ການເປັນຜູ້ນຳອົງກອນ ແລະ ການສ້າງແຮງຈູງໃຈໃຫ້ລູກນ້ອງ

403

ການທີ່ຈະເປັນຜູ້ນຳໃນທຸລະກິດທີ່ໄດ້ຮັບຜົນສຳເລັດບໍ່ແມ່ນເລື່ອງບັງເອີນ ຫຼື ງ່າຍດາຍ, ຖ້າເຮົາສຶກສາປະຫວັດຂອງຜູ້ນຳຕ່າງໆດ້ານການເມືອງ ກໍ່ຄືດ້ານທຸລະກິດຈະເຫັນວ່າບຸກຄະລິກຂອງຄົນເຫຼົ່ານັ້ນຈະຕ້ອງມີແນວຄິດພິເສດ ແລະ ແຕກຕ່າງກັບຄົນທຳມະດາທົ່ວໄປ ເຊັ່ນ: ເຮັດວຽກຫຼາຍ, ມີຄວາມສະຫຼາດ, ມີຈະລິຍະທຳ, ມີຄວາມຍຸຕິທຳ, ມີຄວາມສາມາດໃນການແກ້ໄຂບັນຫາໃນທຸກສະຖານະການ, ມີວິໄສທັດໃນການເບິ່ງໄປທາງໜ້າໄດ້ດີ, ມີ ຄວາມຮັບຜິດຊອບສູງ, ມີຄວາມເດັດຂາດ ແລະ ຈິງໃຈ; ພິເສດແມ່ນມີຄວາມເຂົ້າໃຈຄົນ, ເຂົ້າໃຈເພື່ອນຮ່ວມງານ, ເອົາໃຈເພິ່ນມາໃສ່ໃຈຕົນ ແລະ ຮູ້ໃຫ້ກຽດຜູ້ອື່ນ, ຮູ້ໃຫ້ອະໄພຕໍ່ຜູ້ທີ່ຢູ່ໃນການບັງຄັບບັນຊາໃນກໍລະນີຜິດພາດ ແລະ ໃຫ້ໂອກາດໃນການແກ້ໄຂ.

+ ບຸກຄະລິກຂອງຫົວໜ້າຕ້ອງເປັນຄົນຮູ້ປະສານ: ຕ້ອງເປັນຜູ້ປະສານຫຼາຍຢ່າງໃສ່ກັນ ເຊັ່ນ: ການປະສານລະຫວ່າງການໃຊ້ອຳນາດແບບປະຊາທິປະໄຕທີ່ມີຄວາມຄິດເຫັນຂອງຫຼາຍຄົນ ແລະ ໃຫ້ຫຼາຍຝ່າຍມີສ່ວນຮ່ວມ ເຊິ່ງປັດຈຸບັນກຳລັງນິຍົມ ແລະ ເປັນວິທີຂອງຍຸກສະໄໝຂອງອົງກອນທີ່ມີລະບົບທີ່ດີ, ແຕ່ກໍ່ຕ້ອງຮູ້ນຳໃຊ້ໃຫ້ເໝາະສົມກັບສະຖານະການ.

