ການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຈີ20 ປະຈໍາປີນີ້ ເປີດສາກຢ່າງເປັນທາງການທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໂດຍທຸກການເຄື່ອນໄຫວໃຫ້ຄວາມສົນໃຈໄປທີ່ການຫາລື ລະຫວ່າງ ປະທານາທິບໍດີສະຫະລັດ ກັບ ປະທານປະເທດຈີນ.
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 28 ມິຖຸນາ ວ່າ ການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຈີ 20 ເປີດສາກຢ່າງເປັນທາງການ ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ລະຫວ່າງຄວາມຄາດໝາຍຂອງທຸກຝ່າຍ ວ່າ ບັນຍາກາດຂອງການປະຊຸມທັງແບບເຕັມຄະນະ ແລະ ການຫາລືນອກຮອບລະດັບທະວີພາຄີຂອງແຕ່ລະປະເທດຈະເປັນໄປດ້ວຍຄວາມຕຶງຄຽດ ເພາະກ່ຽວເນື່ອງກັບສົງຄາມການຄ້າລະຫວ່າງ ອາເມຣິກາ ກັບ ຈີນ ທີ່ກໍາລັງສົ່ງຜົນກະທົບເປັນຕ່ອງໂສ້ໄປທົ່ວພາກພື້ນ.


ຢ່າງໃດກໍ່ຕາມ ປະທານາທິບໍດີໂດນັລ ທຣໍາ ເຂົ້າສູ່ທີ່ປະຊຸມ ເຊິ່ງມີການຖ່າຍຮູບໝູ່ເປັນທີ່ລະນຶກຕາມທໍານຽມດ້ວຍທ່າທີຜ່ອນຄາຍ ແລະ ເປັນມິດຢ່າງເຫັນໄດ້ຊັດເຈນ ໂດຍຈັບມື ແລະ ທັກທາຍກັບຜູ້ນໍາທຸກຄົນທີ່ເຂົ້າຮ່ວມການປະຊຸມຢ່າງເປັນກັນເອງ ເຊິ່ງກໍ່ເປັນປະຕິກິລິຍາເພື່ອຫຼຸດຄວາມຕຶງຄຽດ ກ່ອນເລິ່ມການຫາລື. ທັງນີ້ແລ້ວ ຍັງກ່າວຍ້ອງຍໍປະເທດຍີ່ປຸ່ນ ທີ່ “ສົ່ງອອກບໍລິສັດລົດໃຫຍ່ຫຼາຍຍີ່ຫໍ້ໃຫ້ມາຕັ້ງສໍານັກງານໃນອາເມຣິກາ” ແລະ ຈັບມືທັກທາຍກັບນາຍົກລັດຖະມົນຕີ ທ່ານນາງ ອັງເກລາ ແມຣ໌ເຄິລ ຜູ້ນໍາເຢຍລະມັນ ພ້ອມທັງກ່າວເຖິງອີກຝ່າຍວ່າ ເປັນຜູ້ນໍາຍິງທີ່ແຂງແກ່ນ ແລະ ໂດດເດັ່ນ ທາງດ້ານ ທ່ານນາງແມຣ໌ເຄິລ “ຍັງມີອາການປົກກະຕິ” ໂດຍບໍ່ສະແດງອາການສັ່ນ ຫຼື ຜິດປົກກະຕິ ເໝືອນກັບທີ່ເຄີຍເກີດຂຶ້ນແລ້ວ 2 ຄັ້ງ ທີ່ປະເທດເຢຍລະມັນ ຈົນກໍ່ໃຫ້ເກີດຄວາມວິຕົກກັງວົນໃນກຸ່ມປະຊາຊົນຊາວເຢຍລະມັນ ແລະ ສື່ທ້ອງຖິ່ນວິຈານເລື່ອງນີ້ຢ່າງໜັກ ວ່າ ລັດຖະບານບໍ່ຄວນປິດບັງຖ້າ ທ່ານແມຣ໌ເຄິລ ປ່ວຍ ແຕ່ລັດຖະບານເຢຍລະມັນກໍ່ຢືນຢັນວ່າ ທ່ານສະບາຍດີ. ນອກຈາກນີ້, ທຣໍາ ຍັງທັກທ້າຍກັບປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນໍາຣັສເຊຍ ແລະ ໄດ້ສົນທະນາກັນໜ້ອຍໜຶ່ງ.
Smiles, hugs and chats on the sidelines: Here’s a look at the #G20Summit “family photo” of world leaders https://t.co/7WX0Z1GapA pic.twitter.com/hoseWtNS5I
— Bloomberg Asia (@BloombergAsia) June 28, 2019
“I look forward to spending time with you rather than watching the debate”
— TicToc by Bloomberg (@tictoc) June 28, 2019
Trump tells Merkel at #G20Summit pic.twitter.com/kM7d5d4a4C
ຂະນະທີ່ ປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ເຂົ້າສູ່ສະຖານທີ່ຈັດການປະຊຸມດ້ວຍຮອຍຍິ້ມ ແລະ ທັກທາຍກັບຜູ້ນໍາທຸກຄົນຢ່າງເປັນມິດເຊັ່ນກັນ. ທັງນີ້ ທຸກຝ່າຍໃຫ້ຄວາມສົນໃຈກັບການພົບຫາລືລະຫວ່າງຜູ້ນໍາສະຫະລັດ ກັບ ຜູ້ນໍາຈີນ ເຊິ່ງຈະເປັນການພົບກັນຄັ້ງທໍາອິດຂອງທັງສອງຝ່າຍ ນັບຕັ້ງແຕ່ການປະຊຸມ ຈີ20 ເມື່ອປີຜ່ານມາ ທີ່ນະຄອນຫຼວງບົວໂນສໄອເຣສ ປະເທດອາເຈນຕິນາ ທີ່ເຖິງວ່າທັງສອງປະເທດຕົກລົງ “ສະຫງົບເສິກການຄ້າຊົ່ວຄາວ” ແຕ່ໃນທາງປະຕິບັດຈະຍັງບໍ່ເປັນຜົນຫຼາຍເທົ່າທີ່ຄວນ ແລະ ແຫຼ່ງຂ່າວຂອງທັງຝ່າຍສະຫະລັດ ແລະ ຈີນ ກ່າວໄປໃນທາງດຽວກັນ ວ່າ ຍັງບໍ່ຄວນຄາດຫວັງວ່າທ່ານ ທຣໍາ ແລະ ທ່ານສີ ຈະມີຄວາມເຫັນພ້ອມໃນຫຼັກການ ຫຼື ເຖິງຂັ້ນບັນລຸ “ຂໍ້ຕົກລົງແບບເຕັມຮູບແບບ” ລະຫວ່າງການປະຊຸມ ຈີ20 ຄັ້ງນີ້.

