ສໍານັກຂ່າວ NHK ຂອງຍີ່ປຸ່ນລາຍງານເມື່ອວັນເສົາ ທີ 15 ມິຖຸນາ ວ່າ ທ່ານຮິໂຣຊິເງະ ເຊໂກ ລັດຖະມົນຕີກະຊວງເສດຖະກິດ-ການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ກ່າວວ່າ ລັດຖະບານຍີ່ປຸ່ນມີແຜນທີ່ຈະຫ້າມຮ້ານຄ້າຂາຍຍ່ອຍໃຫ້ຖົງຢ່າງພລາສຕິກຟຣີໃຫ້ລູກຄ້າ ຕັ້ງແຕ່ເດືອນເມສາ ປີໜ້າເປັນຕົ້ນໄປ.


ການປະຊຸມຂອງບັນດາລັດຖະມົນຕີດ້ານສິ່ງແວດລ້ອມ ແລະ ພະລັງວຽກຈາກບັນດາປະເທດສະມາຊິກຂອງກຸ່ມປະເທດທີ່ສໍາຄັນ ແລະ ປະເທດທີ່ເສດຖະກິດກໍາລັງຂະຫຍາຍຕົວ 20 ປະເທດ ຫຼື ຈີ20 ໄດ້ເລິ່ມຕົ້ນຂຶ້ນແລ້ວທີ່ແຂວງນາງາໂນະ ທາງພາກກາງຂອງຍີ່ປຸ່ນ ໃນວັນເສົາ ທີ 15 ມິຖຸນາ.
ທ່ານເຊໂກ ກ່າວວ່າ ມົນລະພາວະໃນທະເລທີ່ເກີດຈາກຂີ້ເຫຍື້ອທີ່ເປັນພລາສຕິກກຳລັງເປັນປະເດັນລະດັບໂລກທີ່ຕ້ອງແກ້ໄຂ ໂດຍພາກເອກະຊົນ ແລະ ລັດຖະບານຍີ່ປຸ່ນ ຈະດໍາເນີນການເພື່ອຕັດສິນໃຈຢ່າງວ່ອງໄວ ວ່າ ຖົງຢາງພລາສຕິກ ແລະ ວັດຖຸປະເພດໃດ ທີ່ຄວນຖືກຫ້າມໃຊ້ ລວມເຖິງການພິຈາລະນາມາດຕະການຕ່າງໆ ເພື່ອຄຸ້ມຄອງກຸ່ມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍດ້ວຍ.


ຖືເປັນຄັ້ງທໍາອິດ ທີ່ມີການກ່າວເຖິງໄລຍະເວລາທີ່ຈະເລິ່ມຫ້າມຮ້ານຄ້າຂາຍຍ່ອຍແຈກຖົງຢ່າງພລາສຕິກຟຣີໃຫ້ແກ່ລູກຄ້າ ນັບຕັ້ງແຕ່ລັດຖະບານຍີ່ປຸ່ນໄດ້ປະກາດຍຸດທະສາດເພື່ອການຣີໄຊເຄິລພລາສຕິກ ເມື່ອເດືອນພຶດສະພາ ຜ່ານມາ.