ເມື່ອວັນອາທິດ ທີ 21 ເມສາ ທີ່ຜ່ານມາ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງຈີນ ລາຍງານ ວ່າ ຄຸນນະພາບອາກາດ ໃນປະເທດຈີນ ພັດທະນາຂຶ້ນຢ່າງຕໍ່ເນື່ອງ ແລະ ປະລິມານມົນລະພິດຫຼຸດຕໍ່າລົງ.
ທ່ານ ຫຼີ່ການເຈ໋ຍ ລັດຖະມົນຕີວ່າການກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ກ່າວໃນລາຍງານ ທີ່ຍື່ນຕໍ່ສະພານິຕິບັນຍັດ ວ່າ ໃນປີ 2018 ມີເມືອງທີ່ສາມາດຄວບຄຸມຄຸນນະພາບອາກາດໃຫ້ຢູ່ໃນເກນມາດຕະຖານໄດ້ແລ້ວ 121 ເມືອງ ຈາກທັງໝົດ 338 ເມືອງ ແລະ ຄຸນນະພາບອາກາດ ໃນເຂດສໍາຄັນກໍ່ພັດທະນາຂຶ້ນຫຼາຍ ມາຮອດໄລຍະລະດູໃບໄມ້ຫຼົ່ນ ແລະ ລະດູໜາວຈະຍັງມີມົນລະພິດຢ່າງໜັກກໍ່ຕາມ.


ໃນປີ 2018 ປະລິມານຝຸ່ນລະອອງຂະຫນາດນ້ອຍ ຫຼື PM 25 ຂອງເມືອງປັກກິ່ງ, ທຽນຈິນ ມົນທົນເຫີ ເປີ່ຍ ແລະ ບໍລິເວນໃກ້ຄຽງຫຼຸດລົງ 11,8%.
ທ່ານ ໄດ້ລະບຸອີກວ່າ ເຖິງວ່າບາງເມືອງຈະຍັງມີຄຸນນະພາບອາກາດບໍ່ຜ່ານເກນມາດຕະຖານ ແຕ່ໂດຍພາບລວມທົ່ວປະເທດກໍ່ມີວັນທີ່ມີອາກາດດີເພິ່ມຂຶ້ນ ແລະ ປະລິມານຝຸ່ນລະອອງຫຼຸດລົງ.