+ ບໍລິສັດສາກົນທີ່ມີລະບົບຈະວາງກອບໃຫຍ່ໆໄວ້ ເຊັ່ນ: ວັດຖຸປະສົງ, ເປົ້າໝາຍ, ຍຸດທະສາດເປັນແຜນສະເພາະໜ້າ, ໄລຍະກາງ, ໄລຍະຍາວ. ຫຼັງຈາກນັ້ນ, ຜູ້ນຳຈະໄດ້ເຮັດຕາມກອບ, ຕາມນະໂຍບາຍເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ອົງກອນ ເຊິ່ງບໍ່ແມ່ນການເຮັດໄປຕາມອາລົມຂອງຕົນເອງ; ຢູ່ໃນໂລກແຫ່ງທຸລະກິດທີ່ມີການແຂ່ງຂັນຢູ່ຕະຫຼອດເວລາຜູ້ນຳອົງກອນໝາຍເຖິງຜູ້ອຳນວຍການ, ຜູ້ຈັດການ ຫຼື ຜູ້ບໍລິຫານໃນລະດັບສູງຂອງບໍລິສັດ ມີຄວາມສຳຄັນທີ່ສຸດທີ່ພາໃຫ້ມີການຊື້ຕົວ ຫຼື ສະເໜີເງື່ອນໄຂສູງໃຫ້ຜູ້ທີ່ເກັ່ງ ແລະ ມີບົດຮຽນ ເພາະຈະເປັນຜູ້ທີ່ເຮັດໃຫ້ບໍລິສັດເຕີບໂຕ ແລະ ສ້າງກຳໄລມະຫາສານໃຫ້ຜູ້ລົງທຶນ.

+ ຜູ້ນຳທີ່ເກັ່ງແມ່ນມີຄວາມສົນໃຈທັງວຽກ, ສົນໃຈທັງຄົນ ( ຜູ້ທີ່ເຮັດວຽກຮ່ວມກັນ ): ການສົນໃຈຄົນແມ່ນການສ້າງທີມທີ່ດີ, ສ້າງເງື່ອນໄຂໃນການເຮັດວຽກ ແລະ ສ້າງບັນຍາກາດທີ່ດີໃນອົງກອນໃຫ້ບັນລຸວັດຖຸປະສົງ ແລະ ສ້າງອົງກອນໃຫ້ມີຄວາມກ້າວໜ້າຢູ່ຕະຫຼອດ; ມີຫຼາຍໆບໍລິສັດທີ່ຜູ້ນຳເອົາໃຈຜູ້ທີ່ຢູ່ພາຍໃຕ້ການບັງຄັບບັນຊາເກີນໄປ ( ບໍ່ເຄັ່ງຄັດໃນວຽກພໍເທົ່າໃດ ແລະ ບໍ່ປະເມີນຜົນຂອງການເຮັດວຽກ ), ແຕ່ຜູ້ນຳໃນລັກສະນະນີ້ພະນັກງານຈະຮັກ ເຊິ່ງຖືວ່າມີຄວາມສາມັກຄີ ແລະ ລົງໃກ້ຊິດມະຫາຊົນ, ແຕ່ໃນຍຸກຂອງກົນໄກຕະຫຼາດແລ້ວມັນວັດແທກກັນຢູ່ທີ່ປະສິດທິຜົນ, ກຳໄລ, ສິນຄ້າຂາຍໄດ້, ສ່ວນແບ່ງຕະຫຼາດເພີ່ມຂຶ້ນ. ສະນັ້ນ, ມັນຮຽກຮ້ອງໃຫ້ຜູ້ນຳເນັ້ນຄົນເພື່ອສ້າງແຮງຈູງໃຈ ແລະ ປຸກລະດົມໃຫ້ມີ ຄວາມສາມັກຄີເພື່ອສ້າງອົງກອນໃຫ້ມີ ຄວາມເຂັ້ມແຂງຈຶ່ງຈະເວົ້າໄດ້ວ່າເປັນຜູ້ນຳທີ່ເກັ່ງ.

ສະນັ້ນ, ຂໍກຸນແຈທີ່ສຳຄັນແມ່ນການສ້າງແຮງຈູງໃຈ, ຂໍ້ນີ້ມີຄວາມສຳຄັນຫຼາຍ ເຊິ່ງທຳມະຊາດຂອງຄົນທຸກຄົນຈະເຮັດວຽກຕາມຄວາມສາມາດຂອງຕົນກໍ່ເນື່ອງຈາກບາງສາເຫດ ຄື:
+ ຢ້ານລະບຽບ, ຢ້ານໄດ້ອອກຈາກວຽກ.
+ ຢາກຂຶ້ນເງິນເດືອນ, ຢາກເລື່ອນຊັ້ນຕຳແໜ່ງ.
+ ມັກໃນວຽກທີ່ເຮັດ, ມີຄວາມສຸກໃນໝູ່ຄູ່ຮ່ວມງານ ແລະ ອົງກອນ.

