ປະທານາທິບໍດີໂດນັລ ທຣໍາ ກ່າວວ່າ ຕົນ “ຮັບບໍ່ໄດ້” ກັບກໍາແພງພາສີຂອງອິນເດຍຮອບຫຼ້າສຸດຕໍ່ສິນຄ້າສະຫະລັດ ແລະ ຕ້ອງການຫາລືກັບນາຍົກລັດຖະມົນຕີນະເຣນທຣາ ໂມດີ ນອກຮອບການປະຊຸມຈີ 20 ທີ່ປະເທດຍີ່ປຸ່ນ ໄລຍະທ້າຍອາທິດນີ້.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ທະວິດຂໍ້ຄວາມ ເມື່ອວັນພຸດ ວ່າ ຕົນລໍຖ້າເວລາທີ່ຈະໄດ້ພົບຫາລືກັບນາຍົກລັດຖະມົນຕີນະເຣນທຣາ ໂມດີ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນໄລຍະທ້າຍອາທິດນີ້ ກ່ຽວກັບສະຖານະການທີ່ໃນຄວາມເປັນຈິງແລ້ວ ອິນເດຍເປັນຝ່າຍຕັ້ງກໍາແພງພາສີລະດັບສູງຕໍ່ສະຫະລັດມາດົນຫຼາຍປີ ແລະ ເມື່ອບໍ່ດົນມານີ້ ຍັງຂຶ້ນພາສີຕໍ່ສິນຄ້າຂອງສະຫະລັດອີກ ເຊິ່ງເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້ ແລະ ຕົນຕ້ອງການໃຫ້ລັດຖະບານນິວເດລີ ຖອດຖອນມາດຕະການດັ່ງກ່າວ.


ທັງນີ້ ກໍາແພງພາສີຂອງອິນເດຍຕໍ່ສະຫະລັດຮອບຫຼ້າສຸດ ທີ່ ທຣໍາ ໝາຍເຖິງ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 16 ມິຖຸນາ ທີ່ຜ່ານມາ ຄວບຄຸມສິນຄ້າ 28 ລາຍການ ເຊິ່ງສິນຄ້າບາງລາຍການອາດຜະເຊີນກັບອັດຕາພາສີສູງເຖິງ 70% ສ່ວນໃຫຍ່ເປັນສິນຄ້າກະເສດທີ່ລວມເຖິງແອັບເປິ້ນ, ຖົ່ວວອລນັດ ເຊິ່ງທາງອິນເດຍເປັນຕະຫຼາດໃຫຍ່ທີ່ສຸດຂອງສະຫະລັດ ລວມທັງອັລມອນ ໂດຍ ທ່ານໂມດີ ປະກາດມາດຕະການດັ່ງກ່າວ ເພື່ອຕອບໂຕ້ການທີ່ລັດຖະບານວໍຊິງຕັນຖອນອິນເດຍອອກຈາກລາຍຊື່ປະເທດກໍາລັງພັດທະນາທີ່ໄດ້ຮັບສິດພິເສດທາງພາສີຈາກປະເທດພັດທະນາແລ້ວ (GSP: Generalized System of Preferences) ໂດຍລັດຖະບານນິວເດລີ ໄດ້ຮັບຜົນປະໂຫຍດຈາກ ຈີເອັສພີ ຂອງສະຫະລັດຢ່າງຫຼວງຫຼາຍ ຈາກສິນຄ້າທີ່ບໍ່ຕ້ອງເສຍພາສີຫຼາຍເຖິງ 5.600 ລ້ານໂດລາ (ປະມານ 48.790 ຕື້ກີບ) ນັບຕັ້ງແຕ່ປະທານາທິບໍດີໂດນັລ ທຣໍາ ຮັບຕໍາແໜ່ງ ເມື່ອທ້າຍເດືອນມັງກອນ 2017.
I look forward to speaking with Prime Minister Modi about the fact that India, for years having put very high Tariffs against the United States, just recently increased the Tariffs even further. This is unacceptable and the Tariffs must be withdrawn!
— Donald J. Trump (@realDonaldTrump) June 27, 2019
#Breaking | Ahead of bilateral meet between PM @NarendraModi & US Prez @realdonaldtrump, Trump tweets – ‘I look forward to speaking with PM Modi about the fact that India, for years has put very high Tariffs against the US.’ | @Srinjoy_c with details. | #IndoUSTies #ModiAtG20 pic.twitter.com/NOnJ0xJm96
— TIMES NOW (@TimesNow) June 27, 2019
ນອກຈາກນີ້ ຖ້າຢ້ອນກັບໄປເມື່ອໄລຍະເວລາດຽວກັນຂອງປີຜ່ານມາ ກະຊວງການຄ້າອິນເດຍ ອອກຖະແຫຼງການ ເລື່ອງການຕັ້ງກໍາແພງພາສີສິນຄ້າຂອງສະຫະລັດ 29 ລາຍການ ລວມເຖິງຖົ່ວວອລນັດແບບທີ່ຍັງບໍ່ທັນປອກເປືອກ ຕ້ອງເສຍພາສີເພິ່ມຂຶ້ນຈາກ 30% ເປັນ 100% ຕອບໂຕ້ທີ່ ລັດຖະບານນິວເດລີບໍ່ໄດ້ຮັບການຍົກເວັ້ນກໍາແພງພາສີເຫຼັກ ແລະ ອະລູມິນຽມຈາກລັດຖະບານວໍຊິງຕັນ.