ສຳລັບຜູ້ທີ່ມັກ ແລະ ຮັກ ຫຼື ເປັນທາດໝີແພດ້າ ຈະຕ້ອງຖືກໃຈສິ່ງນີ້ແນ່ນອນ ເພາະວ່າຫຼ້າສຸດເມືອງເສິງຕູ ທີ່ຕັ້ງຢູ່ໃນມົນທົນເສສວນ ປະເທດຈີນ ໄດ້ນໍາລວດລາຍຂອງ “ໝີແພນດ້າ” ເຊິ່ງເປັນສັດທີ່ເປັນໜ້າຕາຂອງເມືອງມາຜະສົມຜະສານເຂົ້າກັບ “ລົດໄຟລອຍຟ້າ” ທີ່ສ້າງມາເພື່ອແກ້ບັນຫາລົດຕິດໃນເມືອງ.
ເມືອງເສີງຕູນັ້ນ ມີໝີແພນດ້າເປັນພາບລັກຂອງເມືອງ ເພາະວ່າສູນອະນຸລັກ ແລະ ຂະຫຍາຍພັນໝີແພນດ້າ ທີ່ມີຊື່ສຽງຕັ້ງຢູ່ທີ່ເມືອງແຫ່ງນີ້ນັ້ນເອງ ຈຶ່ງເຮັດໃຫ້ທາງການຂອງເມືອງເລືອກທີ່ຈະໃຊ້ໝີແພນດ້າເປັນແຮງບັນດານໃຈນຳລວດລາຍມາຜະສົມຜະສານໃສ່ລົດໄຟທີ່ສ້າງຂຶ້ນມາໃໝ່ສາຍນີ້.


ລົດໄຟສາຍນີ້ຖືກຕັ້ງຊື່ວ່າ “ແພນດ້າບິນ” ຄວາມສາມາດຫຼັກໆຂອງມັນຄືສາມາດບັນຈຸຜູ້ໂດຍສານໄດ້ເຖິງ 500 ຄົນ, ໃຊ້ລະບົບແລ່ນອັດຕະໂນມັດ ບໍ່ຈຳເປັນຕ້ອງມີຄົນຂັບ ແລະ ສາມາດແລ່ນດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ.
ການອອກແບບຮູບຊົງພາຍນອກ ແລະ ລະບົບພາຍໃນນັ້ນ ໄດ້ຮັບການສະໜັບສະໜຸນຈາກມະຫາວິທະຍາໄລ Southwest Jiaotong ທີ່ເປັນມະຫາວິທະຍາໄລທ້ອງຖິ່ນຂອງເມືອງ.


ໂດຍແນວຄິດທີ່ລິເລີ່ມໂຄງການນີ້ ເນື່ອງມາຈາກຕ້ອງການບັນຫຼຸດຜ່ອນການຈະລາຈອນໃນເຂດເມືອງດ້ວຍລົດໄຟຄວາມໄວສູງທີ່ມີຂະໜາດປານກາງ ແລະ ໃຊ້ຕົ້ນທຶນໃນການສ້າງຕໍ່າ.
ລົດໄຟລອຍຟ້ານີ້ ມີຕົ້ນທຶນພຽງໜ້ອຍດຽວ ເມື່ອທຽບກັບການສ້າງລົດໄຟໃຕ້ດິນ ອີກທັງຍັງໃຊ້ພື້ນທີ່ພາກພື້ນດິນໜ້ອຍຫຼາຍ ເພາະເມືອງບໍ່ຕ້ອງການໃຫ້ມັນສົ່ງຜົນກະທົບກັບການຈະລາຈອນດ້ານລຸ່ມ ເຊິ່ງລົດໄຟແພນດ້ານີ້ ຈະເປີດໃຫ້ໃຊ້ບໍລິການຢ່າງເປັນທາງການພາຍໃນປີໜ້າ ໂດຍຈະເນັ້ນໃຫ້ການບໍລິການກັບນັກທ່ອງທ່ຽວເປັນຫຼັກ.

