ໄຊນ້າ ເດລີ ສື່ທາງການຈີນລາຍງານ ເມື່ອວັນຈັນ ທີ 18 ກຸມພາ ວ່າ ບັນດານັກອ່ານຄົນຈີນຈໍານວນຫຼາຍທີ່ເຄີຍໃຫ້ຄວາມສົນໃຈປ່ຽນໄປໃຊ້ອຸປະກອນການອ່ານດ້ວຍລະບົບອິເລັກໂທນິກ ແລະ ຊື້ປື້ມອອນໄລນ໌ ກໍາລັງກັບມາວົນວຽນເຂົ້າຮ້ານຂາຍປື້ມ ໃນໂລກແຫ່ງຄວາມເປັນຈິງຫຼາຍຂຶ້ນ ເຊິ່ງທາງຮ້ານໄດ້ປັບປ່ຽນ ໂດຍນໍາກົນລະຍຸດ “ຄວາມຫຼາກຫຼາຍ” ມາດຶງດູດຄວາມຄວາມໜ້າສົນໃຈແກ່ລູກຄ້າ.
ອ້າງອິງຜົນສໍາຫຼວດຂອງສະຖາບັນວິໄຈການພິມເປີ່ຍຕ້າວ (BNPI) ທີ່ປຶກສາຂອງສໍານັກພິມ ແລະ ອຸດສາຫະກໍາຮ້ານປຶ້ມໃນຈີນ ເຊິ່ງໄດ້ສອບຖາມຜູ້ປະກອບທຸລະກິດຮ້ານຂາຍປຶ້ມ 62 ຄົນ ພົບວ່າ ປະມານ 65% ວາງແຜນ ເປີດສາຂາເພິ່ມຫຼາຍກວ່າ 5 ແຫ່ງ ແລະ 18% ຈະເປີດສາຂາເພິ່ມຫຼາຍກວ່າ 100 ແຫ່ງໃນປີນີ້.


ອີກປະການໜຶ່ງ ຈີນມີຮ້ານຂາຍປຶ້ມທຸກປະເພດລວມກັນ 225.000 ແຫ່ງ ເມື່ອນັບຮອດໝົດປີ 2018 ເພິ່ມຂຶ້ນ 43% ຈາກປີ 2017 ໂດຍຍອດຂາຍຍ່ອຍປຶ້ມພາຍໃນປະເທດມີລາຍຮັບ ປະມານ 158.000 ລ້ານຢວນ (ປະມານ 200 ຕື້ກີບ) ເຕີບໂຕ 113% ເມື່ອທຽບປີຕໍ່ປີ.


ທ່ານ ຕານເຈ໋ຍ ຜູ້ກໍ່ຕັ້ງຮ້ານຂາຍປຶ້ມເຫຍີນຈີ່ໂຢ່ (Yanjiyou) ໃນປີ 2013 ບອກວ່າ ຮ້ານຂາຍປຶ້ມຂອງຕົນເນັ້ນຄວາມສໍາຄັນຂອງການສ້າງບັນຍາກາດ ແລະ ຄວາມເປັນເອກະລັກ ໂດຍຮ້ານຂາຍປຶ້ມເຫຍີນຈີ່ໂຢ່ ຈະມີຮ້ານກາເຟທີ່ໂຊນຈັດສະແດງຜົນງານສິລະປະ ແລະ ໂຊນຈໍາໜ່າຍສິນຄ້າທາງວັດທະນະທໍາ.


ຂະນະດຽວກັນ ຜູ້ປະກອບທຸລະກິດຮ້ານປຶ້ມບາງເຈົ້າ ເຊັ່ນ ຊີຊິຟ ບຸ໊ກສະໂຕ (Sisyphe Bookstore) ຍັງປະຍຸກໃຊ້ເທັກໂນໂລຢີບິ໊ກດາຕ້າ (Big Data) ຫຼື ຄັງຂໍ້ມູນຂະໜາດໃຫຍ່ ເພື່ອປະໂຫຍດໃນການບໍລິຫານຈັດການປຶ້ມໃຫ້ສອດຄ່ອງກັບຄວາມນິຍົມຊົມຊອບຂອງຜູ້ອ່ານ ໃນເຂດທຸລະກິດດ້ວຍ.


ດ້ານກຸ່ມຄົນວົງໃນອຸດສາຫະກໍາຮ້ານປຶ້ມຂອງຈີນຊີ້ວ່າ ການກັບມາມີຄວາມຄຶກຄື້ນຂອງຮ້ານປຶ້ມແບບດັ້ງເດີມເປັນຜົນມາຈາກນະໂຍບາຍສະໜັບສະໜຸນຕ່າງໆຕະຫຼອດຫຼາຍປີທີ່ຜ່ານມາ ປະກອບກັບການບໍລິໂພກ ທາງວັດທະນະທໍາ ກໍ່ມີສ່ວນເກື້ອໜຸນກັນ ເພາະຜູ້ບໍລິໂພກເນັ້ນເນື້ອໃນສາລະ ແລະ Lifestyle ທີ່ມີຄຸນນະພາບຫຼາຍຂຶ້ນນັ້ນເອງ.