ຜູ້ບໍລິຫານອົງກອນຕ້ອງເອົາຈິດຕະສາດດັ່ງກ່າວມາປະສົມປະສານກັນເພື່ອໃຫ້ເກີດປະໂຫຍດກັບອົງກອນ, ຄົນທຸກຄົນບໍ່ວ່າຈະມີຄວາມຮູ້ລະດັບໃດ?, ຈະຮັກຊາດລະດັບໃດ?, ຈະມີຈັນຍາບັນສູງເທົ່າໃດ? ແຕ່ຖ້າບໍ່ມີລະບຽບກໍ່ຈະເຮັດໃຫ້ຄົນເຮັດຕາມອາລົມ. ສະນັ້ນ, ຜູ້ນຳຈຶ່ງຮູ້ວ່າເຂົາເຈົ້າວາງລະບຽບແລ້ວຍັງບໍ່ພໍ ສຳຄັນຈະຕ້ອງມີສິ່ງຈູງໃຈທາງດ້ານວັດຖຸ ເຊັ່ນ: ເງິນເດືອນ, ສະຫວັດດີການທີ່ດີ, ໂອກາດທີ່ຈະເລື່ອນຂັ້ນ ແລະ ສຸດທ້າຍຍັງແມ່ນການເຮັດໃຫ້ຄົນມ່ວນໃນການເຮັດວຽກ, ສ້າງເປັນທີມ, ສ້າງບັນຍາກາດບ່ອນເຮັດວຽກຕາມເງື່ອນໄຂຂອງບໍລິສັດ, ຕ້ອງກ້າລົງທຶນທີ່ຖືວ່າເປັນປັດໄຈໜຶ່ງທີ່ຈະເຮັດໃຫ້ບໍລິສັດປະສົບຜົນສຳເລັດ.

ສັງລວມແລ້ວໃນຊີວິດທີ່ຕິດພັນກັບວຽກງານທຸລະກິດ, ຕິດພັນກັບຫຼາຍອົງກອນທັງພາຍໃນ ແລະ ຕ່າງປະເທດ, ຕິດພັນກັບຄົນທີ່ຫຼາກຫຼາຍກໍ່ຈະເຫັນວ່າການປະສົມປະສານກັນ, ການໃຊ້ ຄວາມພໍດີ, ມີເປົ້າໝາຍ, ມີວັດຖຸປະສົງທີ່ເນັ້ນໃຫ້ຄວາມສຳຄັນ, ສ້າງທີມງານໃຫ້ເຂັ້ມແຂງ, ສ້າງກຳລັງໃຈ, ໃຫ້ກຽດເຊິ່ງກັນ ແລະ ກັນ ຜູ້ນຳເຫຼົ່ານັ້ນຈະຖືກຍອມຮັບ ແລະ ຈະໄດ້ຮັບການສະໜັບສະໜູນຢູ່ຕະຫຼອດເວລາ ເຊິ່ງຈະເຮັດໃຫ້ ວຽກທີ່ສັບສົນຈະກາຍເປັນວຽກທີ່ງ່າຍຍ້ອນທຸກຄົນມີສ່ວນຮ່ວມ ເຊິ່ງແນ່ນອນວ່າປັດໄຈອື່ນໆທີ່ບໍ່ຄ້າຍຄືກັນ ແລະ ສະຖານະພາບແຕກຕ່າງກັນກໍ່ຈະເຮັດໃຫ້ການເປັນຜູ້ນຳມີການດັດປັບຈຶ່ງເຮັດໃຫ້ວິທີການນຳພາບໍ່ມີທິດສະດີຕາຍຕົວ, ແຕ່ມັນແມ່ນສິລະປະຂອງແຕ່ລະຄົນ.