ກໍລະນີພິພາດທາງການຄ້າລະຫວ່າງ ຍີ່ປຸ່ນ ກັບ ເກົາຫຼີໃຕ້ ກ່ຽວກັບການທີ່ລັດຖະບານໂຕກຽວເພິ່ມມາດຕະການຄວບຄຸມການສົ່ງວັດຖຸດິບສໍາຄັນດ້ານເທັກໂນໂລຢີອອກໄປເກົາຫຼີໃຕ້ ເພື່ອຕອບໂຕ້ປະເດັນແຮງງານທາດ ຕັ້ງແຕ່ສະໄໝສົງຄາມໂລກ ທະວີຄວາມຮຸນແຮງ ແຕ່ທັງສອງຝ່າຍຕົກລົງຈະເຈລະຈາກັນໃນທ້າຍອາທິດນີ້.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນພຸດ ທີ 10 ກໍລະກົດ ວ່າ ທ່ານໂຢຊິຮິເດະ ຊຶກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ກ່າວເຖິງການທີ່ລັດຖະບານໂຕກຽວຍົກລະດັບມາດຕະການເຂັ້ມງວດ ໃນການສົ່ງອອກເຄມີພັນຫຼາຍຊະນິດ ແລະ ວັດຖຸດິບທັນສະໄໝທີ່ໃຊ້ໃນອຸດສາຫະກໍາການຜະລິດເຊມິຄອນດັກເຕີ ແລະ ໜ້າຈໍສະມາດໂຟນ ໄປ ເກົາຫຼີໃຕ້ ເຊິ່ງມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 4 ກໍລະກົດ ຜ່ານມາ ວ່າ ມາດຕະການດັ່ງກ່າວ ບໍ່ຄວນນໍາມາເປັນຫົວຂໍ້ໃນການເຈລະຈາ ບໍ່ວ່າຈະໃນກໍລະນີໃດ ແລະ ຍີ່ປຸ່ນ ບໍ່ມີນະໂຍບາຍຜ່ອນຜັນ ຫຼື ຖອດຖອນມາດຕະການນີ້ ຕໍ່ລັດຖະບານໂຊ.
As Japan and South Korea spat over export controls at the World Trade Organization, companies in both countries scramble to cope with supply disruptions.https://t.co/l3z7waP9cK
— Nikkei Asian Review (@NAR) July 9, 2019
ຄໍາຖະແຫຼງຂອງເລຂາທິການ ຄະນະລັດຖະມົນຕີຍີ່ປຸ່ນ ເປັນການຢໍ້າຄໍາກ່າວ ຂອງທ່ານຮິໂຣຊິເງະ ເຊໂກະ ລັດຖະມົນຕີວ່າການກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ເຊິ່ງຢືນຢັນດ້ວຍວ່າ ຍີ່ປຸ່ນ ບໍ່ໄດ້ລະເມີດກົດລະບຽບຂອງອົງການ ການຄ້າໂລກ (WTO) ຕໍ່ເກົາຫຼີໃຕ້ ໃນເລື່ອງນີ້ ເນື່ອງຈາກບໍ່ແມ່ນການລະງັບການຄ້າຂາຍຢ່າງເດັດຂາດ ພຽງແຕ່ມີຂັ້ນຕອນເພິ່ມຂຶ້ນໃຫ້ຜູ້ປະກອບການຂອງຍີ່ປຸ່ນ ທີ່ຕ້ອງການສົ່ງອອກ “ສິນຄ້າຄວບຄຸມ” ໄປເກົາຫຼີໃຕ້ ຕ້ອງໄດ້ດຳເນີນເລື່ອງຂໍໃບອະນຸຍາດຈາກໜ່ວຍງານຂອງລັດກ່ອນເທົ່ານັ້ນ ເຖິງວ່າອາດຈະຕ້ອງໃຂ້ເວລາດໍາເນີນການດົນເຖິງ 90 ວັນກໍ່ຕາມ.


