ສໍານັກງານສະຖິຕິປະເທດອົສຕຣາລີ (ABS: australian bureau of statistics) ເປີດເຜີຍວ່າ ຈຳນວນນັກທ່ອງທ່ຽວຈີນທີ່ຫຼັ່ງໄຫຼເຂົ້າມານັ້ນ ມີຈຳນວນຫຼາຍຂຶ້ນເປັນອັນດັບ 1 ຂອງປະເທດ ແຊງນັກທ່ອງທ່ຽວຈາກປະເທດນິວຊີແລນ ທີ່ຄອງສະຖິຕິອັນດັບໜຶ່ງມາຕັ້ງແຕ່ປີ 1999 ຫຼັງແຊງປະເທດຍີ່ປຸ່ນໃນໄລຍະນັ້ນ.
ລາຍງານລະບຸວ່າ ມີນັກທ່ອງທ່ຽວຊາວຈີນເດີນທາງເຂົ້າມາທ່ຽວປະເທດອົສຕຣາລີ ສະເພາະໄລຍະສັ້ນ 1,43 ລ້ານຄົນ ໃນປີ 2018 ເຊິ່ງເພີ່ມຂຶ້ນ 6% ຈາກປີ 2017 ແລະ ຫຼາຍກວ່ານັກທ່ອງທ່ຽວຈາກນິວຊີແລນ ທີ່ເດີນທາງເຂົ້າມາ 1,38 ລ້ານຄົນ.


ສ່ວນປະເທດຍີ່ປຸ່ນອະດີດຜູ້ຄອງຕໍາແໜ່ງນີ້ ກ່ອນເຖິງປີ 1999 ນັ້ນ ຫຼຸດລົງໄປຢູ່ອັນດັບ 5 ຮອງຈາກນັກທ່ອງທ່ຽວຊາວອາເມຣິກາ ແລະ ສະຫະຣາຊະອານາຈັກ ທີ່ຢູ່ອັນດັບ 3 ແລະ 4 ຂອງການຈັດອັນດັບແຫຼ່ງນັກທ່ອງທ່ຽວຂະໜາດໃຫຍ່ທີ່ສຸດຂອງອົສຕຣາລີ.


ເຈົ້າໜ້າທີ່ສໍານັກງານຈັດສະຖິຕິກ່າວວ່າ ອົສຕຣາລີ ໄດ້ເຫັນການເຕີບໂຕອັນແຂັງແກ່ນຂອງນັກທ່ອງທ່ຽວຈາກຈີນ ໃນໄລຍະບໍ່ດົນນີ້ ໂດຍເມື່ອປີ 2008 ມີນັກທ່ອງທ່ຽວຈາກຈີນພຽງ 353.000 ຄົນ ແຕ່ຈຳນວນຫຼ້າສຸດຊີ້ໃຫ້ເຫັນການເພີ່ມຂຶ້ນກວ່າສາມເທົ່າ ຕະຫຼອດໄລຍະສິບປີທີ່ຜ່ານມາ.


ຂໍ້ມູນອີກສ່ວນຈາກການທ່ອງທ່ຽວອົສຕຣາລີທີ່ເຜີຍແຜ່ ເມື່ອເດືອນມັງກອນ ລະບຸວ່າ ປະເທດອົສຕຣາລີຕ້ອນຮັບນັກທ່ອງທ່ຽວຕ່າງຊາດ 9,2 ລ້ານຄົນ ໃນໄລຍະ 12 ເດືອນ ເມື່ອນັບເຖິງເດືອນກັນຍາ 2018 ເພິ່ມຂຶ້ນ 6% ຈາກໄລຍະ 12 ເດືອນກ່ອນໜ້ານັ້ນ.


ໃນຈໍານວນດັ່ງກ່າວ ເປັນນັກທ່ອງທ່ຽວຈາກຈີນ 1,42 ລ້ານຄົນ ທີ່ເຂົ້າມາຈັບຈ່າຍໃຊ້ສອຍມູນຄ່າລວມ 11.500 ລ້ານໂດລາອົສຕຣາລີ (ປະມານ 70.700 ຕື້ກີບ) ຫຼື ທຽບເທົ່າ 8.309,8 ໂດນລາອົສຕຣາລີ (ປະມານ 51 ລ້ານກີບ) ຕໍ່ຄົນ.


ຂະນະທີ່ ນັກທ່ອງທ່ຽວຈາກປະເທດອື່ນໆ ຮາວ 7,78 ລ້ານຄົນ ໃຊ້ຈ່າຍເງິນມູນຄ່າລວມກັນ 31.700 ລ້ານໂດລາອົສຕຣາລີ (ປະມານ 194.890 ຕື້ກີບ) ຫຼື ທຽບເທົ່າ 4.074 ໂດລາອົສຕຣາລີ (ປະມານ 25ລ້ານກີບ) ຕໍ່ຄົນ.


ຢ່າງໃດກໍ່ດີ ເຖິງວ່າການສູນເສຍຕໍາແໜ່ງຂອງແຫຼ່ງນັກທ່ອງທ່ຽວອັນດັບໜຶ່ງຂອງອົສຕຣາລີ ແຕ່ນິວຊີແລນຍັງຄອງສະຖານະຈຸດໝາຍການທ່ອງທ່ຽວຕ່າງແດນຍອດນິຍົມຂອງຊາວອົສຕຣາລີ ແລະ ອິນໂດເນເຊຍ ອັນດັບສອງ.