ເມື່ອວັນອັງຄານ ທີ 19 ກຸມພາ ທີ່ຜ່ານມາ ມີລາຍງານຂ່າວຈາກຕ່າງປະເທດວ່າ ເດັກນ້ອຍໃນປະເທດເຢເມນຫຼາຍໄວອາຍຸ ເຂົ້າຮັບການຮັກສາທີ່ສູນຮັກສາພາວະຂາດແຄນອາຫານທີ່ນະຄອນຫຼວງຊານາ ປະເທດເຢເມນ.


ທັງນີ້ ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OCHA) ລະບຸວ່າ ເດັກນ້ອຍ ຊາວເຢເມນ 14,3 ລ້ານຄົນ ໄດ້ຮັບການປະເມີນວ່າ ຕ້ອງການຄວາມຊ່ວຍເຫຼືອຢ່າງເລັ່ງດ່ວນ.


ໃນຈໍານວນດັ່ງກ່າວມີ ເດັກ 3,2 ລ້ານຄົນ ທີ່ຕ້ອງການການຮັກສາພາວະຂາດສານອາຫານຮຸນແຮງ (acute malnutrition) ແລະ ໃນ 3,2 ລ້ານຄົນນີ້ ມີເດັກເຖິງ 2 ລ້ານຄົນທີ່ອາຍຸຕ່ຳກວ່າ 5 ປີ.

