ລັດຊີ້ແຈງ ສວນກ້ວຍໃກ້ແຫຼ່ງນໍ້າແມ່ນການລັກລອບປູກ

342

ໃນໄລຍະຜ່ານມາສານເຄມີຢູ່ໃນສວນກ້ວຍເມື່ອຖືກນໍ້າຝົນໄຫຼເຊາະລົງແມ່ນໍ້າ ແມ່ນສ້າງຜົນກະທົບຕໍ່ສັດນໍ້າ ແລະ ການດໍາລົງຊີວິດຂອງປະຊາຊົນບໍລິເວນໃກ້ຄຽງ ເຊິ່ງໃນຊຸມປີຜ່ານມາລັດຖະບານສັ່ງຫ້າມເດັດຂາດບໍ່ອະນຸຍາດໃຫ້ປູກກ້ວຍໃນທົ່ງນາ, ໃກ້ແຫຼ່ງນໍ້າ, ການປູກແຕ່ລະຄັ້ງແມ່ນມີໃບຂໍອະນຸຍາດຄັກແນ່ ນັ້ນກໍສະແດງວ່າຖ້າພົບເຫັນສວນກ້ວຍໃນພື້ນທີ່ໄດ້ກ່າວມາແມ່ນລັກລອບປູກ.

ຈາກທີ່ມີກະແສຂ່າວການໂຈະ ໂຄງການປູກກ້ວຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງເຖິງບັນຫາດັ່ງກ່າວວ່າ: ການປູກກ້ວຍໃນລາວສາມາດເຮັດໄດ້ ແຕ່ຕ້ອງເປັນກະສິກໍາສະອາດ ແລະ ຜ່ານລະບຽບກົດໝາຍຕ່າງໆໃນ ສປປ ລາວ ກ່ອນ, ສ່ວນໂຄງການໃດທີ່ຝ່າຝືນແມ່ນຈະຖືກໂຈະ ແລະ ໃຊ້ມາດຕະການເດັດຂາດຄືທໍາລາຍຖິ້ມ.

ນັບແຕ່ປີ 2017 ເປັນຕົ້ນມາ ການປູກກ້ວຍມີທ່າອ່ຽງຫຼຸດລົງ ຈາກ 26 ພັນກວ່າເຮັກຕາ ເຫຼືອພຽງ 15 ພັນກວ່າເຮັກຕາ ສາເຫດຫຼັກກໍແມ່ນລັດຖະບານທີ່ໃຫ້ຫຼຸດຜ່ອນການນໍາໃຊ້ສານເຄມີບວກໃສ່ກັບປະເທດນໍາເຂົ້າກໍມີມາດຕະການກ່ຽວກັບກະສິກໍາປອດສານພິດ ແຕ່ໃນສະພາບ ຄວາມເປັນຈິງໃນດ້ານເຕັກນິກ, ຜະລິດຕະພັນກ້ວຍທີ່ຫຼຸດລົງຫຼາຍໃນບັນດາແຂວງພາກເໜືອກໍມີສາເຫດໃນຕົວຂອງມັນເອງ ເປັນຕົ້ນແມ່ນຫຼັງຈາກທີ່ຫ້າມໃຊ້ສານເຄມີກໍເກີດມີພະຍາດໃບຫ່ຽວແຫ້ງ ເຊິ່ງເຮັດໃຫ້ຫຼາຍເມືອງໄດ້ລົບລ້າງການປູກກ້ວຍ.

ທ່ານ ບຸນຂວາງ ຄໍາບຸນເຮືອງ ກ່າວຕື່ມອີກວ່າ: ເພື່ອຫຼີກເວັ້ນຜົນກະທົບຕໍ່ສິ່ງແວດລ້ອມຈາກສານເຄມີ ລັດຖະບານກໍໄດ້ມີແຈ້ງການ, ຄໍາສັ່ງ, ດໍາລັດ, ກົດໝາຍຄຸ້ມຄອງການປູກກ້ວຍ ແມ່ນຫ້າມເດັດຂາດບໍ່ໃຫ້ປູກໃສ່ທົ່ງນາ, ໃກ້ແຫຼ່ງນໍ້າທີ່ມີຄວາມສ່ຽງຕໍ່ຊຸມຊົນ ແລະ ໃຫ້ນໍາໃຊ້ດິນບ່ອນຫ່າງໄກສອກຫຼີກ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ. ນອກຈາກນີ້, ກໍໄດ້ຄຸ້ມຄອງການນໍາເຂົ້າຢາຂ້າຫຍ້າທີ່ຕ້ອງຫ້າມ, ຢາຂ້າແມງໄມ້, ຢາຂ້າເຊື້ອຣາ ໂດຍມີການກວດກາຢ່າງເຂັ້ມງວດ.

