ໂດຍອີງຕາມກົດໝາຍວ່າດ້ວຍອາຫານ ເລກທີ 33/ສພຊ ລົງວັນທີ 24 ກໍລະກົດ 2013 ແລະ ອິງຕາມປະກາດສຳນັກງານຄະນະກຳມະການອາຫານ ແລະ ຢາ ໄທ ເລື່ອງການປະກາດຜົນພິສູດອາຫານສະບັບຂອງປີ 2017-2018. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຈຶ່ງໄດ້ໜັງສືແຈ້ງການ ສະບັບເລກທີ 1004/ກອຢ ລົງວັນທີ 6 ກຸມພາ 2019 ເຖິງ ທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ, ບໍລິສັດ, ຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ, ເລື່ອງຫ້າມບໍລິໂພກ ແລະ ຈຳໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ ຈຳນວນ 133 ລາຍການ.
ໝວດຜະລິດຕະພັນອາຫານເສີມ ອວດອ້າງສັບພະຄຸນຫຼຸດນໍ້າໜັກ ຈຳນວນ 86 ລາຍການ; ໝວດຜະລິດຕະພັນອາຫານເສີມ ອວດອ້າງສັບພະຄຸນເສີມສະມັດຕະພາບທາງເພດ ແລະ ເສີມໜ້າເອີກ ຈຳນວນ 21 ລາຍການ ແລະ ໝວດຜະລິດຕະພັນອາຫານເສີມ ອວດອ້າງສັບພະຄຸນ ເຮັດໃຫ້ຜິວຂາວນຽນ ຈຳວນ 26 ລາຍການ.
ເຊິ່ງໃນແຈ້ງການລະບຸໄວ້ວ່າ: ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍແຈ້ງໃຫ້ຊາບວ່າ: ຜະລິດຕະພັນອາຫານເສີມທີ່ບໍ່ປອດໄພ, ບໍ່ບັນລຸມາດຖານ ແລະ ບັນຈຸສານຕ້ອງຫ້າມຈຳນວນ 133 ລາຍການ ທີ່ອົງການອາຫານ ແລະ ຢາ ປະເທດໄທໄດ້ປະກາດລຸ່ມນີ້:


ເຊິ່ງຜະລິດຕະພັນອາຫານດັ່ງກ່າວ ແມ່ນກວດພົບສານທີ່ຫ້າມໃສ່ອາຫານເຊັ່ນ: sibutramine Sildenafil, Hormone… ນອກນັ້ນ, ແມ່ນມີການກ່າວອ້າງ ແລະ ໂຄສະນາ ສັບພະຄຸນເກີນຄວາມຈິງ ເຊິ່ງເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບ. (ລາຍລະອຽດຕາມເອກະສານຕິດຄັດ)


ສະນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈຳໜ່າຍຜະລິດຕະພັນດັ່ງກ່າວ ຖ້າຫາກເຈົ້າໜ້າອາຫານ ແລະ ຢາ ພົບເຫັນແມ່ນຈະອາຍັດ, ຢຶດ ແລະ ຖືກປະຕິບັດມາດຕະການ ຕາມກົດໝາຍວ່າດ້ວຍອາຫານ ສະບັບເລກທີ 33/ສພຊ ລົງວັນທີ 24 ກໍລະກົດ 2013 ກົມອາຫານ ແລະ ຢາ.
ສະເໜີໃຫ້ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ ຊີ້ນຳນຳພາຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຫຼວງ ລົງຕິດຕາມກວດກາຢູ່ນຳດ່ານເຂົ້າ ນຳທ້ອງຕະຫຼາດຢ່າງທົ່ວເຖິງ ແລະ ເຂັ້ມງວດ ຖ້າກວດພົບເຫັນຜະລິດຕະພັນດັ່ງກ່າວແມ່ນໃຫ້ອາຍັດ, ຢຶດ ແລະ ປະຕິບັດມາດຕະການທີ່ໄດ້ກຳນົດໃນລະບຽບກົດໝາຍ





















