ມີຜູ້ເສຍຊີວິດ ຫຼາຍກວ່າ 60 ຄົນ ຈາກເຫດໄຟໄໝ້ຢ່າງຮຸນແຮງທີ່ຊຸມຊົນ ໃນເຂດເມືອງເກົ່າ ຂອງນະຄອນຫຼວງທາກາ ປະເທດບັງກລາເທດ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງທາກາ ປະເທດບັງກລາເທດ ເມື່ອວັນພະຫັດ ທີ 21 ກຸມພາ ວ່າ ສໍານັກງານດັບເພີງນະຄອນຫຼວງທາກາ ລາຍງານການເກີດເຫດໄຟໄໝ້ຢ່າງຮຸນແຮງ ໃນຊຸມຊົນຂອງເຂດຊັອກບາຊາ ເຊິ່ງເປັນເຂດເມືອງທີ່ເກົ່າແກ່ຂອງນະຄອນຫຼວງທາກາ ເມື່ອຄືນວັນພຸດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໂດຍເຈົ້າໜ້າທີ່ໃຊ້ເວລາດົນ ກວ່າ 5 ຊົ່ວໂມງ ໃນການຄວບຄຸມເຫດການຄັ້ງນີ້ ຈົນສໍາເລັດ ເມື່ອໄລຍະເຊົ້າມືດຂອງວັນພະຫັດ.
Firefighters fought for more than five hours to finally bring the #BangladeshFire under control, although some parts are still burning. It's not immediately clear what caused the blaze pic.twitter.com/s2JjsiPAM5
— TRT World Now (@TRTWorldNow) February 21, 2019
ຂະນະທີ່ ລາຍງານຈໍານວນຜູ້ເສຍຊີວິດຢ່າງບໍ່ເປັນທາງການ ບໍ່ຕ່ຳກວ່າ 60 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກປະມານ 45 ຄົນ ແຕ່ມີຄວາມເປັນໄປໄດ້ສູງທີ່ຈໍານວນຜູ້ເສຍຊີວິດຈະເພິ່ມຂຶ້ນ ເນື່ອງຈາກເຈົ້າໜ້າທີ່ກໍາລັງຄົ້ນຫາຜູ້ສູນຫາຍຕາມຊາກຫັກພັງຂອງບ້ານເຮືອນ ສ່ວນສາເຫດຂອງການເກີດອັກຄີໄພຮຸນແຮງຄັ້ງນີ້ ຍັງບໍ່ມີການເປີດເຜີຍ ໂດຍເຈົ້າໜ້າທີ່ໃຫ້ຂໍ້ມູນພຽງວ່າ ກໍາລັງກວດກາຢ່າງລະອຽດ ເຖິງວ່າໃນເບື້ອງຕົ້ນມີການຄາດເດົາວ່າ ອາດເປັນຍ້ອນທໍ່ແກ໊ສລະເບີດ ແຕ່ມີຂໍ້ມູນເພິ່ມຕື່ມດ້ວຍວ່າ ໃນຊຸມຊົນແຫ່ງນີ້ ມີໂກດັງເກັບສານເຄມີຕັ້ງຢູ່ນຳ.