ທັງນີ້ ປະທານາທິບໍດີມຸນ ແຈ-ອິນ ຜູ້ນໍາເກົາຫຼີໃຕ້ ຮຽກຮ້ອງນາຍົກລັດຖະມົນຕີຊິນໂຊະ ອາເບະ ຍົກເລີກມາດຕະການເຂັ້ມງວດດັ່ງກ່າວແລ້ວຂໍໃຫ້ມີການເຈລະຈາກັນ “ຢ່າງຈິງໃຈ” ທີ່ລາຍງານເບື້ອງຕົ້ນ ລະບຸວ່າ ຈະມີຂຶ້ນໃນວັນສຸກ ທີ 12 ກໍລະກົດນີ້. ເນື່ອງຈາກ ຍິ່ງປ່ອຍໃຫ້ສະຖານະການຍຶດເຍື້ອດົນເທົ່າໃດ ຍິ່ງມີແນວໂນ້ມທີ່ເສດຖະກິດຂອງທັງສອງຝ່າຍຈະໄດ້ຮັບຜົນກະທົບຫຼາຍຂຶ້ນເທົ່ານັ້ນ ໂດຍສະເພາະສາຍວຽກດ້ານການຜະລິດສິນຄ້າ ອິເລັກທໍນິກຂອງເກົາຫຼີໃຕ້ ທີ່ຈະມີຄວາມຫຼ້າຊ້າຫຼາຍຂຶ້ນ ແລະ ລັດຖະບານໂຊ ຕໍ່ອົງການການຄ້າໂລກ ເຖິງວ່າລັດຖະບານໂຕກຽວທີ່ຢືນຢັນວ່າ ເລື່ອງນີ້ບໍ່ໄດ້ລະເມີດກົດການຄ້າລະຫວ່າງປະເທດ.
▪ S. KOREA-JAPAN TALKS?
— Arirang News (@arirangtvnews) July 9, 2019
Trade minister says Seoul and Tokyo will hold talks over Japan's export restrictions pic.twitter.com/GjD70g46VA
▪ DISMISSING JAPAN'S CLAIM
— Arirang News (@arirangtvnews) July 8, 2019
S. Korea's foreign ministry rebuts Japan's claim that exports possibly being shipped to N. Korea pic.twitter.com/djVHLMuCQT
ຢ່າງໃດກໍ່ຕາມ ຂໍ້ພິພາດລະຫວ່າງສອງປະເທດມີແນວໂນ້ມຕຶງຄຽດເພິ່ມຂຶ້ນອີກ ເມື່ອສື່ຍີ່ປຸ່ນຫຼາຍສໍານັກຕ່າງກໍ່ລາຍງານ ວ່າ ເກົາຫຼີໃຕ້ລັກລອບສົ່ງອອກ “ວັດຖຸດິບດ້ານເທັກໂນໂລຢີ” ໃຫ້ກັບເກົາຫຼີເໜືອ ເຊິ່ງກະຊວງການຕ່າງປະເທດເກົາຫຼີໃຕ້ອອກຖະແຫຼງການຕໍາໜິ ສ່ວນທ່ານຊອງ ຢຸນ-ໂມ ລັດຖະມົນຕີວ່າການກະຊວງອຸດສາຫະກໍາຂອງເກົາຫຼີໃຕ້ ອອກມາປະຕິເສດເຊັ່ນກັນ ແລະ ຮຽກຮ້ອງໃຫ້ສື່ຍີ່ປຸ່ນຢຸດຕິການນໍາສະເໜີຂ່າວທີ່ “ບໍ່ມີຫຼັກຖານ” ໃນເວລາດຽວກັນ ມີລາຍງານວ່າ ຊາວເກົາຫຼີໃຕ້ ເລິ່ມປຸກກະແສແບນສິນຄ້າຂອງຍີ່ປຸ່ນແລ້ວ.
▪ REACTIONS FROM CITIZENS
— Arirang News (@arirangtvnews) July 9, 2019
Growing number of people criticize Japan's export restrictions, boycott Japanese products pic.twitter.com/MDiLufUoh0
ສໍາລັບຊະນວນເຫດຂອງຄວາມຂັດແຍ່ງລະຫວ່າງ ຍີ່ປຸ່ນ ກັບ ເກົາຫຼີໃຕ້ ໃນຮອບນີ້ ຍັງເຊື່ອມໂຍງຢ້ອນໄປເຖິງເລື່ອງສະໄໝສົງຄາມໂລກ ຄັ້ງທີ 2 ເມື່ອສານສູງສຸດໃນນະຄອນຫຼວງໂຊ ມີຄໍາພິພາກສາເມື່ອທ້າຍເດືອນຕຸລາ ປີ 2018 ໃຫ້ບໍລິສັດນິບປອນ ສະຕີລ ຂອງຍີ່ປຸ່ນ ຈ່າຍຄ່າຊົດເຊີຍໃຫ້ແກ່ແຮງງານທາດ ເຊິ່ງລັດຖະບານໂຕກຽວ ຍັງປະທ້ວງຢ່າງໜັກ ແລະ ຢໍ້າ ວ່າ ຍີ່ປຸ່ນ ກັບ ເກົາຫຼີໃຕ້ ລົງນາມຢຸດຕິກໍລະນີພິພາດເລື່ອງນິບປອນ ສະຕີລ ຕັ້ງແຕ່ປີ 1965 ແລ້ວ ເຊິ່ງກໍ່ເປັນປີດຽວກັບທີ່ທັງສອງປະເທດລົງນາມຂໍ້ຕົກລົງຟື້ນຟູຄວາມສໍາພັນທາງການທູດລະຫວ່າງກັນ.