ພາຍຫຼັງທີ່ມີການແຈ້ງເຕືອນ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ 5 ແຂວງທາງພາກໃຕ້ ລະວັງ ອາດຈະມີຊິ້ນສ່ວນຈາກກິດຈະການ ການບິນອາວະກາດຂອງ ສປຈີນ ຕົກລົງມາຂອບເຂດບ້ານເຮືອນຂອງຕົນ.
ໃນເຊົ້າວັນພະຫັດ ທີ 23 ພຶດສະພາ ເວລາປະມານ 6:30 ໂມງ ເຊິ່ງມີລາຍງານຈາກປະຊາຊົນ ວ່າ ມີເສດຊິ້ນສ່ວນຈາກການເຄື່ອນໄຫວກິດຈະການ ການບິນອາວະກາດຂອງຈີນ ຕົກລົງມາໃສ່ຫຼັງຄາເຮືອນປະຊາຊົນ ແລະ ຕາມເດີ່ນບ້ານ ໃນເຂດບ້ານທົ່ງເສັດ, ເມືອງປາກຊ່ອງ, ແຂວງຈຳປາສັກ ແລະ ຕົກຢູ່ເດີ່ນໂຮງຮຽນບ້ານໜອງຕົມ, ເມືອງເລົ່າງາມ ແຂວງສະລາວັນ ແຕ່ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ.







