ເກີດແຜ່ນດິນໄຫວຮູນແຮງບໍລິເວນເຂດແດນປະເທດເປຣູ ກັບ ປະເທດເອກວາດໍ ເມື່ອໄລຍະເຊົ້າວັນສຸກ ທີ່ຜ່ານມາ ວັດແທກແຮງສັ່ນສະເທືອນໄດ້ 7,5 ແມັກນິຈູດ ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ.
ສໍານັກຂ່າວຣອຍເຕີລາຍງານ ເມື່ອວັນທີ 22 ກຸມພາ ວ່າ ສໍານັກງານສໍາຫຼວດທໍລະນີວິທະຍາ ອາເມຣິກາ ແຈ້ງເຫດແຜ່ນດິນໄຫວຮູນແຮງ ເມື່ອເວລາ 05:17 ໂມງເຊົ້າ ວັນສຸກທີ 22 ກຸມພາ ຕາມເວລາທ້ອງຖິ່ນກົງກັບເວລາ 17:17 ໂມງວັນດຽວກັນຕາມເວລາໃນປະເທດລາວ. ບໍລິເວນແລວເຂດແດນລະຫວ່າງປະເທດເປຣູ ກັບ ປະເທດເອກວາດໍ ແຕ່ສູນກາງແຜ່ນດິນໄຫວຢູ່ໃນພື້ນທີ່ທີ່ມີປະຊາກອນອາໄສຢູ່ບໍ່ຫຼາຍ ແລະ ຫ່າງໄກ 224 ກິໂລແມັດ ທາງພາກຕາເວັນອອກ ເຖິງ ຕາເວັນອອກສຽງໃຕ້ ຂອງເມືອງອຳບາໂຕ ປະເທດເອກວາດໍ ແລະ ສູງກາງຂອງແຜ່ນດິນໄຫວຢູ່ເລິກລົງໄປພື້ນດິນ 132 ກິໂລແມັດ ເບື້ອງຕົ້ນສາມາດວັນແທກມື້ທີ່ແຮງສັນສະເທືອນໄດ້ 7,7 ແມັກນິຈູດ ແຕ່ຕໍ່ມາຫຼຸດລະດັບລົງ 7,5 ແມັກນິຈູດ.
A Major 7.7 #earthquake #Terremoto #Temblor near Palora #Ecuador right now 🚨 pic.twitter.com/PSLaF8Dkjb
— Teacher From PR 🇺🇸🇵🇷 (@MaestroDEPR) February 22, 2019
ສູນເຕືອນໄພສຶນາມິແຫ່ງປາຊິຟິກແຈ້ງວ່າບໍ່ມີຄວາມສ່ຽງທີ່ຈະເກີດຄື້ນສຶນາມິຈາກຜົນກະທົບຂອງແຜ່ນດິນໄຫວຄັ້ງນີ້ ແລະ ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ, ຜູ້ເສຍຊີວິດ ຫຼື ບາດເຈັບ.
One of the first photos coming out of Ecuador shows structural damage following a magnitude-7.5 earthquake there (Photo: Radio La Voz) pic.twitter.com/t6Gyp3JyVM
— Matthew Keys (@MatthewKeysLive) February 22, 2019