ຊາຍ 2 ຄົນ ໜ້າຕາຄ້າຍກັບປະທານາທິບໍດີໂດນັລ ທຣຳ ຜູ້ນໍາສະຫະລັດ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນໍາເກົາຫຼີເໜືອ ປະກົດຕົວທີ່ນະຄອນຫຼວງຮາໂນ່ຍ ເມື່ອວັນສຸກ ຜ່ານມາ ສ້າງຄວາມຕື່ນເຕັ້ນໃຫ້ແກ່ປະຊາຊົນທີ່ເຂົ້າມາຂໍຖ່າຍຮູບນຳ ກ່ອນທີ່ຈະຖືກເຈົ້າໜ້າທີ່ທາງການຫວຽດນາມຄຸມຕົວກັບໂຮງແຮມທີ່ພັກ ແລະ ສັ່ງຫ້າມອອກມາຍ່າງເລາະ.
ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນເສົາ ທີ 23 ກຸມພາ ວ່າ ການປະກົດຕົວໃນເມືອງຫຼວງຫວຽດນາມຂອງ 2 ໜຸ່ມ ໜ້າຄ້າຍຄືຜູ້ນໍາສະຫະລັດ ແລະ ຜູ້ນຳເກົາຫຼີເໜືອ ອອກມາຍ່າງເລາະ ເມື່ອຕອນແລງ ວັນສຸກ ຜ່ານມາ ກ່ອນທີ່ຈະມີການປະຊຸມສຸດຍອດ “ທຣໍາ – ຄິມ” ຄັ້ງທີ 2 ໃນນະຄອນຫຼວງຮາໂນ່ຍ ລະຫວ່າງວັນທີ 27-28 ກຸມພາ ເຊິ່ງຊາຍທີ່ໜ້າຕາຄ້າຍຜູ້ນຳເກົາຫຼີເໜືອໃຊ້ນາມແຝງ ວ່າ ຮາວເວີດ ເອັກຊ໌ ຊາວອົສຕາລີ ເຊື້ອສາຍຈີນຮົ່ງກົງ ໄດ້ໂພສຂໍ້ຄວາມໃນເຟຊບຸ໊ກ ວ່າ ຕໍາຫຼວດ ຫຼື ເຈົ້າໜ້າທີ່ກວດຄົນເຂົ້າເມືອງຫວຽດນາມ ປະມານ 15 ຄົນຂໍ “ສໍາພາດ” ຕົນ ແລະ ຄົນໜ້າຄ້າຍຄືທຣຳ.


ເຈົ້າໜ້າທີ່ຫວຽດນາມໄດ້ບອກ ຮາວເວີດ ເອັກຊ໌ ແລະ ເພື່ອນ ວ່າ ນີ້ເປັນໄລຍະເວລາທີ່ອ່ອນໄຫວຫຼາຍໃນຮາໂນ່ຍ ເນື່ອງຈາກກໍາລັງຈະມີການປະຊຸມສຸດຍອດທຣຳ – ຄິມ ການປະກົດຕົວຂອງພວກເຂົາ “ສ້າງຄວາມວຸ່ນວາຍ” ດັ່ງນັ້ນຈຶ່ງບໍ່ຄວນປະກົດຕົວໃນທີ່ສາທາລະນະຂອງນະຄອນຫຼວງຮາໂນ່ຍອີກ ຕະຫຼອດໄລຍະເວລາທີ່ຢູ່ໃນເມືອງນີ້.


ເຈົ້າໜ້າທີ່ຂັບລົດນໍາພາ ຮາວເວີດ ເອັກຊ໌ ແລະ ຄົນໜ້າຄ້າຍຄື ທຣຳ ກັບໂຮງແຮມທີ່ພັກພ້ອມກັບສັ່ງຫ້າມອອກນອກໂຮງແຮມຈົນກວ່າເຈົ້າໜ້າທີ່ຈະມີການປ່ຽນຄໍາສັ່ງ.