ໃນອະດີດເມືອງຫຍາງສວຽນ ໃນມົນທົນຊານຊີ ທາງພາກເໜືອຂອງປະເທດຈີນ ເຄີຍເປັນເມືອງແຫ່ງອຸດສາຫະກໍາຖ່ານຫິນ ແຕ່ວ່າປັດຈຸບັນໄດ້ພັດທະນາຈົນບໍ່ເຫຼືອເຄົ້າໂຄງເດີມຈາກເມືອງທີ່ເຄີຍມີແຕ່ຂີ້ເໝົ້າຖ່ານຫິນກາຍມາເປັນຕຶກສູງໆສ້າງຂຶ້ນຢ່າງຫຼວງຫຼາຍ ຈາກເມືອງແຮງງານກາຍມາເປັນເມືອງອັດສະລິຍະທີ່ມີເທັກໂນໂລຢີລໍ້າສະໄໝ ອີກທັງຍັງເປັນສູນລວມຂໍ້ມູນ ແລະ ບໍລິການຫຼາກຫຼາຍລວມເຖິງນະວັດຕະກໍາຢ່າງປັນຍາປະດິດ ຫຼື ເອໄອ (AI).


ນອກຈາກຈະສົ່ງລົດໃຫຍ່ຂັບເຄື່ອນດ້ວຍລະບົບອັດຕະໂນມັດ ອາພອລໂລ (Baidu Apollo autonomous driving system) ມາທົດລອງແລ່ນເທິງທາງຫຼວງຂອງເມືອງນີ້ ຕຶກສໍາຄັນຂອງບໍລິສັດໄປ໋ຕູ້ ເຊັ່ນສູນບໍລິການຄລາວກໍ່ຢູ່ເມືອງແຫ່ງນີ້ ເຊິ່ງເປັນສ່ວນໜຶ່ງຂອງລະບົບການຂົນສົ່ງທີ່ກ້າວໜ້າຂອງເມືອງ.


ເມືອງຫຍາງສວຽນຍັງມີແອັບພຣິເຄຊັ່ນທີ່ໃສ່ໃຈປະຊາຊົນ ເຊັ່ນ “ສຸຍໂສ່ວພາຍ” ທີ່ເປີດໂອກາດໃຫ້ປະຊາຊົນໄດ້ຮ້ອງຮຽນ ຫຼື ແຈ້ງບັນຫາຜ່ານການຖ່າຍຮູບ ແລະ ອັບໂຫຼດລົງໃນແອັບ ເພື່ອໃຫ້ທາງການຊ່ວຍແກ້ໄຂ ເຮັດໃຫ້ເມືອງສາມາດພັດທະນາໄປໄດ້ຢ່າງຕໍ່ເນື່ອງ ແລະ ວ່ອງໄວ ເອີ້ນໄດ້ວ່າເປັນເມືອງທີ່ດີສໍາລັບທຸລະກິດເທັກໂນໂລຢີ ແລະ ດີຕໍ່ຜູ້ຢູ່ອາໄສດ້ວຍເຊັ່ນກັນ.




Credit: China Xinhua News