ປັດຈຸບັນການປູກກ້ວຍຕ້ອງມີການຂຶ້ນທະບຽນສວນກ້ວຍຢ່າງຄັກແນ່ ເຊິ່ງໃນຈໍານວນທີ່ຂຶ້ນທະບຽນໄດ້ແມ່ນກຸ່ມທີ່ສາມາດປະຕິບັດໄດ້ກະສິກໍາທີ່ດີ, ປະຕິບັດຕາມມາດຕະການທີ່ພັກ – ລັດກໍານົດໄວ້ ມີປະມານ 100 ກວ່າບໍລິສັດ ແຕ່ປັດຈຸບັນເຫຼືອພຽງ 90 ບໍລິສັດ ເຊິ່ງສ່ວນຫຼາຍແມ່ນຜູ້ປະກອບການຈາກປະເທດຈີນ. ນອກຈາກນີ້, ຫ້າງຮ້ານຕ່າງໆທີ່ມີການຈໍາໜ່າຍຢາຂ້າແມງໄມ້ຊະນິດຕ່າງໆກໍຕ້ອງມີການມາຂຶ້ນທະບຽນ ເພື່ອກວດກາຕິດຕາມການເຄື່ອນໄຫວຕ່າງໆ.

ທ່ານຍັງກ່າວຕື່ມວ່າ: ນະຄອນຫຼວງວຽງຈັນ ເນື້ອທີ່ປູກກ້ວຍໃນເມື່ອກ່ອນມີພຽງ 500 ກວ່າເຮັກຕາ, ແຕ່ປັດຈຸບັນມີເນື້ອທີ່ບຸກເບີກນັບແຕ່ເມືອງສັງທອງ ຫາ ເມືອງປາກງື່ມ ເພີ່ມຂຶ້ນເປັນ 700 ຫາ 800 ເຮັກຕາ, ລັດຖະບານ ແຈ້ງໃຫ້ຫຼີກເວັ້ນການປູກກ້ວຍຫອມແລ້ວປູກກ້ວຍນໍ້າຫວ້າ ຫຼື ກ້ວຍເລັບມືນາງແທນ ເພາະບໍ່ໃຊ້ເຄມີຫຼາຍ.

ເຂດທີ່ໃກ້ກັບນໍ້າງື່ມເດັດຂາດບໍ່ໃຫ້ປູກກ້ວຍຫອມ ເຖິງແມ່ນວ່າຈະເປັນກະສິກໍາສະອາດກໍຕາມ. ເຖິງຢ່າງໃດກໍຕາມ ເລື່ອງການກວດການໍາໃຊ້ສານເຄມີຜ່ານມາກໍມີການກວດພົບກ່ຽວກັບການນໍາໃຊ້ສານເຄມີຕ້ອງຫ້າມ ເຊິ່ງກໍໄດ້ມີການທໍາລາຍຖິິ້ມແລ້ວ, ຖ້າກວດພົບຢູ່ຕາມຊາຍແດນແມ່ນສົ່ງກັບຄືນແຫຼ່ງທີ່ມາ.

ສ່ວນການບຸກເບີກໃໝ່ຢູ່ເມືອງຫີນເຫີບແມ່ນຈະໄດ້ເບິ່ງຄືນ ເນື່ອງຈາກສະຖານທີ່ຢູ່ໃກ້ກັບແມ່ນໍ້າ ແນ່ນອນວ່າບໍ່ສາມາດປູກໄດ້ ເຖິງແມ່ນວ່າຈະເປັນກະສິກໍາສະອາດກໍຕາມທ່ານ ບຸນຂວາງ ກ່າວເພີ່ມຕື່ມ.

ຢ່າງໃດກໍຕາມ ກ້ວຍແມ່ນເປັນອັນດັບໜຶ່ງທີ່ສ້າງລາຍຮັບເຂົ້າປະເທດ, ຈາກເມື່ອກ່ອນ 40 – 50 ລ້ານໂດລາສະຫະລັດຕໍ່ປີ ກ້າວຂຶ້ນເປັນ 200 ລ້ານໂດລາສະຫະລັດຕໍ່ປີ; ສ່ວນປະຊາຊົນທີ່ໃຫ້ສໍາປະທານ, ໃຫ້ເຊົ່າດິນແຂວງພາກເໜືອ ມີລາຍຮັບ 6 ຫາ 8 ລ້ານກີບຕໍ່ເຮັກຕາ, ນະຄອນຫຼວງວຽງຈັນ 2,5 ຫາ 4ລ້ານກີບຕໍ່ເຮັກຕາ, ແຕ່ບາງແຂວງກໍ່ໄດ້ສູງເຖິງ 10ລ້ານກີບຕໍ່ເຮັກຕາ.

Credit: Laoedaily