ອິນເດຍເລື່ອນການສົ່ງຍານສໍາຫຼວດດວງຈັນ ຫຼັງພົບບັນຫາດ້ານເທັກນິກ

205

ລັດຖະບານອິນເດຍ ປະກາດເລື່ອນກໍານົດການສົ່ງຍານສໍາຫຼວດດວງຈັນ “ຈັນທຣາຍານ-2” ບໍ່ຮອດ 1 ຊົ່ວໂມງ ກ່ອນອອກເດີນທາງ ຫຼັງເຈົ້າໜ້າທີ່ກວດພົບ “ບັນຫາທາງເທັກນິກ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນຈັນ ທີ 15 ກໍລະກົດ  ວ່າ ອົງການວິໄຈອະວະກາດອິນເດຍ (ISRO: Indian Space Research Organization) ຖະແຫຼງການເມື່ອວັນຈັນເລື່ອນກໍານົດການສົ່ງຍານສໍາຫຼວດດວງຈັນ “ຈັນທຣາຍານ-2 (Chandrayaan-2)” ພຽງ 56 ນາທີ 24 ວິນາທີ ກ່ອນທີ່ຈະສົ່ງຈະຫຼວດ ” (GSLV-Mk3): Geosynchronous Satellite Launch Vehicle MkIII-M1″ ນໍາສົ່ງຂຶ້ນຈາກຖານປ່ອຍພາຍໃນສູນອະວະກາດສາທິດ ທາວັນ ທີ່ເມືອງສຣີຫຣິໂຄດ ໃນລັດອານທຣາປະເທດ ຕັ້ງຢູ່ແຄມຝັ່ງ ທາງພາກຕາເວັນອອກສຽງໃຕ້ ເມື່ອເວລາ 02:51 ໂມງ ຕາມເວລາທ້ອງຖິ່ນ (04:21 ໂມງ ຕາມເວລາໃນປະເທດລາວ) ໂດຍຖະແຫຼງການຂອງໄອເອັສອາໂອ ລະບຸເຫດຜົນຂອງການເລື່ອນກໍານົດການພຽງວ່າ “ພົບຄວາມຂັດຂ້ອງທາງເທັກນິກ” ແລະ ຈະປະກາດກໍານົດການໃໝ່ອີກຄັ້ງ. ອີກປະການໜຶ່ງ ຖ້າທຸກຢ່າງເປັນໄປຕາມ ກໍານົດການ ຈັນທຣາຍານ-2 ມີກໍານົດລົງຈອດເທິງດວງຈັນ ໃນວັນທີ 6 ກໍລະກົດ ນີ້.

” (GSLV-Mk3): Geosynchronous Satellite Launch Vehicle MkIII-M1″ ຈະຫຼວດນໍາສົ່ງ ຍານສໍາຫຼວດດວງຈັນ “ຈັນທຣາຍານ-2 (Chandrayaan-2)”

ຄວາມເຄື່ອນໄຫວດັ່ງກ່າວ ສ້າງຄວາມຜິດຫວັງໃຫ້ແກ່ຊາວອິນເດຍຈໍານວນຫຼາຍ ເຊິ່ງຕ່າງເຝົ້າລໍຄອຍການສ້າງປະຫວັດສາດ ສົ່ງຍານສໍາຫຼວດດວງຈັນທີ່ຜະລິດຂຶ້ນເອງໃນປະເທດເປັນລໍາດັບ ທີ 2 ຕໍ່ຈາກຈັນທຣາຍານ-1 ເຊິ່ງເປັນພາສາສັນສະກິດມີຄວາມໝາຍກົງຕົວ ວ່າ ຍານສໍາຫຼວດດວງຈັນ ແລະ ອອກເດີນທາງຈາກໂລກ ເມື່ອເດືອນຕຸລາ 2008 ຂະນະທີ່ ດຣ.ເຄ ສິວັນ ປະທານໄອເອັສອາໂອ ກ່າວວ່າລັດຖະບານອິນເດຍໃຊ້ງົບປະມານສ້າງໂຄງການຈັນທຣາຍານ-2 ປະມານ 140 ລ້ານໂດລາ (ປະມານ 1.220 ຕື້ກີບ) ເມື່ອທຽບກັບໂຄງການສໍາຫຼວດດວງຈັນຂອງສະຫະລັດ ແລະ ເອີຣົບ ຫຼື ແມ້ແຕ່ຈີນຖືວ່າຖືກກວ່າຫຼາຍສິບເທົ່າ. ນອກຈາກນີ້, ດຣ.ເຄ ສິວັນ ຍອມຮັບວ່າໂຄງການຈັນທຣາຍານ-2 ມີຄວາມຊັບຊ້ອນ ແລະ ຍາກກວ່າໂຄງການທໍາອິດຫຼາຍ ເນື່ອງຈາກທີມງານເນັ້ນປະສິດທິພາບຂອງຍານໃນການລົງຈອດ “ແບບນິ້ມນວນ” ເຊິ່ງໄລຍະ 15 ນາທີສຸດທ້າຍ ກ່ອນການສໍາຜັດພື້ນຜິວດວງຈັນຂອງຈັນທຣາຍານ- ຄື ໄລຍະເວລາ “ສໍາຄັນທີ່ສຸດ”.

ຊາວອິນເດຍຈໍານວນຫຼາຍ ເຊິ່ງຕ່າງເຝົ້າລໍຄອຍການສ້າງປະຫວັດສາດ

ທັງນີ້ ຖ້າໂຄງການຈັນທຣາຍານ-2 ປະສົບຄວາມສໍາເລັດ ນອກເໜືອຈາກອິນເດຍຖືເປັນປະເທດ ທີ 4 ຂອງໂລກທີ່ສາມາດນໍາຍານສໍາຫຼວດໄປລົງຈອດເທິງດວງຈັນຕໍ່ຈາກສະຫະລັດ, ສະຫະພາບໂຊວຽດ ແລະ ຈີນ ແລ້ວ ຈະເປັນການຕໍ່ຍອດຄັ້ງສໍາຄັນໃຫ້ແກ່ອິນເດຍ ໃນການເປັນອີກປະເທດທີ່ຂໍເຂົ້າຮ່ວມ “ການແຂ່ງຂັນດ້ານອະວະກາດ” ຕາມຄວາມຝັນໃນການເດີນທາງສູ່ດາວອັງຄານ ແລະ ການສໍາຫຼວດດາວເຄາະນ້ອຍດວງອື່ນໆ ອີກທັງໂຄງການສົ່ງນັກບິນອະວະກາດດ້ວຍຕົວເອງ ພາຍໃນປີ 2022.