂຕ 6,4% ແຕ່ລັດຖະບານປັກກິ່ງ ເຫັນວ່າ ຍັງຢູ່ໃນກອບເປົ້າໝາຍທີ່ກໍາໜົດໄວ້ຄື ລະຫວ່າງ 6,0% ເຖິງ 6,5% ຕະຫຼອດປີນີ້. ຂະນະທີ່ ອັດຕາການຂະຫຍາຍຕົວຂອງເສດຖະກິດໃນໄລຍະເຄິ່ງປີທໍາອິດ 6,3% ທຽບກັບຕະຫຼອດປີຜ່ານມາ ເຊິ່ງຂະຫຍາຍຕົວ 6,6%.


ຢ່າງໃດກໍ່ຕາມ ທ່ານເໝົາ ຊັງຫຍົງ ໂຄສົກຂອງສໍານັກງານສະຖິຕິແຫ່ງຊາດ ກ່າວວ່າ ເງື່ອນໄຂທາງເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ຍັງຜະເຊີນກັບແຮງກົດດັນຢ່າງໜັກ ເນື່ອງຈາກປັດໃຈທາງເສດຖະກິດຈາກພາຍນອກຄືຜົນລັບສໍາຄັນທີ່ເພິ່ມຄວາມໄຮ້ສະຖຽນລະພາບ ແລະ ຄວາມບໍ່ແນ່ນອນໃຫ້ກັບເສດຖະກິດຂອງຈີນ ເຊິ່ງອາດຈະເປັນການກ່າວໂດຍອ້ອມເຖິງບັນຍາກາດຂອງສົງຄາມການຄ້າ ລະຫວ່າງ ສະຫະລັດ ກັບ ຈີນ ທີ່ຍັງຫ່າງໄກຈາກ “ຄວາມຜ່ອນຄາຍ” ເຖິງວ່າທັງສອງປະເທດຕົກລົງ “ສະຫງົບສົງຄາມ” ຮອບສອງ ເມື່ອທາຍເດືອນມິຖຸນາ ຜ່ານມາກໍ່ຕາມ.
China’s economy grew by 6.2 per cent in the second quarter of 2019, the lowest figure since records began in March 1992, but other data for June better than expected #China #GDP https://t.co/uihKwI71Cs pic.twitter.com/Xy6x2WdZ1Y
— SCMP Economy (@scmpeconomy) July 15, 2019