ເມື່ອວັນສຸກ ທີ 26 ເມສາ ຜ່ານມາ ຈີນໄດ້ສົ່ງເຄື່ອງມື ແລະ ອຸປະກອນຊ່ວຍເຫດສຸກເສີນຊຸດທໍາອິດຈາກລັດຖະບານຈີນໄປເຖິງພື້ນທີ່ທີ່ປະສົບອຸທົກກະໄພ ໃນນະຄອນຫຼວງເຕຫະຣານ ເມືອງຫຼວງຂອງປະເທດອິຣານ.
ປາງເຊນ ເອກອັກຄະລາຖະທູດຈີນ ປະຈໍາປະເທດອິຣານ ເປັນຕົວແທນສົ່ງມອບເຄື່ອງມືດັ່ງກ່າວ ເຊິ່ງປະກອບໄປດ້ວຍ ເຕັ້ນກັນນໍ້າ 2.600 ຫຼັງ ເຊິ່ງຖືກສົ່ງມາໂດຍຍົນຂົນສົ່ງສິນຄ້າຂອງສາຍການບິນໄຊນາຄາໂກ້.


ທ່ານໄດ້ກ່າວວ່າ “ພວກເຮົາຍິນດີ ທີ່ຈະຊ່ວຍເຫຼືອປະຊາຊົນຊາວອິຣານເຕັມທີ່ ຕາມທີ່ພວກເຮົາສາມາດເຮັດໄດ້ເທິງພື້ນຖານຂອງມິດຕະພາບ ລະຫວ່າງສອງປະເທດ”.
ທັງນີ້ ຈີນຍັງປະກາດຈະສົ່ງອຸປະກອນຊ່ວຍເຫຼືອມາເພິ່ມຕື່ມອີກ ທັງເຮືອຊູຊີບ, ເສື້ອຊູຊີບ ແລະ ຈັກປັ່ນໄຟຟ້າດ້ວຍນ້ຳມັນ ອີກບໍ່ດົນຈາກນີ້ ເຊິ່ງທາງກະຊວງການຕ່າງປະເທດຂອງອິຣານ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ຈີນ.


ເຫດອຸທົກກະໄພໃນປະເທດອິຣານ ເລິ່ມຕົ້ນຈາກໄລຍະຫຼາຍວັນມີຝົນຕົກລົງມາຢ່າງຕໍ່ເນື່ອງ ໃນທ້າຍເດືອນມີນາ ສົ່ງຜົນໃຫ້ເກີດບັນຫານໍ້າຖ້ວມ ໃນພາກພື້ນຢ່າງໜ້ອຍ 25 ແຂວງ ຈາກທັງໝົດ 31 ແຂວງຂອງປະເທດ ກໍ່ໃຫ້ເກີດຄວາມສູນເສຍທາງເສດຖະກິດມູນຄ່າຫຼາຍຮ້ອຍລ້ານໂດລາ ອີກທັງມີຜູ້ບາດເຈັບ ແລະ ເສຍຊີວິດຫຼາຍສິບຄົນ.